ກົດໝາຍວ່າດ້ວຍວິສາຫະກິດ


               ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ

ສັນ​ຕິ​ພາບ ເອ​ກະ​ລາດ ປະ​ຊາ​ທິ​ປະ​ໄຕ ເອ​ກະ​ພາບ ວັດ​ທະ​ນາ​ຖາວອນ

_________________________


ສະ​ພາແຫ່ງ​ຊາດ                                                              ເລກ​ທີ 11 / ສພຊ

                                         ນະ​ຄອນ​ຫຼວງວຽງ​ຈັນ, ວັນ​ທີ 9 ພະຈິກ 2005


ກົດໝາຍ

ວ່າດ້ວຍ ວິສາຫະກິດ


ພາກທີ I

ບົດບັນຍັດທົ່ວໄປ


ມາດຕາ 1.        ຈຸດປະສົງ

ກົດໝາຍວ່າດ້ວຍວິສາຫະກິດ  ກຳນົດຫຼັກການ, ລະບຽບ​ການ ແລະ ມາດຕະການ ກ່ຽວ ກັບການສ້າງຕັ້ງ, ການເຄ່ືອນໄຫວ ແລະ ການຄຸ້ມຄອງວິສາຫະກິດ ຢູ່ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ  ເພື່ອສົ່ງເສີມການຜະລິດ, ທຸລະກິດ ແລະ ການບໍລິການ ຂອງທຸກພາກ ສ່ວນເສດຖະກິດ ແນໃສ່ຂະຫຍາຍກຳລັງການຜະລິດ, ການພົວພັນການຜະລິດ, ເຮັດໃຫ້ເສດຖະກິດ-ສັງຄົມແຫ່ງຊາດມີຄວາມເຕີບໃຫຍ່ເຂັ້ມແຂງ, ປະກອບ​ສ່ວນເຂົ້າໃນ ການພັດທະນາປະເທດຊາດ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນ.

       

ມາດຕາ 2.        ການອະທິບາຍຄຳສັບ

ຄຳສັບຕ່າງໆ ໃນກົດໝາຍວ່າດ້ວຍວິສາຫະກິດສະບັບນີ້ ມີຄວາມໝາຍ ດັ່ງນີ້:

- ວິສາຫະກິດ ແມ່ນການຈັດຕັ້ງ​ດຳ​ເນີນທຸລະ​ກິດຂອງ​ບຸກຄົນ ຫຼື ນິຕິບຸກຄົນ ​​ຊຶ່ງ ປະກອບ​ດ້ວຍຊື່, ທຶນ, ການບໍລິຫານຈັດການ, ສຳນັກງານ ແລະ ໄດ້ຂຶ້ນທະບຽນວິ ສາຫະກິດ ຕາມກົດໝາຍສະບັບນີ້. ວິສາຫະກິດ ເອີ້ນອີກຢ່າງໜຶ່ງວ່າ ຫົວໜ່ວຍທຸ ລະກິດ;

- ທຸລະກິດ ແມ່ນການດຳເນີນກິດຈະການໃນຂັ້ນຕອນວຽກງານໃດໜຶ່ງ ຫຼື ທັງໝົດ ນັບ ແຕ່ຂອດການຜະລິດໄປຈົນເຖິງຂອດບໍລິການ ເພື່ອຫາຜົນກຳໄລ ແລະ ຮັບ ໃຊ້ຜົນປະໂຫຽດລວມຂອງສັງຄົມ;

- ບັນຊີປະເພດທຸລະກິດຄວບຄຸມ ໝາຍເຖິງບັນຊີປະເພດທຸລະກິດທີ່ມີຄວາມອ່ອນ ໄຫວສູງເປັນຕົ້ນຕໍ່ຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັຄົມ, ຮີດຄອງປະເພນີອັນດີງາມຂອງຊາດ ແລະ ສະພາວະແວດລ້ອມ ຊຶ່ງຈຳເປັນຕ້ອງ ໄດ້ຮັບການພິຈາລະນາກວດສອບຜ່ານຂະແໜງການກ່ຽວຂ້ອງກ່ອນການຂຶ້ນທະບຽນວິສາຫະກິດ;

- ວິ​ສາ​ຫະກິດ​ສ່ວນ​ບຸກຄົນ ​ແມ່ນ​ຮູບ​ການ​ວິ​ສາ​ຫະກິດ​ໜຶ່ງ​ ຊຶ່ງ​ບຸກຄົນ​ຜູ້ດຽວ​ເປັນ​ເຈົ້າ​ຂອງ​ກຳມະ​ສິດ. ວິ​ສາ​ຫະກິດ​ສ່ວນ​ບຸກຄົນ​ ດຳ​ເນີນ​ທຸລະ​ກິດ​ໃນ​ນາມ​ສ່ວນ​ຕົວຂອງ​ເຈົ້າ​ຂອງ​ວິ​ສາ​ຫະກິດ ​ແລະ ​ຮັບຜິດຊອບ​ຕໍ່ໜີ້ສິນ​ຂອງ​ວິ​ສາ​ຫະກິດ​ທັງ​ໝົດ​ ໂດຍ​ບໍ່​ຈຳກັດ;

- ວິ​ສາ​ຫະກິດ​ຮຸ້ນ​ສ່ວນ​ ແມ່ນຮູບການວິສາຫະກິດໜຶ່ງ ຊຶ່ງສ້າງຕັ້ງຂຶ້ນບົນ​ພື້ນຖານ​ສັນຍາ ຂອງ​ຜູ້​ປະກອບ​ທຶນ​ຕັ້ງ​ແຕ່​ສອງ​ຄົນຂຶ້ນ​ໄປ​ ເພື່ອ​ນຳ​ເອົາ​ທຶນ​ມາ​ດຳ​ເນີນ​ທຸລະ​ກິດ​ຮ່ວມ​ກັນ​ແນ​ໃສ່​ແບ່ງປັນ​ຜົນ​ກຳ​ໄລ;

- ວິສາຫະກິດຮຸ້ນສ່ວນສາມັນ ແມ່ນຮູບແບບວິສາຫະກິດຮຸ້ນສ່ວນໜຶ່ງ ຊຶ່ງຂາຮຸ້ນຮ່ວມ ກັນດຳເນີນທຸລະກິດ ໂດຍອີງໃສ່ຄວາມເຊື່ອໃຈຊຶ່ງກັນ ແລະ ກັນ ເປັນຕົ້ນຕໍ ແລະ ຂາຮຸ້ນທຸກຄົນຮ່ວມກັນຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດ ໂດຍບໍ່ຈຳກັດ;

- ວິສາຫະກິດຮຸ້ນສ່ວນຈຳກັດ ແມ່ນຮູບ​ແບບຂອງວິສາຫະກິດຮຸ້ນສ່ວນໜຶ່ງ ຊຶ່ງຂາຮຸ້ນ ຈຳນວນໜຶ່ງ ຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດໂດຍບໍ່ຈຳກັດ ເອີ້ນວ່າຂາຮຸ້ນທົ່ວ ໄປ ແລະ ອີກຈຳນວນໜຶ່ງ ຮັບຜິດຊອບແບບຈຳກັດ  ເອີ້ນວ່າຂາຮຸ້ນຈຳກັດໜີ້ສິນ;

- ບໍລິສັດ ​ແມ່ນ​ຮູບ​ການ​ວິ​ສາ​ຫະກິດ​ໜຶ່ງ ຊຶ່ງ​ສ້າງຕັ້ງຂຶ້ນດ້ວຍ​ການ​ແບ່ງ​ທຶນ​ເປັນ​ຮຸ້ນ ແຕ່ລະ​ຮຸ້ນ​ມີ​ມູນ​ຄ່າ​ເທົ່າ​ກັນ. ຜູ້ຖືຮຸ້ນຮັບຜິດຊອບຕໍ່ໜີ້ສິນຂອງບໍລິສັດບໍ່ເກີນມູນຄ່າຮຸ້ນ ທີ່ ຕົນບໍ່ໄດ້ຖອກເທົ່ານັ້ນ;

- ບໍລິສັດຈຳກັດ ແມ່ນຮູບແບບບໍລິສັດໜຶ່ງ ຊຶ່ງມີຜູ້ຖືຮຸ້ນແຕ່ສອງຄົນຂຶ້ນໄປ ແລະ ສູງສຸດບໍ່ເກີນ ສາມສິບ ຄົນ ເວັ້ນເສັຍແຕ່ກໍລະນີທີ່ໄດ້ກຳນົດໄວ້ໃນວັກໜຶ່ງ ມາດຕາ 85 ຂອງກົດໝາຍສະບັບນີ້ ແລະ ບໍລິສັດຈຳກັດ ຊຶ່ງມີຜູ້ຖືຮຸ້ນພຽງແຕ່ຜູ້ດຽວ ເອີ້ນວ່າ ບໍລິສັດ ຈຳກັດຜູ້ດຽວ;

- ບໍລິສັດມະຫາຊົນ ແມ່ນຮູບແບບບໍລິສັດໜຶ່ງ ຊຶ່ງມີຜູ້ຖືຮຸ້ນທີ່ເປັນຜູ້ກໍ່ຕັ້ງຢ່າງໜ້ອຍ ເກົ້າ ຄົນຂຶ້ນໄປ, ສາມາດໂອນຮຸ້ນໄດ້ຢ່າງເສລີ ແລະ ສະ​​ເໜີຂາຍຮຸ້ນຢ່າງເປີດເຜີຍ ຕໍ່ມວນຊົນທົ່ວໄປໄດ້;

- ການ​ສະ​ເໜີຂາຍ​ຮຸ້ນ​ຢ່າງ​ເປີດ​ເຜີຍ​ ​ແມ່ນ​ການ​ສະ​ເໜີຂາຍ​ຮຸ້ນໃຫ້ມວນຊົນທົ່ວໄປ ໃນຕະຫຼາດຮຸ້ນ ຫຼືນອກຕະຫຼາດຮຸ້ນ​ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ລະບຽບກົດໝາຍ;

- ບໍລິສັດລັດ ແມ່ນລັດເປັນຜູ້ສ້າງຕັ້ງ, ບໍລິຫານຈັດການພາຍໃຕ້ຫຼັກການຂອງຮູບ ແບບບໍລິສັດ ແລະ ສາມາດຂາຍຮຸ້ນສູງສຸດບໍ່ໃຫ້ເຖິງ ຫ້າສິບສ່ວນຮ້ອຍ;

- ບໍລິສັດປະສົມ ແມ່ນບໍລິສັດຊຶ່ງລັດຮ່ວມກັບພາກສ່ວນອື່ນ ພາຍໃນ ຫຼື ຕ່າງ ປະເທດສ້າງຕັ້ງຂຶ້ນ ໂດຍມີຮຸ້ນຝ່າຍລະຫ້າສິບສ່ວນຮ້ອຍ;

- ຮຸ້ນ ແມ່ນທຶນຂອງວິສາຫະກິດຮຸ້ນສ່ວນ ຫຼື ບໍລິສັດ ທີ່ແບ່ງອອກເປັນສ່ວນ ຊຶ່ງມີມູນຄ່າບໍ່ເທົ່າກັນ ຫຼື  ເທົ່າກັນ ຂຶ້ນກັບຮູບແບບວິສາຫະກິດຮຸ້ນສ່ວນ ຫຼື ບໍລິສັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້;

- ຮຸ້ນສາມັນ ແມ່ນຮຸ້ນປະເພດໜຶ່ງ ຊຶ່ງຜູ້ເປັນເຈົ້າຂອງຮຸ້ນ ບໍ່ສາມາດຖອນຮຸ້ນໄດ້;

- ຮຸ້ນບູລິມະສິດ ແມ່ນຮຸ້ນປະເພດໜຶ່ງ ຊຶ່ງເຈົ້າຂອງຮຸ້ນສາມາດຖອນໄດ້, ມີສິດ ແລະ ໜ້າ ທີ່ສະເພາະແຕກຕ່າງຈາກຮຸ້ນສາມັນ;

- ໃບຮຸ້ນ ແມ່ນເອກະສານສຳຄັນທາງກົດໝາຍໜຶ່ງ ເພື່ອສະແດງເຖິງສິດ ແລະ ຄວາມ ເປັນເຈົ້າຂອງສ່ວນໜຶ່ງໃນວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດຂອງຂາຮຸ້ນ ຫຼື ຜູ້ຖືຮຸ້ນ;

- ໃບຮຸ້ນກູ້ ແມ່ນເອກະສານການກູ້ຢືມຂອງບໍລິສັດ ໂດຍບໍ່ມີຊັບຄ້ຳປະກັນເຮັດໃຫ້ຜູ້ຖື ຮຸ້ນກູ້ມີສິດທິດ້ານກົດໝາຍຕ່າງໆ ເພື່ອເປັນຫຼັກຄ້ຳປະກັນໃນການໄດ້ຮັບການຊຳລະ ຄືນລວມທັງດອກເບັ້ຍຕາມທີ່ໄດ້ຕົກລົງກັນ;

- ເງິນປັນຜົນ ແມ່ນເງິນແບ່ງປັນໃຫ້ຂາຮຸ້ນ ຫຼື ຜູ້ຖືຮຸ້ນ ຊຶ່ງໄດ້ມາຈາກກຳໄລສຸດທິ ຂອງວິສາຫະກິດຮຸ້ນສ່ວນ ຫຼື ບໍລິສັດ ພາຍຫຼັງຫັກຕົ້ນທຶນ, ຄ່າສິ້ນເປືອງ ແລະ ໜີ້ ສິນຕ່າງໆອອກແລ້ວ;

- ອົງປະຊຸມ ໝາຍເຖິງຈຳນວນຕ່ຳສຸດຂອງຜູ້ເຂົ້າຮ່ວມປະຊຸມ ຊຶ່ງອະນຸຍາດໃຫ້ເປີດ ກອງປະຊຸມໃດໜຶ່ງຂຶ້ນໄດ້;

- ຄວາມລັບທາງການຄ້າ ໝາຍເຖິງຂໍ້ມູນດ້ານວິທີການຜະລິດ, ທຸລະກິດ ຫຼື ບໍລິ ການ ທີ່ມີຄວາມສຳຄັນຂອງວິສາຫະກິດໃດໜຶ່ງ ຊຶ່ງຈະສ້າງຄວາມເສັຍຫາຍຕໍ່ຄວາມ ໝັ້ນຄົງ ແລະ ຖານະດ້ານການເງິນຂອງວິສາຫະກິດ ເມື່ອຖືກເປີດເຜີຍ;

- ຜູ້ຊຳລະສະສາງ ແມ່ນບຸກຄົນທີ່ໄດ້ຮັບການແຕ່ງຕັ້ງຈາກສານ ຫຼື ວິສາຫະກິດ ໃຫ້້ປະຕິບັດສິດ ແລະ ໜ້າທີ່ໃນການເຕົ້າໂຮມຊັບສິນຂອງວິສາຫະກິດທີ່ຍຸບເລີກ ຫຼື ລົ້ມລະລາຍ ເພື່ອຊຳລະໃຫ້ແກ່ເຈົ້າໜີ້ ແລະ ແບ່ງປັນສ່ວນທີ່ເຫຼືອໃຫ້ແກ່ເຈົ້າຂອງ, ຂາຮຸ້ນ ຫຼື ຜູ້ຖືຮຸ້ນຂອງວິສາຫະກິດທີ່ກ່ຽວຂ້ອງ.


ມາດຕາ 3.        ສິດໃນການສ້າງຕັ້ງວິສາຫະກິດ

ພົນ­ລະເມືອງລາວ, ຊາວ­ຕ່າງດ້າວ, ຄົ­ນບໍ່ມີສັນ­ຊາດ ທີ່ອາໄສ ຢູ່ ສປປ ລາວ ແລະ ຄົນ­ຕ່າງປະເທດ ລວມທັງການຈັດຕັ້ງຂອງບຸກຄົນດັ່ງກ່າວ ລ້ວນ­ແຕ່ມີສິດສ້າງຕັ້ງວິ​ສາ​ຫະກິດ ຫຼື ເຂົ້າຮ່ວມດຳເນີນ­ທຸລະກິດ ໂດຍສອດຄ່ອງກັບລະບຽບກົດໝາຍ ຂອງ ສປປ ລາວ.


ມາດຕາ 4.        ຄວາມສະເໝີພາບໃນການດຳເນີນທຸລະກິດ

ທຸກພາກສ່ວນ­ເສດຖະກິດ ທັງພາຍໃນ ­ແລະ ຕ່າງປະເທດ ລ້ວນ­ແຕ່ມີຄວາມ​ສະ​ເໝີ​ພາບ ຕໍ່ໜ້າ​ກົດໝາຍ​ໃນ​ການ​ດຳ​ເນີນ​ທຸລະ​ກິດ, ທັງ​ແຂ່ງ​ຂັນ​­ ແລະ ຮ່ວມມືກັນ ເພື່ອຂະຫຍາຍ ກຳລັງ​ການ​ຜະລິດ, ເປີດກວ້າງການຜະລິດ, ທຸລະ​ກິດ ແລະ ການບໍລິການ.


ມາດຕາ 5.        ພັນທະຂອງວິສາຫະກິດ

ວິສາຫະກິດ ມີພັນທະໃນການເຄື່ອນໄຫວທຸລະກິດ ຕາມວັດຖຸປະສົງຂອງຕົນ, ຖືບັນຊີວິສາຫະກິດ, ປະຕິບັດພັນທະຕໍ່ລັດ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງ ຜູ້ອອກແຮງງານ, ປົກປັກຮັກສາສິ່ງແວດລ້ອມ ແລະ ເຄົາລົບລະບຽບກົດໝາຍອື່ນໆທີ່ກ່ຽວ ຂ້ອງຂອງ ສປປ ລາວ.


ມາດຕາ 6.        ນະໂຍບາຍ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດຕໍ່ວິສາຫະກິດ

ລັດຊຸກຍູ້, ສົ່ງເສີມໃຫ້ບຸກຄົນ ແລະ ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ສ້າງ ຕັ້ງວິສາຫະກິດ ຫຼື ເຂົ້າຮ່ວມໃນການດຳເນີນທຸລະກິດ ໃນທຸກຂະແໜງການ, ທຸກຂົງເຂດ ທີ່ບໍ່ ເກືອດຫ້າມ ດ້ວຍການວາງນະໂຍບາຍພາສີ, ອາກອນ, ລະບຽບການ, ມາດຕະການ, ການສະ ໜອງຂໍ້ມູນຂ່າວສານ, ການບໍລິການ ແລະ ຄວາມສະດວກອື່ນໆ ແກ່ວິສາຫະກິດ ເພື່ອປະກອບ ສ່ວນ​ເຂົ້າໃນການສ້າງເສດຖະກິດŒŒ-ສັງຄົມ ໃຫ້ຂະຫຍາຍຕົວ.

ສິດ ແລະ ຜົນປະໂຫຍດອັນຊອບທຳຂອງ​ວິ​ສາ​ຫະກິດ ເປັນຕົ້ນ ທຶນ, ຊັບສົມບັດ  ລ້ວນ​ແຕ່​ໄດ້​ຮັບ​ການ​ປົກ​ປ້ອງຕາມກົດໝາຍ.


ມາດຕາ 7.        ການພົວພັນຮ່ວມມືສາກົນ

ລັດສົ່ງເສີມການພົວພັນ, ຮ່ວມມືກັບຕ່າງປະເທດ ໃນການດຳເນີນທຸລະກິດ ເພື່ອແລກ ປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ດຶງດູດທຶນ, ວິທະຍາສາດ, ເຕັກໂນໂລຍີ ແລະ ປະສົບການ ໃນການຄຸ້ມຄອງທຸລະກິດທີ່ກ້າວໜ້າ, ເປີດກວ້າງຕະຫຼາດ ທັງເຊື່ອມໂຍງເຂົ້າໃນພາກພື້ນ ແລະ ໃນໂລກ.


ມາດຕາ 8.        ຂອບເຂດການນຳໃຊ້

ກົດໝາຍສະບັບນີ້ ນຳໃຊ້ຕໍ່ວິສາຫະກິດເອກະ​ຊົນ ທັງພາຍໃນ ແລະ ຕ່າງປະເທດ, ວິ​ສາ​ຫະກິດຂອງ​ລັດ ​ແລະ ວິ​ສາ​ຫະກິດ​ປະສົມ ທີ່ສ້າງຕັ້ງ ແລະ ເຄື່ອນໄຫວທຸລະກິດ ຢູ່ ສປປ ລາວ.

ວິສາຫະກິດລວມໝູ່ ແລະ ຜູ້ຄ້າຂາຍນ້ອຍ ແມ່ນບໍ່ຢູ່ໃນຂອບເຂດການນຳໃຊ້ຂອງກົດ ໝາຍສະບັບນີ້  ຊຶ່ງລາຍລະອຽດຈະໄດ້ກຳນົດໄວ້ຕ່າງຫາກ.        


ພາກທີ  II

ວິສາຫະກິດ


ໝວດທີ 1

ປະເພດ, ຮູບການ ແລະ ຮູບແບບວິສາຫະກິດ




ມາດຕາ 9.        ປະເພດວິສາຫະກິດ

ວິສາຫະກິດຢູ່ ສປປ ລາວ ມີ ສີ່ ປະເພດຄື: ວິສາຫະກິດເອກະຊົນ, ວິສາຫະກິດຂອງ ລັດ, ວິສາຫະກິດປະສົມ ແລະ ວິສາຫະກິດລວມໝູ່.

ວິສາຫະກິດເອກະຊົນ ສາມາດເລືອກນຳໃຊ້ຮູບການ ແລະ ຮູບແບບວິສາຫະກິດ ໃນ ການສ້າງຕັ້ງ ແລະ ການເຄື່ອນໄຫວທຸລະກິດຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 10 ແລະ 11 ຂອງກົດໝາຍສະບັບນີ້.

ສຳລັບວິສາຫະກິດຂອງລັດ ແລະ ວິສາຫະກິດປະສົມນັ້ນ ສາມາດສ້າງຕັ້ງ ແລະ ເຄື່ອນໄຫວທຸລະກິດຂອງຕົນ ຕາມຮູບແບບບໍລິສັດເທົ່ານັ້ນ. ວິສາຫະກິດຂອງລັດ ເອີ້ນວ່າ ບໍລິສັດລັດ ແລະ ວິສາຫະກິດປະສົມ ເອີ້ນວ່າ ບໍລິສັດປະສົມ.


ມາດຕາ 10.        ຮູບການວິສາຫະກິດ

ຮູບການວິສາຫະກິດ ແມ່ນການຈັດຕັ້ງທຸລະກິດທີ່ເປັນພື້ນຖານຂອງການສ້າງຕັ້ງ ແລະ ການເຄື່ອນໄຫວ ທຸລະກິດຂອງທຸກປະເພດວິສາຫະກິດ

ວິສາຫະກິດ ມີ ສາມ ຮູບການດັ່ງນີ້:

  1. ວິສາຫະກິດສ່ວນບຸກຄົນ
  2. ວິສາຫະກິດຮຸ້ນສ່ວນ;
  3. ບໍລິສັດ.


ມາດຕາ 11.        ຮູບແບບວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ

ວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດ ມີ ສີ່ ຮູບແບບດັ່ງນີ້:

1. ວິສາຫະກິດຮຸ້ນສ່ວນມີ ສອງຮູບແບບ ຄື:

- ວິສາຫະກິດຮຸ້ນສ່ວນສາມັນ;

- ວິສາຫະກິດຮຸ້ນສ່ວນຈຳກັດ;

2. ບໍລິສັດ ມີ ສອງຮູບແບບ ຄື:

- ບໍລິສັດຈຳກັດ ລວມທັງບໍລິສັດຈຳກັດຜູ້ດຽວ;

- ບໍລິສັດມະຫາຊົນ.


ໝວດທີ  2

ການຂຶ້ນທະບຽນວິສາຫະກິດ


ມາດຕາ 12.        ການຂຶ້ນທະບຽນວິສາຫະກິດ

ການຂຶ້ນທະບຽນວິສາຫະກິດ ແມ່ນການຮັບຮອງກ່ຽວກັບການແຈ້ງການຂຶ້ນທະບຽນວິ ສາຫະກິດ ຢ່າງຖືກຕ້ອງຕາມກົດໝາຍຂອງລັດ ຕໍ່ບຸກຄົນ ຫຼື ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ສ້າງຕັ້ງ ແລະ ເຄື່ອນໄຫວທຸລະກິດ ຢູ່ ສປປ ລາວ.

ລະບຽບການຂຶ້ນທະບຽນວິສາຫະກິດ ໄດ້ກຳນົດໄວ້ຕ່າງຫາກ.

ການຂຶ້ນທະບຽນວິສາຫະກິດ ແມ່ນຂຶ້ນຄັ້ງດຽວຕະຫຼອດໄລຍະການເຄື່ອນໄຫວຂອງ ວິສາຫະກິດນັ້ນ.


ມາດຕາ 13.        ການຍື່ນຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ຜູ້ທ່ີມີຈຸດປະສົງຢາກດຳເນີນທຸລະກິດ ຢູ່ ສປປ ລາວ ຕ້ອງຍື່ນຄຳຮ້ອງແຈ້ງຂຶ້ນທະ ບຽນວິສາຫະກິດ ຕໍ່ອົງການລັດທີ່ກ່ຽວຂ້ອງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້


ມາດຕາ 14.        ຂັ້ນຕອນ ແລະ ກຳນົດເວລາພິຈາລະນາການຂຶ້ນທະບຽນວິສາຫະກິດ

ເມື່ອໄດ້ຮັບຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດແລ້ວ ຂະແໜງການການຄ້າຕ້ອງກວດ ເບິ່ງວ່າປະເພດທຸລະກິດທີ່ຈະຂຶ້ນທະບຽນນັ້ນ ຢູ່ໃນບັນຊີຄວບຄຸມ ຫຼື ບໍ່ຢູ່ໃນບັນຊີຄວບຄຸມ. ຖ້າ ຫາກບໍ່ຢູ່ໃນບັນຊີຄວບຄຸມແລ້ວ ເຈົ້າໜ້າທີ່ທະບຽນວິສາຫະກິດຂອງຂະແໜງການການຄ້າ ຕ້ອງ ພິຈາລະນາກ່ຽວກັບການອອກທະບຽນວິສາຫະກິດໃຫ້ວິສາຫະກິດນັ້ນ ຢ່າງຊ້າບໍ່ໃຫ້ເກີນ ສິບວັນ ລັດຖະການ ນັບແຕ່ວັນໄດ້ຮັບຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ.

ໃນກໍລະນີທີ່ເຫັນວ່າ ປະເພດທຸລະກິດທີ່ຈະຂຶ້ນທະບຽນວິສາຫະກິດນັ້ນ ຫາກຢູ່ໃນບັນຊີ ປະເພດທຸລະກິດຄວບຄຸມແລ້ວ ຂະແໜງການການຄ້າ ຕ້ອງສົ່ງໃຫ້ຂະແໜງການທີ່ກ່ຽວຂ້ອງ ໃນທັນໃດ. ຂະແໜງການດັ່ງກ່າວ ຕ້ອງພິຈາລະນາ ແລະ ຕອບຢ່າງຊ້າບໍ່ໃຫ້ເກີນສິບວັນ ລັດຖະການ ເວັ້ນເສັຍແຕ່ບາງປະເພດທຸລະກິດທີ່ມີຄວາມຈຳເປັນຕ້ອງກວດສອບຜ່ານທາງ ດ້ານເຕັກນິກ ຫຼື ວິຊາການທີ່ຕ້ອງໃຊ້ເວລາຍາວກ່ວານັ້ນ, ຫຼັງຈາກນັ້ນ ຂະແໜງການການຄ້າ ຕ້ອງພິຈາລະນາກ່ຽວກັບການອອກທະບຽນວິສາຫະກິດ  ຢ່າງຊ້າບໍ່ໃຫ້ເກີນ ສາມວັນລັດຖະ ການ.

ຖ້າບໍ່ອອກທະບຽນໃຫ້ວິສາຫະກິດນັ້ນ ຕ້ອງຕອບເປັນລາຍລັກອັກສອນ ພ້ອມທັງອະທິ ບາຍເຫດຜົນໃຫ້ຜູ້ຍື່ນຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຊາບ.

ບັນຊີປະເພດທຸລະກິດຄວບຄຸມ ແລະ ການໃຊ້ເວລາກວດສອບຜ່ານທາງດ້ານເຕັກນິກ ຫຼື ວິຊາການຍາວກ່ວາທີ່ໄດ້ກຳນົດໄວ້ໃນວັກສອງຂອງມາດຕານີ້ ຕ້ອງໄດ້ຮັບການຮັບຮອງຈາກ ລັດຖະບານເທົ່ານັ້ນ.


ມາດຕາ 15.        ການຂຶ້ນທະບຽນວິສາຫະກິດທີ່ບໍ່ຖືກຕ້ອງ

ການຂຶ້ນທະບຽນວິສາຫະກິດທີ່ບໍ່ຖືກຕ້ອງ ແມ່ນວິສາຫະກິດທີ່ໄດ້ຂຶ້ນທະບຽນແລ້ວ ແຕ່ ຫາກມີເນື້ອໃນບາງສ່ວນ ຫຼື ທັງໝົດ ບໍ່ຖືກຕ້ອງຕາມຮູບການ, ຮູບແບບ ແລະ ຄວາມເປັນຈິງ ຊຶ່ງຕ້ອງມີການແກ້ໄຂ. ການແກ້ໄຂນັ້ນ ສາມາດດຳເນີນໄດ້ດ້ວຍການປັບປຸງຄືນໃໝ່ໃຫ້ ຖືກຕ້ອງໃນກໍລະນີທີ່ບໍ່ສາມາດແກ້ໄຂໄດ້ກໍໃຫ້ຍຸບເລີກວິສາຫະກິດນັ້ນ ຕາມຂັ້ນຕອນທີ່ໄດ້ ກຳນົດໄວ້ໃນກົດໝາຍສະບັບນີ້.

ການຂຶ້ນທະບຽນວິສາຫະກິດ ໃຫ້ຜູ້ທີ່ກົດໝາຍເກືອດຫ້າມ ຫຼື ການຂຶ້ນທະບຽນວິສາຫະ ກິດ ທີ່ລະເມີດລະບຽບກົດໝາຍລ້ວນແຕ່ເປັນໂມຄະ.

ການເປັນໂມຄະຂອງການຂຶ້ນທະບຽນວິສາຫະກິດ ຫຼື ການຍຸບເລີກວິສາຫະກິດ ຈະບໍ່ ເຮັດໃຫ້ຄວາມຮັບຜິດຊອບຂອງວິສາຫະກິດນັ້ນຕົກໄປ.


ມາດຕາ 16.        ຜົນຂອງການຂຶ້ນທະບຽນວິສາຫະກິດ

ການຂຶ້ນທະບຽນວິສາຫະກິດ ຈະພາໃຫ້ເກີດຜົນລຸ່ມນີ້:

  1. ເຮັດໃຫ້ວິສາຫະກິດຮຸ້ນສ່ວນ ຫຼື ບໍລິສັດມີຖານະນິຕິບຸກຄົນທີ່ແຍກຕ່າງຫາກຈາກຜູ້ ປະກອບຮຸ້ນ, ມີສິດ, ໜ້າທີ່, ຄວາມຮັບຜິດຊອບຕາມຂອບເຂດວັດຖຸປະສົງ ແລະ ກົດລະບຽບຂອງຕົນ;
  2. ເຮັດໃຫ້ວິສາຫະກິດ ສາມາດເຄື່ອນໄຫວທຸລະກິດໄດ້  ໃນບັນດາຂະແໜງທຸລະກິດ ທີ່ໄດ້ກຳນົດໄວ້ໃນໃບທະບຽນວິສາຫະກິດ ໂດຍບໍ່ຈຳເປັນຕ້ອງຂໍອະນຸຍາດ ຫຼື ກວດ ສອບຜ່ານຂະແໜງການກ່ຽວຂ້ອງອີກ ເວັ້ນເສັຍແຕ່ບາງປະເພດທຸລະກິດ ທ່ີໄດ້ກຳ ນົດໄວ້ໃນບັນຊີປະເພດທຸລະກິດຄວບຄຸມ ຕາມທີ່ໄດ້ກຳນົດໄວ້ໃນວັກ ສອງມາດຕາ 14  ຂອງກົດໝາຍສະບັບນີ້;
  3. ຂໍ້ຄວາມໃນສຳນວນເອກະສານ ທີ່ໄດ້ແຈ້ງຂຶ້ນທະບຽນວິສາຫະກິດນັ້ນ ແມ່ນເປີດ ເຜີຍ, ຜູ້ທີ່ສົນໃຈກໍສາມາດເບິ່ງໄດ້ ຕາມທີ່ໄດ້ກຳນົດໄວ້ໃນວັກໜຶ່ງມາດຕາ19 ຂອງກົດໝາຍສະບັບນີ້;
  4. ເປັນການຂຶ້ນທະບຽນຊື່ວິສາຫະກິດ ແລະ ທະບຽນອາກອນພ້ອມ.


ມາດຕາ  17.  ຜົນສະທ້ອນຂອງການບໍ່ເຄື່ອນໄຫວທຸລະກິດ

ວິສາຫະກິດ ຕ້ອງເລີ່ມເຄື່ອນໄຫວພາຍໃນກຳນົດເກົ້າສິບວັນ ນັບແຕ່ວັນໄດ້ຂຶ້ນທະບຽນ ວິສາຫະກິດເປັນຕົ້ນໄປຖ້າຫາກບໍ່ເຄື່ອນໄຫວພາຍໃນກຳນົດເວລາດັ່ງກ່າວ ຫຼື ຖ້າວິສາຫະ ກິດຫາກເຄື່ອນໄຫວແລ້ວແຕ່ຢຸດເຄື່ອນໄຫວ ແລະ ບໍ່ປະຕິບັດພັນທະດ້ານພາສີ, ອາກອນເປັນ ເວລາສິບສອງເດືອນຕິດຕໍ່ກັນໂດຍບໍ່ຮູ້ເຫດຜົນ ໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງ ແຈ້ງໃຫ້ວິສາຫະກິດດັ່ງກ່າວເຂົ້າມາອະທິບາຍເຫດຜົນ, ຖ້າບໍ່ມາພົບພາຍໃນກຳນົດສິບວັນລັດ ຖະການນັບແຕ່ວັນໄດ້ຮັບແຈ້ງ ຫຼື ມາພົບແຕ່ຄຳຕອບບໍ່ມີເຫດຜົນພຽງພໍ ວິສາຫະກິດທີ່ກ່ຽວ ຂ້ອງຈະຖືກພິຈາລະນາໃຫ້ຢຸດເຊົາການເຄື່ອນໄຫວ ແລະ ດຳເນີນການຍຸບເລີກ ຕາມຂັ້ນຕອນ ທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.


ມາດຕາ 18.        ການປ່ຽນແປງເນື້ອໃນທະບຽນວິສາຫະກິດ

ພາຍຫຼັງການຂຶ້ນທະບຽນວິສາຫະກິດແລ້ວ ຫາກມີການປ່ຽນແປງເນື້ອໃນທະບຽນວິສາ ຫະກິດເຊ່ັນ: ວັດຖຸປະສົງ, ທຶນຈົດທະບຽນນັ້ນ ຕ້ອງແຈ້ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ ທີ່ກ່ຽວຂ້ອງຊາບ ພາຍໃນກຳນົດໜຶ່ງເດືອນ ນັບແຕ່ວັນທີ່ມີການຕົກລົງປ່ຽນແປງເປັນຕົ້ນໄປ ເວັ້ນເສັຍແຕ່ການ ປ່ຽນແປງເນື້ອໃນທະບຽນວິສາຫະກິດ ທີ່ກ່ຽວຂ້ອງກັບຂະແໜງທຸລະກິດ ທີ່ ຢູ່ໃນບັນຊີປະເພດທຸລະກິດຄວບຄຸມ ຊຶ່ງຕ້ອງປະຕິບັດຕາມວັກສອງ ມາດຕາ 14 ຂອງກົດ ໝາຍສະບັບນີ້.

ວິສາຫະກິດທີ່ໄດ້ນຳເອົາເນື້ອໃນໃດໜຶ່ງໄປຂຶ້ນທະບຽນວິສາຫະກິດຜິດພາດ ຫຼື ແຈ້ງ ການປ່ຽນແປງຊ້າກວ່າກຳນົດເວລາຕາມທີ່ໄດ້ບົ່ງໄວ້ໃນວັກໜຶ່ງຂອງມາດຕານີ້ ໂດຍເຈດຕະນາ ຫຼື ບໍ່ເຈດຕະນາກໍຕາມ ລ້ວນແຕ່ບໍ່ສາມາດນຳມາເປັນຂໍ້ອ້າງເພື່ອໃຫ້ພົ້ນຈາກຄວາມຮັບຜິດ ຊອບໃນການກະທຳຂອງຕົນ ຕໍ່ບຸກຄົນພາຍນອກທີ່ມີຄວາມບໍລິສຸດໃຈ.


ມາດຕາ 19.        ການເປີດເຜີຍເນື້ອໃນທະບຽນວິສາຫະກິດ

ບຸກຄົນ ແລະ ການຈັດຕັ້ງ ສາມາດເບິ່ງ ຫຼື ຂໍອັດສຳເນົາເອກະສານທະບຽນວິສາ ຫະກິດ  ຈາກເຈົ້າໜ້າທີ່ທະບຽນວິສາຫະກິດໄດ້. ​ເອກະ​ສານ​ທະບຽນທີ່​ກ່າວ​ມານີ້ ໝາຍ​ເຖິງ​ບັນດາເອກະສານ​ທີ່​ວິ​ສາ​ຫະກິດ​ປະກອບເພື່ອແຈ້ງຂຶ້ນທະບຽນວິ​ສາ​ຫະກິດ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ກົດໝາຍສະບັບ​ນີ້ຜູ້ຂໍອັດສຳເນົາເອກະສານຕ້ອງເສັຍຄ່າທຳນຽມຕາມລະບຽບການ.

​ນອກ​ຈາກເອກະສານ​ທີ່​ກ່າວ​ມາໃນວັກໜຶ່ງຂອງມາດຕານີ້ ​ແລ້ວ ຈະ​ເປີດ​ເຜີຍ​ໄດ້​ກໍ​ຕໍ່​ເມື່ອ​ໄດ້​ຮັບອະນຸຍາດ​ຈາກ​ວິ​ສາ​ຫະກິດ​ທີ່​ກ່ຽວຂ້ອງ​ກ່ອນ​ເທົ່າ​ນັ້ນ ເວັ້ນເສັຍແຕ່ລະບຽບກົດ ໝາຍໄດ້ກຳນົດໄວ້ຢ່າງອື່ນ.


ມາດຕາ 20.        ທຶນຈົດທະບຽນວິສາຫະກິດ

ທຶນຈົດທະບຽນວິສາຫະກິດຂອງວິສາຫະກິດສ່ວນບຸກຄົນ ແມ່ນທຶນທີ່ເຈົ້າຂອງວິສາຫະ ກິດ ແຈ້ງຂຶ້ນທະບຽນວິສາຫະກິດນຳເຈົ້າໜ້າທີ່ທະບຽນວິສາຫະກິດ.

ທຶນຈົດທະບຽນວິສາຫະກິດ ຂອງວິສາຫະກິດຮຸ້ນສ່ວນ ຫຼື  ບໍລິສັດ  ແມ່ນມູນຄ່າຂອງ ຮຸ້ນທັງໝົດ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ສີ່ມາດຕາ 33 ແລະ ຂໍ້ສີ່ ມາດຕາ 81 ຂອງກົດໝາຍ ສະບັບນີ້ທຶນຈົດທະບຽນດັ່ງກ່າວມານີ້  ເອີ້ນອີກຢ່າງໜຶ່ງວ່າ ທຶນກຳນົດ ຂອງວິສາຫະກິດ ຮຸ້ນສ່ວນ ຫຼື  ບໍລິສັດ.

ໃນບາງປະເພດທຸລະກິດທີ່ມີຄວາມຈຳເປັນ ຂະແໜງການທີ່ກ່ຽວຂ້ອງມີສິດກຳນົດທຶນ ຈົດທະບຽນຕ່ຳສຸດ ເພື່ອເປັນເງື່ອນໄຂສຳລັບການຂຶ້ນທະບຽນວິສາຫະກິດ ແຕ່ຕ້ອງໄດ້ຮັບ ຄວາມເຫັນດີຈາກລັດຖະບານເທົ່ານັ້ນ.

ທຶນທີ່ແຈ້ງຂຶ້ນທະບຽນວິສາຫະກິດຕ້ອງມີຈິງ ຢູ່ ສປປ ລາວ ຕາມລະບຽບກົດໝາຍ, ໃນກໍລະນີທີ່ລະເມີດຜູ້ລະເມີດຕ້ອງຮັບຜິດ ຊອບຕໍ່ໜ້າກົດໝາຍສະຖານແຈ້ງຂໍ້ມູນທີ່ບໍ່ເປັນຈິງຕໍ່ ທາງລັດຖະການ.


ໝວດທີ  3

ຊື່ວິສາຫະກິດ


ມາດຕາ  21.        ການເລືອກຊື່ວິສາຫະກິດ

ວິສາຫະກິດ ອາດຈະໃສ່ຊື່ ຫຼື ນາມສະກຸນຂອງຜູ້ໜຶ່ງ ຫຼື ຫຼາຍຄົນກໍໄດ້ ຫຼື ຈະໃສ່ຊື່ ໃດໜຶ່ງກໍໄດ້ຕາມການຕົກລົງກັນ. ຜູ້ທີ່ຈອງຊື່ວິສາຫະກິດກ່ອນ ມີບູລິມະສິດໃນຊື່ວິສາຫະກິດນັ້ນ ກ່ອນ. ວິສາຫະກິດຮູບການ ຫຼື ຮູບແບບໃດ ຕ້ອງມີຊື່ຂອງວິສາຫະກິດຮູບການ ຫຼື ຮູບແບບ ນັ້ນຕິດນຳທຸກຄັ້ງ.

ຊື່ວິສາຫະກິດທີ່ຈອງໄວ້ຈະຕົກໄປ ຖ້າວິສາຫະກິດນັ້ນຫາກບໍ່ໄດ້ຮັບການຂຶ້ນທະບຽນວິ ສາຫະກິດ.

ພາຍຫຼັງໄດ້ຂຶ້ນທະບຽນວິສາຫະກິດແລ້ວ ຜູ້ດຳເນີນທຸລະກິດຕ້ອງຕິດປ້າຍຊື່ວິສາຫະກິດ ຂອງຕົນ.


ມາດຕາ 22.        ຊື່ວິສາຫະກິດທີ່ເກືອດຫ້າມ

ຊື່ວິສາຫະກິດທີ່ເກືອດຫ້າມມີດັ່ງນີ້:

  1. ຊື່ຄຸມເຄືອ, ຄ້າຍຄື ຫຼື ຊ້ຳກັນ ກັບຊື່ວິສາຫະກິດອື່ນໃນຂອບເຂດແຂວງ, ນະ ຄອນດຽວກັນ  ຫຼື  ຊື່ຂອງວິສາຫະກິດອື່ນ ຊຶ່ງເປັນທີ່ຮູ້ຈັກຢ່າງກວ້າງຂວາງ;
  2. ຊື່ຂັດກັບວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ ຫຼື ຂັດກັບຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ;
  3. ຊື່ຂອງປະເທດ, ຊື່ຂອງອົງການຈັດຕັ້ງສາກົນ, ຊື່ ແລະ ເອກະລັກດ້ານວັດທະນະ ທຳ ຫຼື ປູຊະນີຍະສະຖານຂອງຊາດ;
  4. ຊື່ທີ່​ຄື ຫຼື ຄ້າຍ​ຄື​ຊື່​ຂອງ​ຮູບການ ຫຼື ຮູບ​ແບບ​ວິ​ສາ​ຫະກິດ.

 

ມາດຕາ 23.        ການໃຫ້ຄົນອື່ນໃຊ້ຊື່ວິສາຫະກິດ ຫຼື ທະບຽນວິສາຫະກິດ

ການໃຫ້ຄົນອື່ນໃຊ້ຊື່ວິສາຫະກິດ ຫຼື ທະບຽນວິສາຫະກິດ ເພື່ອດຳເນີນທຸລະກິດຕ້ອງ ເຮັດເປັນລາຍລັກອັກສອນ ແລະ ປະຕິບັດຕາມກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາຂອງ ສປປ ລາວ.

ໃນກໍລະນີທີ່ບໍ່ໄດ້ມອບສິດໃຫ້ໃຊ້ຊື່ ຫຼື ທະບຽນວິສາຫະກິດເປັນລາຍລັກອັກສອນ ແຕ່ ຫາກມີຫຼັກຖານວ່າເຈົ້າຂອງຊື່ວິສາຫະກິດ ຫຼື ທະບຽນວິສາຫະກິດຮູ້ ແຕ່ບໍ່ທັກທ້ວງ ຫຼື ຄັດ ຄ້ານ  ຫຼື ໃຫ້ການສະໜັບສະໜູນ  ກໍໃຫ້ຖືວ່າເປັນການມອບສິດດັ່ງກ່າວຢ່າງຖືກຕ້ອງ.


ມາດຕາ 24.        ຄວາມຮັບຜິດຊອບຕໍ່ການໃຫ້ຄົນອື່ນໃຊ້ຊື່ວິສາຫະກິດ ຫຼື ທະບຽນວິສາຫະກິດ

ຜູ້ທີ່ອະນຸຍາດໃຫ້ບຸກຄົນອື່ນໃຊ້ຊື່ື່ວິສາຫະກິດ ຫຼື ທະບຽນວິສາຫະກິດຂອງຕົນຕ້ອງຮັບ ຜິດຊອບຕໍ່ບຸກຄົນທີສາມຕາມສັນຍາທີ່ໄດ້ຕົກລົງກັນ  ຫຼື ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ຜູ້ທີ່ອະນຸຍາດໃຫ້ບຸກຄົນທີ່ຂາດຄວາມສາມາດທາງດ້ານການປະພຶດ ໃຊ້ຊື່ວິສາຫະກິດ ຫຼື ທະບຽນວິສາຫະກິດຂອງຕົນ ຕ້ອງຮັບຜິດຊອບຕໍ່ການກະທຳຂອງບຸກຄົນດັ່ງກ່າວ.

ຜູ້ທີ່ອະນຸຍາດໃຫ້ບຸກຄົນ  ຫຼື ນິຕິບຸກຄົນ ທີ່ກົດໝາຍເກືອດຫ້າມ ໃຊ້ຊື່ວິສາຫະກິດ ຫຼື ທະບຽນວິສາຫະກິດຂອງຕົນ ຕ້ອງຮັບຜິດຊອບຕໍ່ການກະທຳຮ່ວມກັນກັບບຸກຄົນ ຫຼື ນິຕິບຸກຄົນ ດັ່ງກ່າວ. ການດຳເນີນທຸລະກິດຂອງຜູ້ທີ່ໄດ້ຮັບອະນຸຍາດນັ້ນ ຖືວ່າເປັນການດຳເນີນທຸລະກິດ ໂດຍບໍ່ໄດ້ຂຶ້ນທະບຽນວິສາຫະກິດ.

ບໍລິສັດລັດ ບໍ່ອະນຸຍາດໃຫ້ບຸກຄົນ ຫຼື ນິຕິບຸກຄົນອື່ນໃຊ້ຊື່ວິສາຫະກິດ ຫຼື ທະບຽນວິ ສາຫະກິດຂອງຕົນ. ໃນກໍລະນີທີ່ມີການລະເມີດ ຜູ້ລະເມີດນັ້ນຕ້ອງຮັບຜິດຊອບຕໍ່ບຸກຄົນທີສາມ ດ້ວຍຕົນເອງ.


ມາດຕາ 25.        ການໂອນ ແລະ ຂໍ້ຫ້າມໃນການໂອນຊື່ວິສາຫະກິດ

ຊື່ວິສາຫະກິດຈະໂອນໄດ້ກໍຕໍ່ເມື່ອ:

  1. ເປັນການໂອນຊື່ວິສາຫະກິດໄປພ້ອມກັບການໂອນວິສາຫະກິດທັງໝົດ ລວມທັງສິດ ແລະ ພັນທະ;
  2. ເປັນການໂອນຊື່ວິສາຫະກິດຂອງວິສາຫະກິດທີ່ໄດ້ຍຸບເລີກທຸລະກິດທັງໝົດຢ່າງ ຖືກຕ້ອງ.

ພາຍຫຼັງການໂອນຊື່ວິສາຫະກິດຕາມຂໍ້ໜຶ່ງເທິງນີ້ ໄດ້ດຳເນີນຢ່າງຖືກຕ້ອງແລ້ວ ຜູ້ ຮັບໂອນ ຕ້ອງແຈ້ງໃຫ້ລູກໜີ້ ແລະ ເຈົ້າໜີ້ຂອງວິສາຫະກິດຊາບພາຍໃນກຳນົດ ຫົກສິບວັນ ແລະ ແຈ້ງໃຫ້ ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຊາບພາຍໃນກຳນົດ ຫ້າວັນ ລັດຖະ ການ ນັບແຕ່ວັນຮັບໂອນເປັນຕົ້ນໄປ.

ການໂອນຊື່ວິສາຫະກິດທີ່ບໍ່ຖືກຕ້ອງທຸກຮູບແບບ ລວມທັງການຜູກຂາດຕະຫຼາດໂດຍ ການໂອນຊື່ວິສາຫະກິດລ້ວນແຕ່ຖືກເກືອດຫ້າມ. ໃນກໍລະນີທີ່ມີການລະເມີດ ຜູ້ໂອນ ແລະ ຜູ້ ຮັບໂອນ ຕ້ອງຮັບຜິດຊອບຕໍ່ການກະທຳຂອງຕົນ ຕາມລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ.

ບໍລິສັດລັດບໍ່ອະນຸຍາດໃຫ້ໂອນຊື່ວິສາຫະກິດຂອງຕົນ ໃຫ້ວິສາຫະກິດປະເພດອື່ນ.


ມາດຕາ 26.        ການຍຸບເລີກຊື່ວິສາຫະກິດ

ຊື່ວິສາຫະກິດຈະຖືກຍຸບເລີກພ້ອມດຽວກັນກັບການຍຸບເລີກຂອງວິສາຫະກິດ. ພາຍຫຼັງ ຊື່ວິສາຫະກິດໄດ້ຖືກຍຸບເລີກແລ້ວ ເຈົ້າຂອງຊື່ວິສາຫະກິດຕ້ອງປົດປ້າຍຊື່ວິສາຫະກິດອອກພາຍ ໃນເຈັດວັນ  ນັບແຕ່ວັນມີແຈ້ງການໃຫ້ຍຸບເລີກເປັນຕົ້ນໄປ.

ສຳລັບບຸກຄົນ ຫຼື ນິຕິບຸກຄົນ ທີ່ຍັງນຳໃຊ້ຊື່ວິສາຫະກິດ ຫຼື ທະບຽນວິສາຫະກິດທີ່ຍຸບ ເລີກແລ້ວນັ້ນ ໃຫ້ຖືວ່າຜູ້ກ່ຽວເຄື່ອນໄຫວທຸລະກິດໂດຍບໍ່ໄດ້ຂຶ້ນທະບຽນວິສາຫະກິດ.


ພາກ​ທີ III

ວິສາຫະກິດສ່ວນບຸກຄົນ


ມາດຕາ 27.        ການຍື່ນຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ຜູ້ທີ່ມີຈຸດປະສົງຢາກແຈ້ງຂຶ້ນທະບຽນວິສາຫະກິດສ່ວນບຸກຄົນ ຕ້ອງຍື່ນຄຳຮ້ອງໂດຍມີ ເນື້ອໃນຕົ້ນຕໍດັ່ງນີ້:

  1. ຊື່ວິສາຫະກິດ ແລະ ປະເພດທຸລະກິດ;
  2. ຊື່, ທີ່ຢູ່ ແລະ ສັນຊາດຂອງເຈົ້າຂອງວິສາຫະກິດ ແລະ ຜູ້ຈັດການ;
  3. ທີ່ຕັ້ງວິສາຫະກິດ;
  4. ທຶນຈົດທະບຽນ.



ມາດຕາ 28.        ສິດ ແລະ ໜ້າທີ່ ຂອງເຈົ້າຂອງວິສາຫະກິດ

ເຈົ້າຂອງວິສາຫະກິດສ່ວນບຸກຄົນ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ບໍລິຫານຈັດການວິສາຫະກິດດ້ວຍຕົນເອງ ຫຼື ຈ້າງບຸກຄົນອື່ນມາບໍລິຫານຈັດການ ແທນ;
  2. ຕົກລົງກ່ຽວກັບການນຳໃຊ້ຜົນກຳໄລ ຫຼື ບັນຫາອື່ນໆ ກ່ຽວກັບວິສາຫະກິດຂອງຕົນ ແຕ່ພຽງຜູ້ດຽວ;
  3. ຖືບັນຊີຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການບັນຊີວິສາຫະກິດ;
  4. ປະຕິບັດພັນທະຕ່າງໆຕໍ່ລັດ;
  5. ປະຕິບັດສິດ ແລະ ໜ້າທີ່ອື່ນໆຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.


ມາດຕາ  29.  ຜູ້ຈັດການ           

ຜູ້ຈັດການຂອງວິສາຫະກິດສ່ວນບຸກຄົນ ອາດຈະແມ່ນເຈົ້າຂອງວິສາຫະກິດເອງ ຫຼື ອາດຈະຈ້າງບຸກຄົນພາຍນອກຜູ້ໜຶ່ງ  ຫຼື  ຫຼາຍຄົນມາເປັນຜູ້ຈັດການກໍໄດ້ຜູ້ຈັດການທີ່ເປັນ ບຸກຄົນພາຍນອກໄດ້ຮັບຄ່າຕອບແທນຕາມການຕົກລົງກັບເຈົ້າຂອງວິສາຫະກິດສ່ວນບຸກຄົນ.

ວິສາຫະກິດສ່ວນບຸກຄົນທີ່ມີຜູ້ຈັດການຫຼາຍຄົນນັ້ນ ອາດຈະໃຫ້ຜູ້ຈັດການໃດໜຶ່ງເປັນຜູ້ ຊີ້ນຳລວມ ແລະ ມີອຳນາດໃນການເຮັດສັນຍາໃນນາມວິສາຫະກິດສ່ວນບຸກຄົນແຕ່​ພຽງ​ຜູ້​ດຽວ ກັບບຸກຄົນພາຍນອກ. ຜູ້ຈັດການດັ່ງກ່າວ ເອີ້ນວ່າ ຜູ້ຈັດການທົ່ວໄປບົດບັນຍັດນີ້ໃຫ້ນຳ ໃຊ້ລວມໄປເຖິງຜູ້ຈັດການຂອງວິສາຫະກິດຮຸ້ນສ່ວນ ແລະ ບໍລິສັດຈຳກັດຜູ້ດຽວດ້ວຍ.

ຜູ້ຈັດການເຄື່ອນໄຫວວຽກງານທັງໝົດຂອງຕົນ  ບົນພື້ນຖານສິດ ແລະ ໜ້າທີ່ທີ່ໄດ້ ກຳນົດໄວ້ໃນສັນຍາ ແລະ ຕ້ອງຢູ່ພາຍໃຕ້ການຄວບຄຸມຂອງຜູ້ເປັນເຈົ້າຂອງ.

ຜູ້ຈັດການ ອາດຈະມອບບາງວຽກງານຂອງຕົນ  ໃຫ້ບຸກຄົນອື່ນເຮັດຊ່ວຍກໍໄດ້.


ມາດຕາ 30.        ສັນຍາຈ້າງຜູ້ຈັດການ

ສັນຍາຈ້າງຜູ້ຈັດການ ຕ້ອງເຮັດເປັນລາຍລັກອັກສອນ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ. ເນື້ອໃນຂອງສັນຍາຕ້ອງກຳນົດລະອຽດກ່ຽວກັບສິດ, ໜ້າທີ່, ຄ່າຈ້າງ, ຄວາມຮັບຜິດຊອບຂອງຄູ່ສັນຍາ ແລະ ການຍົກເລີກສັນຍາ.

ສາຍພົວພັນລະຫວ່າງເຈົ້າຂອງວິສາຫະກິດຜູ້ຈັດການ  ແລະ ບຸກຄົນພາຍນອກ  ແມ່ນໃຫ້ປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງ.


ມາດຕາ 31.        ການຍຸບເລີກ ແລະ ການຊຳລະສະສາງ

ວິສາຫະກິດສ່ວນບຸກຄົນ ຈະຖືກຍຸບເລີກໃນກໍລະນີ  ດັ່ງນີ້:

  1. ເຈົ້າຂອງວິສາຫະກິດສ່ວນບຸກຄົນຕັດສິນໃຈຍຸບເລີກ;
  2. ສານຕັດສິນໃຫ້ຍຸບເລີກ;
  3. ລົ້ມລະລາຍ;
  4. ເຈົ້າຂອງວິສາຫະກິດເສັຍຊີວິດ  ຫຼື  ຂາດຄວາມສາມາດທາງດ້ານການປະພຶດ ໂດຍບໍ່ມີຜູ້ສືບທອດ.

ໃນກໍລະນີທີ່ວິສາຫະກິດສ່ວນບຸກຄົນຫາກຍຸບເລີກ ຜູ້ເປັນເຈົ້າຂອງມີພັນທະຊຳລະສະ ສາງດ້ວຍຕົນເອງ ຫຼື ແຕ່ງຕັ້ງບຸກຄົນພາຍນອກມາເປັນຜູ້ຊຳລະສະສາງແທນກໍໄດ້ ເວັ້ນເສັຍ ແຕ່ການຍຸບເລີກດ້ວຍຄຳຕັດສິນຂອງສານ ຫຼື ການລົ້ມລະລາຍຂອງວິສາຫະກິດສ່ວນບຸກຄົນ ຊຶ່ງຕ້ອງແມ່ນສານເປັນຜູ້ແຕ່ງຕັ້ງຜູ້ຊຳລະສະສາງ.


ພາກທີ IV

ວິສາຫະກິດຮຸ້ນສ່ວນ

ໝວດທີ  1

ຫຼັກການລວມຂອງວິສາຫະກິດຮຸ້ນສ່ວນ


ມາດຕາ 32.        ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນ

ຜູ້​ປະກອບ​ທຶນ​ໃນ​ວິ​ສາ​ຫະກິດ​ຮຸ້ນ​ສ່ວນ​ ເອີ້ນວ່າ ຂາ​ຮຸ້ນ.

ຂາ​ຮຸ້ນຂອງວິສາຫະກິດຮຸ້ນສ່ວນ ​ອາດຈະ​ເປັນ​ບຸກຄົນ ຫຼື ນິຕິບຸກຄົນ​ກໍ​ໄດ້.


ມາດຕາ 33.        ສັນຍາສ້າງຕັ້ງວິສາຫະກິດຮຸ້ນສ່ວນ

ສັນຍາສ້າງຕັ້ງວິສາຫະກິດຮຸ້ນສ່ວນ ຕ້ອງເຮັດເປັນລາຍລັກອັກສອນ ໂດຍສອດຄ່ອງ ກັບກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ ຂອງ ສປປ ລາວ.

ສັນຍາສ້າງຕັ້ງວິສາຫະກິດຮຸ້ນສ່ວນ ຕ້ອງມີເນື້ອໃນຕົ້ນຕໍດັ່ງນີ້:

  1. ຊື່ວິສາຫະກິດ;
  2. ວັດຖຸປະສົງຂອງການດຳເນີນທຸລະກິດ;
  3. ຊື່, ສະຖານທີ່ຕັ້ງຂອງສຳນັກງານໃຫຍ່ ແລະ ສາຂາທັງໝົດຖ້າມີ;   
  4. ທຶນກຳນົດ ຫຼື ມູນຄ່າຮຸ້ນຂອງວິສາຫະກິດຮຸ້ນສ່ວນ ໂດຍແບ່ງເປັນເງິນ, ວັດຖຸ ຫຼື ແຮງງານ;
  5. ຊື່, ທີ່ຢູ່ ແລະ ສັນຊາດບັນດາຂາຮຸ້ນ ຂອງວິສາຫະກິດຮຸ້ນສ່ວນ;            
  6. ຊື່ ແລະ ລາຍເຊັນ ບັນດາຂາຮຸ້ນ ຂອງວິສາຫະກິດຮຸ້ນສ່ວນ.

ທຶນກຳນົດຕາມທີ່ໄດ້ກ່າວມາໃນຂໍ້ 4 ຂອງມາດຕານີ້ ແມ່ນທຶນຈົດທະບຽນຂອງວິສາ ຫະກິດຮຸ້ນສ່ວນ.


ມາດຕາ 34.        ຖານະນິຕິບຸກຄົນຂອງວິສາຫະກິດຮຸ້ນສ່ວນ

ຖານະນິຕິບຸກຄົນຂອງວິສາຫະກິດຮຸ້ນສ່ວນປະກອບດ້ວຍ:

  1. ຊື່ຂອງວິສາຫະກິດຮຸ້ນສ່ວນ;
  2. ສະຖານທີ່ຕັ້ງສຳນັກງານໃຫຍ່ ລວມທັງສາຂາ ຖ້າມີ;
  3. ຊັບສົມບັດ ແລະ ທຶນ;
  4. ກົດລະບຽບຂອງວິສາຫະກິດຮຸ້ນສ່ວນ;
  5. ຄວາມຮັບຜິດຊອບຕໍ່ໜີ້ສິນ ​ຕາມ​ຮູບ​ແບບ​ຂອງ​ວິ​ສາ​ຫະກິດຮຸ້ນສ່ວນ;
  6. ຄວາມສາມາດທາງດ້ານກົດໝາຍໃນການປະຕິບັດສິດ ແລະ ພັນທະຂອງຕົນ, ເປັນ ໂຈດ  ຫຼື ຈຳເລີຍຄືບຸກຄົນທຳມະດາ.


ມາດຕາ 35.        ສາຂາຂອງວິສາຫະກິດຮຸ້ນສ່ວນ

ວິສາຫະກິດຮຸ້ນສ່ວນ ທີ່ຂຶ້ນທະບຽນວິສາຫະກິດ ຢູ່ ສປປ ລາວ ບໍ່ຈຳເປັນຕ້ອງຂຶ້ນທະ ບຽນວິສາຫະກິດສາຂາຂອງຕົນອີກ ແລະ ສາຂາດັ່ງກ່າວບໍ່ມີຖານະເປັນນິຕິບຸກຄົນທີ່ແຍກອອກ ຕ່າງຫາກຈາກວິສາຫະກິດຮຸ້ນສ່ວນ.

ສາຂາຕັ້ງຢູ່ບ່ອນໃດຕ້ອງແຈ້ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຢູ່ບ່ອນນັ້ນຊາບ.

ສາຂາຂອງວິສາຫະກິດຮຸ້ນສ່ວນຕ່າງປະເທດ ທີ່ມາຕັ້ງຢູ່ ສປປ ລາວ ຕ້ອງຂຶ້ນທະບຽນ ວິສາຫະກິດຕາມກົດໝາຍສະບັບນີ້.

ການຕັ້ງສາຂາວິສາຫະກິດຮຸ້ນສ່ວນຂອງລາວ ຢູ່ຕ່າງປະເທດແມ່ນໃຫ້ປະຕິບັດຕາມລະ ບຽບກົດໝາຍຂອງປະເທດນັ້ນ.

ການຮ້ອງຟ້ອງສາຂາຂອງນິຕິບຸກຄົນພາຍໃນ ຫຼື ຕ່າງປະເທດ ຢູ່ ສປປ ລາວ ໃຫ້ຖື ວ່າເປັນການຮ້ອງຟ້ອງນິຕິບຸກຄົນນັ້ນ. ບົດບັນຍັດນີ້ໃຫ້ລວມເຖິງນິຕິບຸກຄົນຂອງຕ່າງປະເທດ ທີ່ມີສາຂາຕັ້ງ ຢູ່ ສປປ ລາວ.


ມາດຕາ 36.        ກົດລະບຽບຂອງວິສາຫະກິດຮຸ້ນສ່ວນ

ກົດລະບຽບຂອງວິສາຫະກິດຮຸ້ນສ່ວນຕ້ອງມີເນື້ອໃນຕົ້ນຕໍດັ່ງນີ້:

  1. ເນື້ອໃນ ຕາມທີ່ບົ່ງໄວ້ໃນ ຂໍ້ 1 ຫາ ຂໍ້ 5 ມາດຕາ 33 ຂອງກົດໝາຍສະບັບນີ້;
  2. ຊື່, ທີ່ຢູ່ ແລະ ສັນຊາດຜູ້ຈັດການຂອງວິສາຫະກິດຮຸ້ນສ່ວນ. ໃນກໍລະນີທີ່ຂາຮຸ້ນ ອື່ນບໍ່ໄດ້ເປັນຜູ້ຈັດການຮ່ວມກັນ ອາດຈະກຳນົດກ່ຽວກັບຂໍ້ຈຳກັດຕໍ່ການໃຊ້ອຳ ນາດຂອງຜູ້ຈັດການ;
  3. ວິທີການແບ່ງປັນຜົນກຳໄລ ແລະ ຄວາມຮັບຜິດຊອບຕໍ່ການຫຼຸບທຶນຂອງວິສາຫະ ກິດຮຸ້ນສ່ວນ;
  4. ວິທີ ແລະ ກຳນົດເວລາໃນການຖອກຮຸ້ນ;
  5. ການບໍລິຫານຈັດການ;
  6. ກອງປະຊຸມ ແລະ ວິທີລົງມະຕິ;
  7. ວິທີແກ້ໄຂຂໍ້ຂັດແຍ່ງ;
  8. ການຍຸບເລີກ ແລະ ການຊຳລະສະສາງ.

ເນື້ອໃນຂໍ້ໜຶ່ງຂອງມາດຕານີ້ ຕ້ອງປະກອບເຂົ້າໃນຂໍ້ຄວາມແຈ້ງຂຶ້ນທະບຽນວິສາຫະ ກິດ  ເວັ້ນເສັຍແຕ່ວິສາຫະກິດຮຸ້ນສ່ວນໃດໜຶ່ງຕ້ອງການປະກອບເນື້ອໃນເພີ້ມເຕີມອີກ.

ກົດລະບຽບຂອງວິສາຫະກິດຮຸ້ນສ່ວນ ຕ້ອງມີລາຍເຊັນຂອງຜູ້ຈັດການ.


ມາດຕາ 37.        ການປ່ຽນແປງເນື້ອໃນສັນຍາສ້າງຕັ້ງ ຫຼື ກົດລະບຽບ

ການປ່ຽນແປງເນື້ອໃນສັນຍາ ຫຼື ກົດລະບຽບຂອງວິສາຫະກິດຮຸ້ນສ່ວນ ຕ້ອງໄດ້ ຮັບສຽງເປັນເອກະສັນຈາກຂາຮຸ້ນທຸກຄົນ ເວັ້ນເສັຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ.

ມະຕິກອງປະຊຸມກ່ຽວກັບການແກ້ໄຂ, ປ່ຽນແປງເນື້ອໃນສັນຍາ ຫຼື ກົດລະບຽບດັ່ງ ກ່າວຕ້ອງໄດ້ນຳໄປແຈ້ງຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງ ພາຍໃນກຳນົດສິບວັນລັດ ຖະການນັບແຕ່ວັນທີ່ກອງປະຊຸມຂາຮຸ້ນໄດ້ມີມະຕິປ່ຽນແປງເປັນຕົ້ນໄປ.


ໝວດທີ  2

ວິສາຫະກິດຮຸ້ນສ່ວນສາມັນ


. ການຂຶ້ນທະບຽນວິສາຫະກິດ ແລະການພົວພັນພາຍໃນຂອງວິສາຫະກິດຮຸ້ນສ່ວນສາມັນ


ມາດຕາ 38.        ການຍື່ນຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ການຍື່ນຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ຂອງວິສາຫະກິດຮຸ້ນສ່ວນສາມັນ  ຕ້ອງ ປະກອບດ້ວຍເອກະສານຕົ້ນຕໍດັ່ງນີ້:

  1. ໃບຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ;
  2. ສັນຍາສ້າງຕັ້ງວິສາຫະກິດຮຸ້ນສ່ວນສາມັນ ພ້ອມດ້ວຍລາຍຊື່ ແລະ ລາຍເຊັນຂອງ ຂາຮຸ້ນທັງໝົດ;
  3. ຊື່, ທີ່ຢູ່ ແລະ ສັນຊາດຂອງຜູ້ຈັດການ ໃນກໍລະນີທີ່ຂາຮຸ້ນຕົກລົງບໍ່ເປັນຜູ້ຈັດການ ຮ່ວມກັນ;
  4. ກົດລະບຽບຂອງວິສາຫະກິດຮຸ້ນສ່ວນສາມັນ.

ຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ ຕ້ອງມີລາຍເຊັນຂອງຜູ້ຈັດການ.


ມາດຕາ 39.        ການປະກອບທຶນ

ທຶນຂອງວິສາຫະກິດຮຸ້ນສ່ວນສາມັນ ໄດ້ມາຈາກການປະກອບທຶນຂອງບັນດາຂາຮຸ້ນ. ການປະກອບທຶນ ອາດຈະປະກອບເປັນເງິນ, ເປັນວັດຖຸ  ຫຼື  ເປັນແຮງງານກໍໄດ້.

ການປະກອບທຶນເປັນວັດຖຸ  ຫຼື ແຮງງານ ຕ້ອງຕີມູນຄ່າເປັນເງິນຫ້າມບໍ່ໃຫ້ຈົດມູນ ຄ່າທຶນທີ່ປະກອບເປັນແຮງງານລົງໃນບັນຊີສະຫຼຸບຊັບສົມບັດ ຂອງວິສາຫະກິດຮຸ້ນສ່ວນສາມັນ.

ວິທີການ ແລະ ກຳນົດເວລາໃນການຖອກຮຸ້ນ  ຕາມທີ່ໄດ້ບົ່ງໄວ້ໃນວັກໜຶ່ງ ຂອງມາດ ຕານີ້ ແມ່ນຂຶ້ນກັບການຕົກລົງຂອງບັນດາຂາຮຸ້ນກ່ອນການຂຶ້ນທະບຽນວິສາຫະກິດ  ຂາຮຸ້ນ ຕ້ອງຖອກຮຸ້ນໃຫ້ຄົບຕາມທີ່ໄດ້ຕົກລົງກັນ.

ນອກຈາກທຶນທີ່ກ່າວມາໃນວັກໜຶ່ງຂອງມາດຕານີ້ ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາ ມັນຍັງມີສິດນຳເອົາຊັບທີ່ເປັນກຳມະສິດຂອງຕົນ ເຂົ້າໃນການດຳເນີນກິດຈະການໃດໜຶ່ງຂອງວິ ສາຫະກິດຮຸ້ນສ່ວນສາມັນນັ້ນຕາມການຕົກລົງກັນ.

ວິທີການນຳໃຊ້ທຶນດັ່ງທີ່ກ່າວມາໃນວັກສີ່ຂອງມາດຕານີ້ ລວມທັງຄວາມຮັບຜິດຊອບ ແລະ ການແບ່ງປັນຜົນກຳໄລ ແມ່ນຂຶ້ນກັບການຕົກລົງຂອງບັນດາຂາຮຸ້ນ.


ມາດຕາ 40.        ຮຸ້ນ

ຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນ ບໍ່ຈຳເປັນຕ້ອງມີມູນຄ່າ ຫຼື ອັດຕາສ່ວນທີ່ເທົ່າກັນ.

ພາຍຫຼັງທີ່ຂາຮຸ້ນຖອກຮຸ້ນ ຕາມທີ່ໄດ້ກຳນົດໃນວັກສາມມາດຕາ 39 ຂອງກົດໝາຍ ສະບັບນີ້ແລ້ວ ວິສາຫະກິດຮຸ້ນສ່ວນສາມັນຕ້ອງອອກໃບຮຸ້ນຕາມອັດຕາສ່ວນທີ່ໄດ້ຖອກໃຫ້ບັນ ດາຂາຮຸ້ນ.  

ໃບຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນບໍ່ສາມາດປ່ຽນມືໄດ້.


ມາດຕາ 41.        ຜູ້ຈັດການ

ຂາຮຸ້ນທັງໝົດຂອງວິສາຫະກິດຮຸ້ນສ່ວນສາມັນ ສາມາດເປັນຜູ້ຈັດການຮ່ວມກັນ ຫຼື ແຕ່ງຕັ້ງຂາຮຸ້ນຜູ້ໜຶ່ງ ຫຼື ຈຳນວນໜຶ່ງເປັນຜູ້ຈັດການແທນກໍໄດ້.

ຜູ້ຈັດການ ແມ່ນຕົວແທນຂອງວິສາຫະກິດຮຸ້ນສ່ວນສາມັນ ແລະ ຂາຮຸ້ນອື່ນ. ຜູ້ຈັດການບໍ່ມີເງິນເດືອນ ຫຼື  ເງິນບຳເນັດຈາກການປະຕິບັດໜ້າທີ່ຂອງຕົນ  ເວັ້ນເສັຍແຕ່ໄດ້ ຕົກລົງກັນໄວ້ຢ່າງອື່ນ.

ຜູ້ຈັດການວິສາຫະກິດຮຸ້ນສ່ວນສາມັນ ອາດຈະເປັນບຸກຄົນພາຍນອກກໍໄດ້. ຜູ້ຈັດການ ທີ່ມາຈາກບຸກຄົນພາຍນອກຈະໄດ້ຮັບເງິນເດືອນ ຫຼື ​ເງິນບຳເນັດຕາມການຕົກລົງຂອງບັນດາ ຂາຮຸ້ນ.



ມາດຕາ 42.        ການແຕ່ງຕັ້ງ ຫຼື ປົດຕຳແໜ່ງຜູ້ຈັດການ

ການແຕ່ງຕັ້ງ ຫຼື ການປົດຕຳແໜ່ງຜູ້ຈັດການ ຕ້ອງໄດ້ຮັບຄະແນນສຽງເປັນເອກະສັນ ຈາກບັນດາຂາຮຸ້ນ ເວັ້ນເສັຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ. ການລົງຄະແນນສຽງໃຫ້ຖືເອົາໜຶ່ງ ຄົນຕໍ່ໜຶ່ງສຽງ.

ຂາຮຸ້ນທີ່ຈະຖືກແຕ່ງຕັ້ງ ຫຼື ປົດຕຳແໜ່ງເປັນຜູ້ຈັດການ ບໍ່ມີສິດລົງຄະແນນສຽງ.


ມາດຕາ 43.        ສິດ ແລະ ໜ້າທີ່ຂອງຜູ້ຈັດການ

ຜູ້ຈັດການມີສິດ ແລະ ໜ້າທີ່ດັ່ງນີ້:

  1. ປະຕິບັດໜ້າທີ່ເພື່ອຜົນປະໂຫຍດຂອງວິສາຫະກິດຮຸ້ນສ່ວນສາມັນຢ່າງເຕັມສ່ວນ  ແລະ ດ້ວຍຄວາມຊື່ສັດ;
  2. ປະຕິບັດສິດ ແລະ ໜ້າທີ່ ຕາມທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງວິສາຫະກິດ ຮຸ້ນສ່ວນສາມັນ;
  3. ຈ້າງບຸກຄົນພາຍນອກເພື່ອມາຊ່ວຍໃນກິດຈະການໃດໜຶ່ງ ຂອງວິສາຫະກິດຮຸ້ນ ສ່ວນສາມັນທີ່ຕົນຮັບຜິດຊອບ.

ໃນກໍລະນີທີ່ມີຂາຮຸ້ນຫຼາຍຄົນ ເປັນຜູ້ຈັດການຮ່ວມກັນ ຕ້ອງດຳເນີນການບໍລິຫານຈັດ ການວິສາຫະກິດຮຸ້ນສ່ວນສາມັນ ໂດຍຖືຕາມສຽງສ່ວນຫຼາຍ ຫຼື ອາດຈະຕົກລົງກັນຢ່າງໃດຢ່າງ ໜຶ່ງກໍໄດ້ ຕາມທີ່ໄດ້ບົ່ງໄວ້ໃນກົດລະບຽບ. ການລົງຄະແນນສຽງໃຫ້ຖືເອົາໜຶ່ງຄົນຕໍ່ໜຶ່ງສຽງ.

ໃນກໍລະນີທີ່ຜູ້ຈັດການຜູ້ດຽວ, ຜູ້ກ່ຽວມີອຳນາດໃນການບໍລິຫານຈັດການ ວິສາຫະກິດ ຮຸ້ນສ່ວນສາມັນແຕ່ພຽງຜູ້ດຽວ ເວັ້ັ້ນເສັຍແຕ່ໄດ້ກຳນົດຂໍ້ຈຳກັດໄວ້ຢ່າງອື່ນ.

ຂໍ້ຈຳກັດຕາມທີ່ໄດ້ກ່າວມາໃນ ວັກສາມ ຂອງມາດຕານີ້   ລ້ວນແຕ່ບໍ່ມີຜົນຕໍ່ບຸກຄົນ ພາຍນອກ  ຖ້າບໍ່ໄດ້ກຳນົດຂໍ້ຈຳກັດດັ່ງກ່າວໄວ້ໃນສຳນວນທະບຽນວິສາຫະກິດ.


ມາດຕາ 44.        ສິດ ແລະ ໜ້າທີ່ຂອງຂາຮຸ້ນ

ຂາຮຸ້ນມີສິດ ແລະ ໜ້າທີ່ດັ່ງນີ້:       

  1. ສອບຖາມກ່ຽວກັບສະພາບຮອບດ້ານຂອງວິສາຫະກິດຮຸ້ນສ່ວນສາມັນໄດ້ທຸກເວລາ;
  2. ກວດສອບ ຫຼື ອັດສຳເນົາເອກະສານບັນຊີ ແລະ ເອກະສານອື່ນໆຂອງວິສາຫະ ກິດຮຸ້ນສ່ວນສາມັນ;
  3. ໄດ້ຮັບເງິນປັນຜົນ ແລະ ຮັບຜິດຊອບຕໍ່ສ່ວນຫຼຸບທຶນ ຕາມທີ່ໄດ້ຕົກລົງກັນ;
  4. ຮັບຜິດຊອບຕໍ່ໜີ້ສິນທັງໝົດຂອງວິສາຫະກິດຮຸ້ນສ່ວນສາມັນໂດຍບໍ່ຈຳກັດ;
  5. ໃຊ້ສິດຢັບຢັ້ງ, ຄັດຄ້ານ ຫຼື ທັກທ້ວງ ຖ້າໄດ້ມີການຕົກລົງກັນ ແຕ່ຕ້ອງໄດ້ກຳນົດ ໃຫ້ລະອຽດກ່ຽວກັບກໍລະນີ ແລະ ວິທີການນຳໃຊ້ສິດດັ່ງກ່າວໄວ້ໃນກົດລະບຽບ;
  6. ໄດ້ຮັບສ່ວນແບ່ງຄືນຈາກພູດທີ່ຕົນປະກອບທຶນ ແລະ ກຳໄລຕາມການຕົກລົງ ໃນ  ເມື່ອວິສາຫະກິດຮຸ້ນສ່ວນສາມັນຍຸບເລີກ.


ມາດຕາ 45.        ການຮັບຂາຮຸ້ນໃໝ່ ແລະ ການໂອນຮຸ້ນ

ວິສາຫະກິດຮຸ້ນສ່ວນສາມັນບໍ່ສາມາດຮັບຂາຮຸ້ນໃໝ່ ແລະ ຂາຮຸ້ນແຕ່ລະຄົນບໍ່ສາມາດ ໂອນຮຸ້ນໃຫ້ກັນໄດ້ ເວັ້ນເສັຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ.

ໃນກໍລະນີທີ່ຫາກຕົກລົງກັນໃຫ້ຮັບຂາຮຸ້ນໃໝ່ ຫຼື ໂອນຮຸ້ນໄດ້ນັ້ນ ຕ້ອງໄດ້ຮັບຄວາມ ເຫັນດີເປັນເອກະສັນຈາກຂາຮຸ້ນທັງໝົດ.

ການຮັບເອົາຂາຮຸ້ນໃໝ່ສາມາດປະຕິບັດໄດ້ດ້ວຍວິທີການໂອນຮຸ້ນໃຫ້ບຸກຄົນພາຍນອກ ຫຼື ດ້ວຍການໃຫ້ບຸກຄົນພາຍນອກຊື້ຮຸ້ນໃນສ່ວນທີ່ເພີ້ມຂຶ້ນໃໝ່.

ພາຍຫຼັງຕົກລົງຮັບຂາຮຸ້ນໃໝ່  ຫຼື ໂອນຮຸ້ນໃຫ້ກັນແລ້ວ  ຕ້ອງແຈ້ງໃຫ້ເຈົ້າໜ້າທີ່ທະ ບຽນວິສາຫະກິດທີ່ກ່ຽວຂ້ອງຊາບຢ່າງຊ້າບໍ່ໃຫ້ເກີນຫ້າວັນລັດຖະການ ນັບແຕ່ວັນຕົກລົງຮັບ ຫຼື ໂອນ ເປັນຕົ້ນໄປ.

ວິສາຫະກິດຮຸ້ນສ່ວນສາມັນທີ່ເຫຼືອພຽງຂາຮຸ້ນແຕ່ຜູ້ດຽວ ດ້ວຍການໂອນຮຸ້ນ ຫຼື ດ້ວຍສາ ເຫດອື່ນ ຈະພາໃຫ້ວິສາຫະກິດຮຸ້ນສ່ວນສາມັນດັ່ງກ່າວຖືກຍຸບເລີກ.

ໃນກໍລະນີທີ່ຊື່ຂອງວິສາຫະກິດຮຸ້ນສ່ວນສາມັນຕັ້ງຂຶ້ນ ໂດຍການປະກອບຈາກຊື່ຂອງ ບັນດາຂາຮຸ້ນ ເມື່ອຂາຮຸ້ນໃດໜຶ່ງອອກໄປ  ວິສາຫະກິດຮຸ້ນສ່ວນສາມັນມີສິດລຶບຊື່ຂອງຂາຮຸ້ນ ດັ່ງກ່າວອອກຈາກຊື່ຂອງວິສາຫະກິດຮຸ້ນສ່ວນສາມັນໄດ້.


ມາດຕາ 46.        ການກະທຳ ຫຼື ການດຳເນີນທຸລະກິດທີ່ເກືອດຫ້າມສຳລັບຂາຮຸ້ນ

ການກະທຳ ຫຼື ການດຳເນີນທຸລະກິດຂອງບັນດາຂາຮຸ້ນທີ່ເປັນການແຂ່ງຂັນກັບທຸ ລະກິດ ຂອງວິສາຫະກິດຮຸ້ນສ່ວນສາມັນຂອງຕົນ  ລ້ວນແຕ່ຖືກເກືອດຫ້າມ.

ການກະທຳ ຫຼື ທຸລະກິດ ທີ່ຖືວ່າເປັນການແຂ່ງຂັນກັບວິສາຫະກິດຮຸ້ນສ່ວນສາມັນ ມີດັ່ງນີ້:

  1. ການດຳເນີນທຸລະກິດ ທີ່ຄ້າຍຄືກັບວັດຖຸປະສົງຂອງວິສາຫະກິດຮຸ້ນສ່ວນສາມັນໃນ ນາມຕົນເອງ;
  2. ການດຳເນີນທຸລະກິດ ທີ່ຄ້າຍຄືກັບວັດຖຸປະສົງຂອງວິສາຫະກິດຮຸ້ນສ່ວນສາມັນ ໃນນາມບຸກຄົນອື່ນເຊັ່ນ: ການເປັນຜູ້ຈັດການ ຫຼື ການເປັນຜູ້ອຳນວຍການໃຫ້ວິ ສາຫະກິດອື່ນ;
  3. ການເປັນຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນ ຫຼື ວິສາຫະກິດຮຸ້ນສ່ວນຈຳກັດ ອື່ນ ຊຶ່ງມີຄວາມຮັບຜິດຊອບຕໍ່ໜີ້ສິນໂດຍບໍ່ຈຳກັດ.

ຕໍ່ການລະເມີດຂໍ້ເກືອດຫ້າມຕາມມາດຕານີ້ ວິສາຫະກິດຮຸ້ນສ່ວນສາມັນ ມີສິດທວງເອົາ ຜົນກຳໄລທັງໝົດທີ່ໄດ້ມາຈາກການກະທຳ  ຫຼື ການດຳເນີນທຸລະກິດທີ່ລະເມີດດັ່ງກ່າວຂອງ ຂາຮຸ້ນ  ຫຼື  ຮ້ອງຟ້ອງໃຫ້ຍຸບເລີກວິສາຫະກິດຮຸ້ນສ່ວນສາມັນ.


ມາດຕາ 47.        ການຍົກເວັ້ນສຳລັບຂໍ້ຫ້າມ

ຂໍ້ເກືອດຫ້າມຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 46 ຂອງກົດໝາຍສະບັບນີ້ ອາດຈະ ຖືກຍົກເວັ້ນເມື່ອ:

  1. ໄດ້ຮັບຄວາມເຫັນດີເປັນເອກະສັນຈາກຂາຮຸ້ນອື່ນ;
  2. ການກະທຳ ຫຼື ການດຳເນີນທຸລະກິດຂອງຂາຮຸ້ນໃດໜຶ່ງ ໄດ້ມີມາກ່ອນການເຂົ້າ ຮຸ້ນ ຊຶ່ງບໍ່ໄດ້ຮັບການຄັດຄ້ານຈາກຂາຮຸ້ນອື່ນ.


. ການພົວພັນຂອງວິສາຫະກິດຮຸ້ນສ່ວນສາມັນກັບບຸກຄົນພາຍນອກ


ມາດຕາ 48.        ຄວາມຮັບຜິດຊອບຕໍ່ໜີ້ສິນ

ຂາຮຸ້ນແຕ່ລະຄົນຕ້ອງຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດຮຸ້ນສ່ວນສາມັນໂດຍບໍ່ຈຳກັດ. ເຈົ້າໜີ້ມີສິດທວງໜີ້ນຳແຕ່ລະຂາຮຸ້ນໄດ້ ພາຍຫຼັງທີ່ໄດ້ທວງນຳວິສາຫະກິດຮຸ້ນສ່ວນ ສາມັນແລ້ວ ແຕ່ບໍ່ໄດ້ຮັບການຊຳລະ.

ບັນດາຂາຮຸ້ນສາມາດຕົກລົງກ່ຽວກັບອັດຕາສ່ວນຄວາມຮັບຜິດຊອບຂອງແຕ່ລະຄົນ ຕໍ່ໜີ້ສິນ ຫຼື ການຫຼຸບທຶນຂອງວິສາຫະກິດຮຸ້ນສ່ວນສາມັນ ແຕ່ການຕົກລົງນັ້ນບໍ່ມີຜົນຕໍ່ບຸກຄົນ ພາຍນອກ.

ຂາຮຸ້ນຈະຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດຮຸ້ນສ່ວນສາມັນ  ກໍຕໍ່ເມື່ອ:

  1. ເປັນໜີ້ສິນທີ່ເກີດຂຶ້ນຈາກການປະຕິບັດໜ້າທີ່ ຕາມກົດລະບຽບຂອງວິສາຫະກິດຮຸ້ນ ສ່ວນສາມັນ ຂອງຜູ້ຈັດການ ຫຼື ຂອງຂາຮຸ້ນອື່ນ;
  2. ເປັນໜີ້ສິນທີ່ເກີດຂຶ້ນຈາກການປະຕິບັດໜ້າທີ່ໃດໜຶ່ງ ເພື່ອບັນລຸວັດຖຸປະສົງຂອງວິ ສາຫະກິດຮຸ້ນສ່ວນສາມັນ ແລະ ການກະທຳດັ່ງກ່າວໄດ້ຮັບຮອງເອົາໂດຍຂາຮຸ້ນ ທັງໝົດ.

       

ມາດຕາ 49.        ສິດໄດ້ຮັບຜົນປະໂຫຍດ

ຂາຮຸ້ນທຸກຄົນ ລ້ວນແຕ່ມີສິດໄດ້ຮັບຜົນປະໂຫຍດຂອງວິສາຫະກິດຮຸ້ນສ່ວນສາມັນ ທີ່ ໄດ້ມາຈາກການພົວພັນກັບບຸກຄົນພາຍນອກໃນນາມວິສາຫະກິດ ບໍ່ວ່າຜົນປະໂຫຍດນັ້ນຈະໄດ້ ມາຈາກການໃຊ້ຊື່ຂອງວິສາຫະກິດຮຸ້ນສ່ວນສາມັນ  ຫຼື ບໍ່ໃຊ້ຊື່ນັ້ນກໍຕາມ.


ມາດຕາ 50.        ຄວາມຮັບຜິດຊອບຂອງຂາຮຸ້ນທີ່ອອກ ແລະ ຂາຮຸ້ນເຂົ້າໃໝ່

ຂາຮຸ້ນທີ່ອອກຈາກວິສາຫະກິດຮຸ້ນສ່ວນສາມັນ ຕ້ອງຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະ ກິດຮຸ້ນສ່ວນສາມັນ ທີ່ເກີດຂຶ້ນກ່ອນການອອກຈາກວິສາຫະກິດຮຸ້ນສ່ວນສາມັນຂອງຕົນ.

ຄວາມຮັບຜິດຊອບດັ່ງກ່າວຈະສິ້ນສຸດລົງ ພາຍໃນກຳນົດໜຶ່ງປີ ນັບແຕ່ວັນທີ່ຜູ້ກ່ຽວຖືກ ຕົກລົງໃຫ້ອອກໄປ ເວັ້ນເສັຍແຕ່ມີການຕົກລົງໄລຍະຮັບຜິດຊອບໄວ້ຍາວກວ່ານີ້.

ຂາຮຸ້ນທີ່ເຂົ້າມາໃໝ່ຕ້ອງຮັບຜິດຊອບຕໍ່ໜີ້ສິນທັງໝົດຂອງວິສາຫະກິດຮຸ້ນສ່ວນສາມັນ  ເວັ້ນເສັຍແຕ່ໄດ້ມີການຕົກລົງກັນໄວ້ຢ່າງອື່ນ ແຕ່ການຕົກລົງດັ່ງກ່າວບໍ່ມີຜົນຕໍ່ບຸກຄົນພາຍ ນອກ.


. ການຄວບວິສາຫະກິດຮຸ້ນສ່ວນສາມັນ


ມາດຕາ 51.        ການຄວບວິສາຫະກິດຮຸ້ນສ່ວນສາມັນ

ວິສາຫະກິດຮຸ້ນສ່ວນສາມັນໜຶ່ງ ສາມາດຄວບເຂົ້າກັບໜຶ່ງ ຫຼື ຫຼາຍວິສາຫະກິດຮຸ້ນສ່ວນ ສາມັນອື່ນໄດ້ ເພື່ອກາຍເປັນວິສາຫະກິດຮຸ້ນສ່ວນສາມັນເດີມໃດໜຶ່ງ ຫຼື ວິສາຫະກິດຮຸ້ນສ່ວນສາ ມັນໃໝ່.

ວິສາຫະກິດຮຸ້ນສ່ວນສາມັນຈະຄວບກັນໄດ້ ກໍຕໍ່ເມື່ອປະຕິບັດຕາມເງື່ອນໄຂລຸ່ມນີ້:

  1. ໄດ້ຮັບຄວາມເຫັນດີເປັນເອກະສັນຈາກກອງປະຊຸມຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນທີ່ຈະຄວບ ເວັ້ນເສັຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ. ມະຕິຂອງກອງປະຊຸມດັ່ງ ກ່າວຕ້ອງແຈ້ງຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ພາຍໃນກຳນົດສິບວັນລັດຖະການ ນັບແຕ່ວັນມີມະຕິຄວບນັ້ນເປັນຕົ້ນໄປ;
  2. ຕ້ອງແຈ້ງກ່ຽວກັບການຄວບ ທາງສື່ມວນຊົນໃດໜຶ່ງທີ່ເໝາະສົມຢ່າງໜ້ອຍໜຶ່ງຄັ້ງ ພາຍໃນກຳນົດສິບວັນລັດຖະການ ນັບແຕ່ວັນມີມະຕິການຄວບເປັນຕົ້ນໄປໃຫ້ເຈົ້າ ໜີ້ຂອງຕົນຊາບ ເພື່ອສະແດງຄຳຄັດຄ້ານພາຍໃນກຳນົດເວລາຫົກສິບວັນ ນັບແຕ່ ວັນທີ່ເຈົ້າໜີ້ໄດ້ຮັບແຈ້ງເພື່ອຄັດຄ້ານເປັນຕົ້ນໄປ ແລະ ເຈົ້າໜີ້ບໍ່ຄັດຄ້ານ ຫຼື ບໍ່ ຕອບພາຍໃນກຳນົດເວລາດັ່ງກ່າວ;
  3. ໄດ້ຂຶ້ນທະບຽນວິສາຫະກິດໃໝ່.  

  

ມາດຕາ 52.        ການຄັດຄ້ານການຄວບ ແລະ ຜົນຂອງການຄວບ

ວິສາຫະກິດຮຸ້ນສ່ວນສາມັນ  ທີ່ຖືກຄັດຄ້ານການຄວບຈາກເຈົ້າໜີ້ໃດໜຶ່ງນັ້ນ  ບໍ່ສາ ມາດຄວບກັນໄດ້ ເວັ້ນເສັຍແຕ່ໄດ້ມີການຊຳລະສະສາງໜີ້ສິນໃຫ້ເຈົ້າໜີ້ດັ່ງກ່າວກ່ອນເທົ່ານັ້ນ.

ການຄວບວິສາຫະກິດຮຸ້ນສ່ວນສາມັນ ບໍ່ແມ່ນການຍຸບເລີກວິສາຫະກິດ ແລະ ບໍ່ພາໃຫ້ ສິດ ແລະ ຄວາມຮັບຜິດຊອບເກົ່າຕົກໄປ.


. ການຍຸບເລີກວິສາຫະກິດຮຸ້ນສ່ວນສາມັນ


ມາດຕາ 53.        ສາເຫດຂອງການຍຸບເລີກ

ວິສາຫະກິດຮຸ້ນສ່ວນສາມັນ ອາດຈະຍຸບເລີກດ້ວຍສາເຫດສາມປະການຄື: ການຍຸບ ເລີກດ້ວຍການຕົກລົງກັນລະຫວ່າງຂາຮຸ້ນ, ການຍຸບເລີກຕາມຄຳຕັດສິນຂອງສານ ແລະ ການຍຸບເລີກ ດ້ວຍສາເຫດທາງດ້ານກົດໝາຍ.

ການຍຸບເລີກວິສາຫະກິດຮຸ້ນສ່ວນສາມັນ ບໍ່ວ່າຈະເກີດຂຶ້ນດ້ວຍສາເຫດໃດກໍຕາມ  ຕ້ອງແຈ້ງການຍຸບເລີກຊົ່ວຄາວນຳເຈົ້າໜ້າທີ່ທະບຽນວິສາຫະກິດ ພາຍໃນກຳນົດສິບວັນລັດຖະ ການ  ນັບແຕ່ວັນທີ່ມີສາເຫດໃຫ້ຍຸບເລີກເປັນຕົ້ນໄປ.


ມາດຕາ 54.        ການຍຸບເລີກດ້ວຍການຕົກລົງກັນຂອງຂາຮຸ້ນ

ວິສາຫະກິດຮຸ້ນສ່ວນສາມັນ ສາມາດຍຸບເລີກໄດ້ດ້ວຍການຕົກລົງເປັນເອກະສັນຂອງ ບັນດາຂາຮຸ້ນເມື່ອໃດກໍໄດ້.


ມາດຕາ 55.        ການຍຸບເລີກຕາມຄຳຕັດສິນຂອງສານ

ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນໃດໜຶ່ງສາມາດຮ້ອງຂໍຕໍ່ສານ ເພື່ອພິຈາລະນາ ໃຫ້ວິສາຫະກິດຮຸ້ນສ່ວນສາມັນຂອງຕົນຍຸບເລີກ ເມື່ອເຫັນວ່າ:

  1. ການດຳເນີນທຸລະກິດຂອງວິສາຫະກິດຮຸ້ນສ່ວນສາມັນຫຼຸບທຶນ ແລະ ບໍ່ສາມາດແກ້ ໄຂໄດ້;
  2. ມີເຫດສຸດວິໄສ ທີ່ພາໃຫ້ວິສາຫະກິດຮຸ້ນສ່ວນສາມັນ ບໍ່ສາມາດດຳເນີນທຸລະກິດຕໍ່ ໄປໄດ້;
  3. ຕົນໄດ້ຖືກຫຼອກລວງໃຫ້ຫຼົງເຊື່ອ ຫຼື ຖືກບັງຄັບໃຫ້ເຂົ້າເປັນຂາຮຸ້ນ;
  4. ຂາຮຸ້ນໃດໜຶ່ງໄດ້  ຫຼື ກຳລັງມີການກະທຳທີ່ຈົງໃຈລະເມີດສັນຍາຂອງຂາຮຸ້ນ ຫຼື ກົດລະບຽບ ຫຼື ມີການກະທຳທີ່ເປັນການປະໝາດເລີ່ນເລີ້ ຊຶ່ງສ້າງຄວາມເສັຍ ຫາຍຢ່າງຮ້າຍແຮງຕໍ່ວິສາຫະກິດຮຸ້ນສ່ວນສາມັນ.

ຂາຮຸ້ນທີ່ຮ້ອງຂໍໃຫ້ສານພິຈາລະນາຍຸບເລີກ ຕ້ອງບໍ່ແມ່ນຜູ້ທີ່ເປັນຕົ້ນເຫດຂອງກໍລະນີ ດັ່ງກ່າວຂ້າງເທິງ.

ບັນດາຂາຮຸ້ນຈະຮ້ອງຂໍຕໍ່ສານພິຈາລະນາໃຫ້ຂາຮຸ້ນທີ່ເປັນຕົ້ນເຫດ ໃຊ້ແທນຄ່າເສັຍ ຫາຍ ຫຼື ໃຫ້ອອກຈາກການເປັນຂາຮຸ້ນແທນການຍຸບເລີກກໍໄດ້. ໃນກໍລະນີນີ້ວິສາຫະກິດຮຸ້ນ ສ່ວນສາມັນຕ້ອງແບ່ງຊັບສິນຂອງວິສາຫະກິດໃຫ້ຜູ້ກ່ຽວ ຕາມມູນຄ່າຕົວຈິງໃນເວລາແບ່ງປັນ ຊັບສິນດັ່ງກ່າວ ໂດຍຫັກຄ່າເສັຍຫາຍທີ່ຜູ້ກ່ຽວໄດ້ສ້າງຂຶ້ນອອກ ເວັ້ນເສັຍແຕ່ບັນດາຂາຮຸ້ນໄດ້ ຕົກກັນໄວ້ຢ່າງອື່ນ.


ມາດຕາ 56.        ການຍຸບເລີກດ້ວຍສາເຫດທາງກົດໝາຍ

ວິສາຫະກິດຮຸ້ນສ່ວນສາມັນ ອາດຈະຍຸບເລີກ ດ້ວຍສາເຫດທາງກົດໝາຍໃດໜຶ່ງດັ່ງນີ້:

  1. ການຍຸບເລີກຕາມທີ່ໄດ້ກຳນົດໄວ້ໃນສັນຍາ ຫຼື ກົດລະບຽບຂອງວິສາຫະກິດຮຸ້ນ ສ່ວນສາມັນ;
  2. ວິສາຫະກິດຮຸ້ນສ່ວນສາມັນເຫຼືອຂາຮຸ້ນຜູ້ດຽວ;
  3. ຂາຮຸ້ນໃດໜຶ່ງເສັຍຊີວິດ, ລົ້ມລະລາຍ ຫຼື ຂາດຄວາມສາມາດທາງດ້ານການປະ ພຶດ ເວັ້ນເສັຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ;
  4. ການຍຸບເລີກ ຕາມທີ່ໄດ້ກຳນົດໄວ້ໃນໝວດທີ 2 ແລະພາກທີ II  ຂອງກົດ ໝາຍສະບັບນີ້.

ໃນກໍລະນີທີ່ຂາຮຸ້ນໃດໜຶ່ງເສັຍຊີວິດ ແຕ່ວິສາຫະກິດຮຸ້ນສ່ວນສາມັນບໍ່ໄດ້ຍຸບເລີກ ຜູ້ສືບທອດຂອງຜູ້ເສັຍຊີວິດມີສິດໄດ້ຮັບຊັບສິນຂອງຜູ້ເສັຍຊີວິດຢ່າງເຕັມສ່ວນ ໃນເວລາແບ່ງ ປັນຜົນກຳໄລ ຫຼື ແບ່ງປັນຊັບສິນຂອງວິສາຫະກິດຮຸ້ນສ່ວນສາມັນ.


ມາດຕາ 57.        ຜົນ​ສະທ້ອນຂອງ​ການ​ຍຸບ​ເລີກຊົ່ວຄາວ

ຜົນສະທ້ອນຂອງການຍຸບເລີກຊົ່ວຄາວ ຂອງວິສາຫະກິດຮຸ້ນສ່ວນສາມັນມີດັ່ງນີ້:

  1. ຂາຮຸ້ນຖືກງົດສິດຊົ່ວຄາວໃນການຮຽກຮ້ອງຜົນປະໂຫຍດຈາກວິສາຫະກິດຮຸ້ນສ່ວນສາມັນ;
  2. ຄວາມຮັບຜິດຊອບຂອງບັນດາຂາຮຸ້ນ ທີ່ຍັງຄ້າງຊຳລະຄ່າຮຸ້ນບໍ່ຕົກໄປ;
  3. ຢຸດຕິການຊຳລະສະສາງຊົ່ວຄາວ ແລະ ໜີ້ທີ່ຕ້ອງຮັບຂອງວິສາຫະກິດ ຕ້ອງເອົາ ມາຊຳລະ;
  4. ວິສາຫະກິດຮຸ້ນສ່ວນສາມັນບໍ່ມີສິດເຄື່ອນໄຫວທຸລະກິດ ແຕ່ຍັງຄົງມີຖານະນິຕິບຸກ ຄົນຢູ່ໄລຍະໜຶ່ງຈົນກວ່າໄດ້ແຈ້ງການຍຸບເລີກ ແລະ ຖອນທະບຽນວິສາຫະກິດ ຢ່າງຖາວອນ ເພື່ອສືບຕໍ່ວຽກທີ່ຍັງຄ້າງໃຫ້ສຳເລັດ ແລະ ດຳເນີນການຊຳລະສະ ສາງ.


. ການຊຳລະສະສາງຂອງວິສາຫະກິດຮຸ້ນສ່ວນສາມັນ


ມາດຕາ 58.        ວິທີການຊຳລະສະສາງ

ບັນດາຂາຮຸ້ນສາມາດຕົກລົງກັນ ເພື່ອເລືອກເອົາວິທີການແບ່ງປັນຊັບສິນ ຫຼື ການ ຊຳລະສະສາງ ຕາມທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງວິສາຫະກິດຮຸ້ນສ່ວນສາມັນ ຫຼື ຕາມ ການຕົກລົງກັນຂອງບັນດາຂາຮຸ້ນ ເວັ້ນເສັຍແຕ່ກໍລະນີການຍຸບເລີກທີ່ມີສາເຫດມາຈາກການ ລົ້ມລະລາຍ, ສານຕັດສິນໃຫ້ຍຸບເລີກ, ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນເຫຼືອພຽງຜູ້ ດຽວ.


ມາດຕາ 59.        ການແຕ່ງຕັ້ງ ຫຼື ປົດຜູ້ຊຳລະສະສາງ

ການຊຳລະສະສາງຂອງວິສາຫະກິດຮຸ້ນສ່ວນສາມັນ ອາດຈະດຳເນີນໂດຍຜູ້ຈັດການ ຫຼື ຂາຮຸ້ນທັງໝົດເປັນຜູ້ຊຳລະສະສາງຮ່ວມກັນ ຫຼືແຕ່ງຕັ້ງໃຫ້ຂາຮຸ້ນໃດໜຶ່ງ ຫຼືບຸກຄົນພາຍ ນອກມາທຳການຊຳລະສະສາງແທນກໍໄດ້. ການແຕ່ງຕັ້ງດັ່ງກ່າວຕ້ອງໄດ້ຮັບຄະແນນສຽງເປັນ ເອກະສັນຈາກບັນດາຂາຮຸ້ນ.

ໃນກໍລະນີທີ່ຄະແນນສຽງຂອງຂາຮຸ້ນ ເພື່ອເລືອກຜູ້ຊຳລະສະສາງບໍ່ພຽງພໍຕາມທີ່ກ່າວ ມາ ໃນວັກໜຶ່ງຂອງມາດຕານີ້ ບັນດາຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນ ສາມາດຮ້ອງຂໍ ໃຫ້ສານເປັນຜູ້ແຕ່ງຕັ້ງ.

ຜູ້ຊຳລະສະສາງທີ່ກຳນົດໄວ້ໃນມາດຕານີ້ ແລະ ມາດຕາ 60 ຂອງກົດໝາຍສະບັບນີ້ ໄດ້ຮັບການແຕ່ງຕັ້ງມາດ້ວຍຮູບການໃດ ກໍຈະຖືກປົດດ້ວຍຮູບການນັ້ນ.


ມາດຕາ 60.        ການແຕ່ງຕັ້ງຜູ້ຊຳລະສະສາງດ້ວຍສານ

ການແຕ່ງຕັ້ງຜູ້ຊຳລະສະສາງ ໃນກໍລະນີຂອງການຍຸບເລີກວິສາຫະກິດຮຸ້ນສ່ວນສາມັນ ຍ້ອນການລົ້ມລະລາຍ, ຕາມຄຳຕັດສິນຂອງສານ ຫຼື ວິສາຫະກິດຮຸ້ນສ່ວນສາມັນເຫຼືອພຽງຂາ ຮຸ້ນດຽວ ແມ່ນສານເປັນຜູ້ແຕ່ງຕັ້ງເທົ່ານັ້ນ.

ວິສາຫະກິດຮຸ້ນສ່ວນສາມັນ ທີ່ຍຸບເລີກໂດຍມີສາເຫດມາຈາກການເສັຍຊີວິດຂອງຂາ ຮຸ້ນໃດໜຶ່ງນັ້ນ ຜູ້ສືບທອດຂອງຂາຮຸ້ນທີ່ເສັຍຊີວິດ ມີສິດເປັນ ຫຼື ເຂົ້າຮ່ວມເປັນຜູ້ຊຳລະສະ ສາງໄດ້

ໃນກໍລະນີທີ່ຜູ້ສືບທອດມີຫຼາຍຄົນ ໃຫ້ແຕ່ງຕັ້ງຄົນໃດຄົນໜຶ່ງເປັນຜູ້ຕາງໜ້າແທນ.


ມາດຕາ 61.        ການແຕ່ງຕັ້ງແທນຜູ້ຊຳລະສະສາງທີ່ບໍ່ສາມາດປະຕິບັດໜ້າທີ່ໄດ້

ຜູ້ຊຳລະສະສາງທີ່ບໍ່ສາມາດປະຕິບັດໜ້າທີ່ໄດ້ພາຍຫຼັງໄດ້ຮັບການແຕ່ງຕັ້ງ ເນື່ອງຈາກ ສາເຫດໃດໜຶ່ງເຊັ່ນ ເສັຍຊີວິດ ຫຼື ຂາດຄວາມສາມາດທາງດ້ານການປະພຶດ ແມ່ນໃຫ້ຂາຮຸ້ນ ທັງໝົດເປັນຜູ້ຊຳລະສະສາງຮ່ວມກັນ ຈົນກວ່າໄດ້ມີການແຕ່ງຕັ້ງຜູ້ຊຳລະສະສາງໃໝ່ແທນ.

ວິສາຫະກິດຮຸ້ນ​ສ່ວນສາມັນ ຕ້ອງແຈ້ງໃຫ້ມວນຊົນຊາບ ກ່ຽວກັບການແຕ່ງຕັ້ງການປົດ ຫຼື ການສິ້ນສຸດໜ້າທີ່ຂອງຜູ້ຊຳລະສະສາງ ຕາມທີ່ໄດ້ກຳນົດໄວ້ໃນມາດຕານີ້, ມາດຕາ 59 ແລະ ມາດຕາ 60 ຂອງກົດໝາຍສະບັບນີ້ ພາຍໃນກຳນົດສິບວັນລັດຖະການ ນັບແຕ່ວັນແຕ່ງຕັ້ງ, ປົດ ຫຼື  ສິ້ນສຸດໜ້າທີ່ດັ່ງກ່າວເປັນຕົ້ນໄປ.


ມາດຕາ 62.        ສິດ ແລະ ໜ້າທີ່ຂອງຜູ້ຊຳລະສະສາງ

ໃນກໍລະນີທີ່ວິສາຫະກິດຮຸ້ນສ່ວນສາມັນຖືກຍຸບເລີກ, ຜູ້ຊຳລະສະສາງມີສິດ ແລະ ໜ້າ ທີ່ດັ່ງນີ້:

  1. ແຈ້ງເປັນລາຍລັກອັກສອນກ່ຽວກັບການຍຸບເລີກ ໃຫ້ເຈົ້າໜີ້ຂອງວິສາຫະກິດຮຸ້ນ ສ່ວນສາມັນ ແລະ ປະກາດທາງສື່ມວນຊົນໃດໜຶ່ງທີ່ເໝາະສົມ ພາຍໃນກຳນົດ ສິບວັນລັດຖະການ ນັບແຕ່ວັນທີ່ມີສາເຫດຂອງການຍຸບເລີກເປັນຕົ້ນໄປ ເພື່ອໃຫ້ ມວນຊົນຊາບ ແລະ ໃຫ້ເຈົ້າໜີ້ຍື່ນເອກະສານກ່ຽວກັບການເປັນໜີ້ສິນ ຂອງວິສາ ຫະກິດຮຸ້ນສ່ວນສາມັນ;
  2. ເຕົ້າໂຮມຊັບສິນທັງໝົດ, ສ້າງບັນຊີຊັບສິນ ແລະ ໃບສະຫຼຸບຊັບສົມບັດ;
  3. ສືບຕໍ່ເຮັດວຽກຂອງວິສາຫະກິດຮຸ້ນສ່ວນສາມັນ  ທີ່ຍັງຄ້າງຄາໃຫ້ສຳເລັດ;
  4. ໄດ້ຮັບຄ່າຕອບແທນໃນການປະຕິບັດໜ້າທີ່ວຽກງານຂອງຕົນ ໂດຍແມ່ນວິສາຫະກິດ ຮຸ້ນ​ສ່ວນສາມັນເປັນຜູ້ຮັບຜິດຊອບຕາມການຕົກລົງກັນ;
  5. ດຳເນີນມາດຕະການທີ່ຈຳເປັນຕ່າງໆ ແນໃສ່ປົກປັກຮັກສາຊັບສົມບັດ, ທວງໜີ້ ສິນໃຫ້ຄົບຖ້ວນ, ຂາຍ ຫຼື ໂອນຊັບສົມບັດຂອງວິສາຫະກິດຮຸ້ນສ່ວນສາມັນ;
  6. ສົ່ງໃບສະຫຼຸບຊັບສົມບັດ ໃຫ້ຜູ້ກວດສອບບັນຊີ ເພື່ອຢັ້ງຢືນຄວາມຖືກຕ້ອງ;
  7. ລາຍງານກ່ຽວກັບການເຕົ້າໂຮມຊັບສິນ ແລະ ຜົນຂອງວຽກງານຕ່າງໆໃຫ້ເຈົ້າໜີ້ ທີ່ກ່ຽວຂ້ອງ, ຂາຮຸ້ນ  ຫຼື  ສານໃນກໍລະນີທີ່ສານເປັນຜູ້ແຕ່ງຕັ້ງ;
  8. ຮຽກປະຊຸມເຈົ້າໜີ້ ແລະ ຂາຮຸ້ນ ເພື່ອຮັບຮອງ ຫຼື ຕົກລົງບັນຫາຕ່າງໆທີ່ເຫັນວ່າ ຈຳເປັນ ແລະ ຢ່າງໜ້ອຍໃຫ້ຮຽກປະຊຸມ ຫົກ ເດືອນເທື່ອໜຶ່ງ;
  9. ປະຕິບັດໜ້າທີ່ ຕາມທີ່ກອງປະຊຸມຂາຮຸ້ນ ແລະ ເຈົ້າໜີ້ມອບໝາຍໃຫ້;
  10. ລາຍງານໃບສະຫຼຸບຊັບສົມບັດທຸກໆງວດ ໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ;
  11. ຊຳລະສະສາງໜີ້ສິນໃຫ້ເຈົ້າໜີ້ ແລະ ຈັດການແບ່ງປັນຊັບສິນສ່ວນທີ່ເຫຼືອໃຫ້ບັນ ດາຂາຮຸ້ນ;
  12. ໄກ່ເກ່ຍບັນຫາ ຫຼື ຮ້ອງຟ້ອງຕໍ່ສານ ເພື່ອດຳເນີນຄະດີໃນນາມວິສາຫະກິດຮຸ້ນ ສ່ວນສາມັນ;
  13. ຜູ້ຊຳລະສະສາງຕ້ອງລາຍງານຕໍ່ຂາຮຸ້ນ ຫຼື ຕໍ່ສານ ຖ້າຫາກສານເປັນຜູ້ແຕ່ງຕັ້ງ, ເມື່ອເຫັນວ່າຊັບສິນຂອງວິສາຫະກິດຮຸ້ນສ່ວນສາມັນ  ລວມທັງຂອງບັນດາຂາຮຸ້ນ ມີບໍ່ພຽງພໍກັບການຊຳລະສະສາງໜີ້ສິນ. ໃນກໍລະນີທີ່ວິສາຫະກິດຮຸ້ນສ່ວນສາມັນ ບໍ່​ສາມາດ​ແກ້​ໄຂ​ສະພາບໜີ້ສິນຈົນເກີນຄວາມສາມາດຊຳລະໄດ້ ຜູ້ຊຳລະສະສາງ ສາມາດຮ້ອງຟ້ອງຕໍ່ສານ ເພື່ອພິຈາລະນາໃຫ້ລົ້ມລະລາຍ.

ພາຍຫຼັງທີ່ສານຕິບັດຕາມຂັ້ນຕອນ ທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍການລົ້ມລະລາຍ ຂອງວິສາຫະກິດ. ໃນກໍລະນີນີ້ ສິດ  ແລະ ໜ້າທີ່ຂອງຜູ້ຊຳລະສະສາງສິ້ນສຸດລົງ ເມື່ອໄດ້ ມອບໂອນວຽກງານທັງໝົດໃຫ້ຄະນະຄວບຄຸມຊັບສິນແລ້ວ.

 

ມາດຕາ 63.        ການປະຕິບັດໜ້າທີ່ຂອງຜູ້ຊຳລະສະສາງຫຼາຍຄົນ

ການປະຕິບັດໜ້າທີ່ຮ່ວມກັນຂອງຜູ້ຊຳລະສະສາງຫຼາຍຄົນ ຕ້ອງດຳເນີນບົນພື້ນຖານ ຫຼັກການສຽງສ່ວນຫຼາຍ ໂດຍຖືເອົາໜຶ່ງຄົນຕໍ່ໜຶ່ງສຽງ ເວັ້ນເສັຍແຕ່ໄດ້ມີການມອບໝາຍໃຫ້ ແຕ່ລະຄົນປະຕິບັດໜ້າທີ່ຕ່າງກັນ ແຕ່ຕ້ອງໄດ້ແຈ້ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດຊາບ ກ່ຽວ ກັບການມອບໝາຍນີ້ ພາຍໃນກຳນົດສິບວັນລັດຖະການ ນັບແຕ່ວັນໄດ້ຮັບການແຕ່ງຕັ້ງເປັນ ຕົ້ນໄປ.

ຂໍ້ຈຳກັດໃນການນຳໃຊ້ສິດຂອງຜູ້ຊຳລະສະສາງ ລ້ວນແຕ່ບໍ່ມີຜົນຕໍ່ບຸກຄົນພາຍນອກ.


ມາດຕາ 64.        ບູລິມະສິດໃນການຊຳລະສະສາງໜີ້ສິນ ແລະ ການແບ່ງປັນຊັບສິນ

ການຊຳລະສະສາງໜີ້ສິນ ແລະ ການແບ່ງປັນຊັບສິນ ຕ້ອງປະຕິບັດຕາມລຳດັບບູລິ ມະສິດ ດັ່ງນີ້:

  1. ຄ່າແຮງງານຂອງກຳມະກອນ;
  2. ໜີ້ສິນຕໍ່ລັດ ທີ່ບໍ່ເກີດຈາກສັນຍາລະຫວ່າງລັດ ຫຼື ບຸກຄົນ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 4 ຂອງກົດໝາຍວ່າດ້ວຍການຄ້ຳປະກັນການປະຕິບັດສັນຍາ;
  3. ໜີ້ສິນທີ່ມີການຄ້ຳປະກັນ;
  4. ໜີ້ສິນທີ່ບໍ່ມີການຄ້ຳປະກັນ;   
  5. ໜີ້ສິນຂອງວິສາຫະກິດຮຸ້ນສ່ວນສາມັນ  ຕໍ່ບັນດາຂາຮຸ້ນຕາມທີ່ໄດ້ກຳນົດໄວ້ໃນວັກ ສີ່ ແລະ ວັກຫ້າ  ມາດຕາ 39  ຂອງກົດໝາຍສະບັບນີ້;
  6. ແບ່ງປັນຜົນກຳໄລ ຫຼື ການຂາດທຶນໃຫ້ບັນດາຂາຮຸ້ນ;
  7. ສົ່ງຄືນທຶນປະກອບຂອງບັນດາຂາຮຸ້ນ ໃນນີ້ທຶນປະກອບເປັນແຮງງານແມ່ນບໍ່ສາ ມາດທົດແທນຄືນໄດ້ ເວັ້ນເສັຍແຕ່ບັນດາຂາຮຸ້ນໄດ້ມີສັນຍາຕົກລົງກັນກ່ຽວກັບ ເລື່ອງນີ້ ໃນເວລາປະກອບທຶນເທົ່ານັ້ນ.


ມາດຕາ 65.        ໜ້າທີ່ຂອງຜູ້ຊຳລະສະສາງພາຍຫຼັງການຊຳລະສະສາງ

ພາຍຫຼັງສຳເລັດການຈັດການຊຳລະສະສາງແລ້ວ ຜູ້ຊຳລະສະສາງຕ້ອງ:

  1. ກະກຽມບົດຊີ້ແຈງ ແລະ ບົດສະຫຼຸບກ່ຽວກັບບັນຊີການແບ່ງປັນຊັບສິນ ແລະ ການຊຳລະສະສາງໜີ້ສິນ ແລ້ວສົ່ງໃຫ້ກອງປະຊຸມເຈົ້າໜີ້ ແລະ ຂາຮຸ້ນ ເພື່ອຮັບ ຮອງເອົາທັນທີ;
  2. ແຈ້ງໃຫ້ມວນຊົນຊາບກ່ຽວກັບບັນຊີການແບ່ງປັນຊັບສິນ ແລະ ການຊຳລະສະສາງ ໜີ້ສິນພາຍໃນກຳນົດສິບວັນລັດຖະການ ນັບແຕ່ວັນສິ້ນສຸດການແບ່ງປັນຊັບສິນ  ແລະ  ການຊຳລະສະສາງໜີ້ສິນເປັນຕົ້ນໄປ;
  3. ມອບເອກະສານທັງໝົດທີ່ກ່ຽວຂ້ອງກັບການຊຳລະສະສາງ ໃຫ້ວິສາຫະກິດຮຸ້ນ ສ່ວນສາມັນທີ່ກ່ຽວຂ້ອງ ແລະ ຂຶ້ນທະບຽນສິ້ນສຸດການຊຳລະສະສາງນຳເຈົ້າໜ້າ ທີ່ທະບຽນວິສາຫະກິດ.

ມາດຕາ 66.        ຄວາມຮັບຜິດຊອບຂອງຜູ້ຊຳລະສະສາງ

ຜູ້ຊຳລະສະສາງຕ້ອງຮັບຜິດຊອບຕໍ່ການກະທຳຂອງຕົນ  ດັ່ງນີ້:

  1. ການກະທຳທີ່ສ້າງຄວາມເສັຍຫາຍແກ່ວິສາຫະກິດຮຸ້ນສ່ວນສາມັນ ໂດຍເຈດຕະນາ ຫຼື ດ້ວຍຄວາມປະໝາດເລີ່ນເລີ້ຢ່າງຮ້າຍແຮງໃນເວລາປະຕິບັດ ໜ້າທີ່ທີ່ໄດ້ຮັບມອບໝາຍ. ຄວາມປະໝາດເລີ່ນເລີ້ຢ່າງຮ້າຍແຮງ ໝາຍເຖິງການ ເມີນເສີຍບໍ່ກະທຳໃນ ສິ່ງທີ່ຄວນກະທຳ ຫຼື ກະທຳໃນສິ່ງທີ່ຜິດພາດທີ່ຕົນຮູ້ ຫຼຶື ສາມາດຮູ້ໄດ້ເຖິງຄວາມເສັຍຫາຍທີ່ຈະເກີດຂຶ້ນ;
  2. ການກະທຳຕໍ່ຜູ້ມອບໝາຍ ແລະ ຕໍ່ບຸກຄົນພາຍນອກ ຕາມທີ່ໄດ້ກຳນົດໄວ້ໃນກົດ ໝາຍທີ່ກ່ຽວຂ້ອງ.


ມາດຕາ 67.        ການແຈ້ງການຍຸບເລີກ ແລະ ການຖອນທະບຽນວິສາຫະກິດຖາວອນ

ຜູ້ຊຳລະສະສາງ ຕ້ອງແຈ້ງການຍຸບເລີກວິສາຫະກິດຮຸ້ນສ່ວນສາມັນ ຢ່າງຖາວອນ ພາຍ ໃນກຳນົດສິບວັນລັດຖະການ ນຳເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງ ນັບແຕ່ວັນທີ່ໄດ້ແຈ້ງ ໃຫ້ມວນຊົນຊາບ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ ສອງ ມາດຕາ  65  ຂອງກົດໝາຍສະບັບນີ້

ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງຕ້ອງລຶບຊື່ວິສາຫະກິດ ຕາມທີ່ໄດ້ກຳນົດໄວ້ ໃນ ວັກໜຶ່ງ ເທິງນີ້ອອກຈາກບັນຊີທະບຽນວິສາຫະກິດ ແລະ ອອກແຈ້ງການກ່ຽວກັບການ ລຶບຊື່ນັ້ນໃຫ້ ມວນຊົນຊາບພາຍໃນກຳນົດສິບວັນລັດຖະການ ນັບແຕ່ວັນລຶບຊື່ເປັນຕົ້ນໄປ.

ວິສາຫະກິດຮຸ້ນສ່ວນສາມັນ ສິ້ນສຸດສະພາບຄວາມເປັນນິຕິບຸກຄົນ ນັບແຕ່ວັນທີ່ສານ ໄດ້ຕັດສິນໃຫ້ຍຸບເລີກຢ່າງຖາວອນເປັນຕົ້ນໄປ.

ການຍຸບເລີກວິສາຫະກິດຮຸ້ນສ່ວນສາມັນ ຍ້ອນການລົ້ມລະລາຍ ຫຼື ການຄວບຂອງວິ ສາຫະກິດຮຸ້ນສ່ວນສາມັນບໍ່ຈຳເປັນຕ້ອງແຈ້ງກ່ຽວກັບການຍຸບເລີກດັ່ງກ່າວ.

ມາດຕາ 68.        ຄວາມຮັບຜິດຊອບຂອງບັນດາຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນສາມັນ

ບັນດາຂາຮຸ້ນຕ້ອງຮັບຜິດຊອບຮ່ວມກັນ ຕໍ່ໜີ້ສິນຂອງວິສາຫະກິດຮຸ້ນສ່ວນສາມັນ  ທີ່ຍັງຄ້າງຄາ ພາຍໃນກຳນົດສາມປີ ນັບແຕ່ວັນທີ່ສານໄດ້ຕັດສິນໃຫ້ຍຸບເລີກຢ່າງຖາວອນເປັນ ຕົ້ນໄປ.

ໃນກໍລະນີທີ່ໄດ້ກຳນົດໄວ້ໃນວັກໜຶ່ງເທິງນີ້  ແມ່ນໃຫ້ສານເປັນຜູ້ແຕ່ງຕັ້ງຜູ້ຊຳລະສະ ສາງ  ເພື່ອດຳເນີນການຊຳລະສະສາງຈົນກວ່າໜີ້ສິນໄດ້ຮັບການໃຊ້ແທນທັງໝົດ.


ໝວດທີ  3

ວິສາຫະກິດຮຸ້ນສ່ວນຈຳກັດ


. ຫຼັກການທົ່ວໄປ ແລະ ການຂຶ້ນທະບຽນວິສາຫະກິດ


ມາດຕາ 69.        ຄວາມຮັບຜິດຊອບຕໍ່ໜີ້ສິນຂອງຂາຮຸ້ນ

ຂາຮຸ້ນທົ່ວໄປຂອງວິສາຫະກິດຮຸ້ນສ່ວນຈຳກັດ ຮັບຜິດຊອບຕໍ່ໜີ້ສິນຂອງວິສາຫະກິດ ຮຸ້ນສ່ວນຈຳກັດ ໂດຍບໍ່ມີຂອບເຂດຈຳກັດ.

ຂາຮຸ້ນຈຳກັດໜີ້ສິນ ຂອງວິສາຫະກິດຮຸ້ນສ່ວນຈຳກັດ ຮັບຜິດຊອບຕໍ່ໜີ້ສິນຂອງວິສາ ຫະກິດຮຸ້ນສ່ວນຈຳກັດ ບໍ່ເກີນມູນຄ່າຮຸ້ນທີ່ຕົນຍັງບໍ່ທັນຖອກເຕັມເທົ່ານັ້ນ.

ວິສາຫະກິດຮຸ້ນສ່ວນຈຳກັດ ທີ່ຍັງບໍ່ທັນໄດ້ຂຶ້ນທະບຽນວິສາຫະກິດ ໃຫ້ຖືວ່າບັນດາຂາ ຮຸ້ນມີຄວາມຮັບຜິດຊອບຕໍ່ໜີ້ສິນທີ່ເກີດຂຶ້ນໃນໄລຍະສ້າງຕັ້ງ ໂດຍບໍ່ຈຳກັດ.


ມາດຕາ 70.        ການຍື່ນຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ການຍື່ນຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດຂອງວິສາຫະກິດຮຸ້ນສ່ວນຈຳກັດ ແມ່ນໃຫ້ ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນມາດຕາ 38  ຂອງກົດໝາຍສະບັບນີ້.


ການພົວພັນຂອງຂາຮຸ້ນຈຳກັດໜີ້ສິນ

ກັບວິສາຫະກິດຮຸ້ນສ່ວນຈຳກັດ ແລະ ບຸກຄົນພາຍນອກ


ມາດຕາ 71.        ການປະກອບທຶນ

ຂາຮຸ້ນຈຳກັດໜີ້ສິນ ສາມາດປະກອບທຶນເປັນເງິນ ຫຼື ເປັນວັດຖຸກໍໄດ້ ແຕ່ຫ້າມບໍ່ໃຫ້ ປະກອບທຶນເປັນແຮງງານຮຸ້ນຂອງວິສາຫະກິດຮຸ້ນສ່ວນຈຳກັດ ບໍ່ຈຳເປັນຕ້ອງມີມູນຄ່າເທົ່າ ກັນ.

ວິທີ ແລະ ກຳນົດເວລາໃນການປະກອບທຶນ ແມ່ນຂຶ້ນກັບການຕົກລົງ ຂອງບັນດາຂາ ຮຸ້ນ ທຸກຄົນໃນວິສາຫະກິດຮຸ້ນສ່ວນຈຳກັດ.


ມາດຕາ 72.        ການໂອນຮຸ້ນ

ຂາຮຸ້ນຈຳກັດໜີ້ສິນ ສາມາດໂອນຮຸ້ນຂອງຕົນໄດ້ ໂດຍບໍ່ຈຳເປັນຕ້ອງໄດ້ຮັບການເຫັນ ດີເຫັນພ້ອມຈາກບັນດາຂາຮຸ້ນອື່ນການໂອນຮຸ້ນດັ່ງກ່າວ ຈະມີຜົນຕໍ່ບຸກຄົນພາຍນອກ ກໍຕໍ່ ເມື່ອໄດ້ມີການແຈ້ງ ແລະ ການປ່ຽນແປງໃນທະບຽນວິສາຫະກິດ ກ່ອນເທົ່ານັ້ນ.

ໃນກໍລະນີທີ່ຂາຮຸ້ນຈຳກັດໜີ້ສິນ  ພົບບັນຫາໃດໜຶ່ງ ໃຫ້ແກ້ໄຂດັ່ງຕໍ່ໄປນີ້:

  1. ຂາຮຸ້ນເສັຍຊີວິດ ແມ່ນໃຫ້ຜູ້ສືບທອດຂອງຜູ້ເສັຍຊີວິດເຂົ້າມາເປັນຂາຮຸ້ນແທນໄດ້ ເວັ້ນເສັຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ;
  2. ຂາຮຸ້ນລົ້ມລະລາຍ ແມ່ນໃຫ້ນຳເອົາສະເພາະຮຸ້ນຂອງຂາຮຸ້ນທີ່ລົ້ມລະລາຍໄປຂາຍ ເພື່ອມອບໃຫ້ຄະນະຊຳລະສະສາງດຳເນີນການຕາມກົດໝາຍວ່າດ້ວຍການລົ້ມລະ ລາຍຂອງວິສາຫະກິດ. ການເອົາຮຸ້ນຂອງຂາຮຸ້ນທີ່ລົ້ມລະລາຍໄປຂາຍ ຈະເຮັດ ໃຫ້ຂາຮຸ້ນດັ່ງກ່າວພົ້ນຈາກການເປັນຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນຈຳກັດ ແຕ່ວິ ສາຫະກິດຮຸ້ນສ່ວນຈຳກັດຍັງສາມາດດຳເນີນທຸລະກິດຕໍ່ໄປໄດ້;
  3. ຂາຮຸ້ນຂາດຄວາມສາມາດທາງດ້ານການປະພຶດ ແມ່ນໃຫ້ຜູ້ປົກຄອງຂອງຜູ້ກ່ຽວ ເປັນຜູ້ດູແລ ແລະ ຈັດການຜົນປະໂຫຍດແທນ ເວັ້ນເສັຍແຕ່ຂາຮຸ້ນໄດ້ຕົກລົງ ຢ່າງອື່ນໄວ້ກ່ອນແລ້ວ.


ມາດຕາ 73.        ຄວາມຮັບຜິດຊອບໃນການເຂົ້າບໍລິຫານຈັດການວິສາຫະກິດຂອງຂາຮຸ້ນຈຳກັດໜີ້ສິນ

ຂາຮຸ້ນຈຳກັດໜີ້ສິນ ບໍ່ມີສິດເປັນຜູ້ຈັດການເໝືອນກັບຂາຮຸ້ນທົ່ວໄປ ເວັ້ນເສັຍແຕ່ກໍລະ ນີທີ່ໄດ້ຮັບການແຕ່ງຕັ້ງຈາກບັນດາຂາຮຸ້ນທົ່ວໄປ.

ໃນກໍລະນີທີ່ຂາຮຸ້ນຈຳກັດໜີ້ສິນ ດຳເນີນການໃນຖານະເປັນຜູ້ຈັດການ ໂດຍບໍ່ໄດ້ຮັບ ການແຕ່ງຕັ້ງຈະມີຜົນສະທ້ອນຕາມແຕ່ລະກໍລະນີ  ດັ່ງນີ້:

  1. ຕ້ອງຮັບຜິດຊອບຕໍ່ຄວາມເສັຍຫາຍ ທີ່ເກີດຂຶ້ນຕໍ່ວິສາຫະກິດ ແລະ ບຸກຄົນພາຍ ນອກໂດຍບໍ່ຈຳກັດ;
  2. ໃນກໍລະນີທີ່ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນຈຳກັດ ໃຫ້ການສະໜັບສະໜູນ ຫຼື ຮັບຮອງ ຫຼື ມອບໝາຍໃຫ້ເຮັດ ຫຼື ຮູ້ເຖິງການກະທຳດັ່ງກ່າວແຕ່ບໍ່ຄັດຄ້ານແລ້ວ ວິສາຫະ ກິດຮຸ້ນສ່ວນຈຳກັດຕ້ອງຮັບຜິດຊອບຮ່ວມກັນຕໍ່ຜົນເສັຍຫາຍທີ່ເກີດຂຶ້ນ ກັບບຸກຄົນພາຍນອກ.

ການເຂົ້າບໍລິຫານຈັດການວິສາຫະກິດຮຸ້ນສ່ວນຈຳກັດຂອງຂາຮຸ້ນຈຳກັດໜີ້ສິນ ຕາມທີ່ ໄດ້ກ່າວມາໃນຂໍ້ເທິງນີ້ ຈະມີຄວາມຮັບຜິດຊອບໜີ້ສິນໂດຍບໍ່ຈຳກັດຕໍ່ບຸກຄົນພາຍນອກເທົ່າ ນັ້ນ, ສ່ວນຄວາມຮັບຜິດຊອບໜີ້ສິນຈຳກັດຂອງຕົນ ທີ່ມີຕໍ່ວິສາຫະກິດຮຸ້ນສ່ວນຈຳກັດແມ່ນບໍ່ ປ່ຽນແປງໄດ້.


ມາດຕາ 74.        ຜົນຂອງການອະນຸຍາດໃຫ້ໃຊ້ຊື່ວິສາຫະກິດ

ຊື່ວິສາຫະກິດຮຸ້ນສ່ວນຈຳກັດ ໄດ້ມາຈາກການໃຊ້ຊື່  ຫຼື ນາມສະກຸນຂອງຂາຮຸ້ນ ທົ່ວໄປ

ຂາຮຸ້ນຈຳກັດໜີ້ສິນໃດໜຶ່ງ ຫາກອະນຸຍາດໃຫ້ວິສາຫະກິດຮຸ້ນສ່ວນຈຳກັດໃຊ້ຊື່ຂອງ ຕົນ ບໍ່ວ່າຈະເປັນທາງກົງ ຫຼື ທາງອ້ອມ ຜູ້ກ່ຽວຕ້ອງຮັບຜິດຊອບໜີ້ສິນຂອງວິສາຫະກິດຮຸ້ນ ສ່ວນຈຳກັດຕໍ່ບຸກຄົນພາຍນອກເຊັ່ນດຽວກັນກັບຂາຮຸ້ນທົ່ວໄປ, ສ່ວນຄວາມຮັບຜິດຊອບໜີ້ສິນ ຈຳກັດຂອງຕົນທີ່ມີຕໍ່ວິສາຫະກິດຮຸ້ນສ່ວນຈຳກັດແມ່ນບໍ່ປ່ຽນແປງໄດ້.


ມາດຕາ 75.        ເງິນປັນຜົນ ຫຼື ດອກເບັ້ຍ

ຂາຮຸ້ນຈຳກັດໜີ້ສິນ ມີສິດໄດ້ຮັບເງິນປັນຜົນ ຫຼື ດອກເບັ້ຍຈາກການເຄື່ອນໄຫວທຸລະ ກິດ ທີ່ມີກຳໄລຂອງວິສາຫະກິດຮຸ້ນສ່ວນຈຳກັດຕາມອັດຕາສ່ວນ ຫຼື ຕາມຈຳນວນທີ່ໄດ້ຕົກລົງ ກັນ ເວັ້ນເສັຍແຕ່ວິສາຫະກິດຮຸ້ນສ່ວນຈຳກັດຂາດທຶນ ຫຼື ມີທຶນຫຼຸດລົງເນື່ອງຈາກການດຳເນີນ ທຸລະກິດຂາດທຶນສະສົມມາກ່ອນ.

ການຈ່າຍເງິນປັນຜົນ ຫຼື ດອກເບັ້ຍ ແມ່ນໃຫ້ປະຕິບັດໃນທຸກໆທ້າຍປີການບັນຊີ ຕາມ ກົດໝາຍວ່າດ້ວຍການບັນຊີວິສາຫະກິດຂອງ ສປປ ລາວ.

ເງິນປັນຜົນ ຫຼື ດອກເບັ້ຍ ທີ່ວິສາຫະກິດຮຸ້ນສ່ວນຈຳກັດໄດ້ຈ່າຍໄປໂດຍຖືກຕ້ອງແລ້ວ ວິສາຫະກິດຮຸ້ນສ່ວນຈຳກັດບໍ່ສາມາດຮຽກເກັບຄືນໄດ້.


ມາດຕາ 76.        ສິດ ແລະ ໜ້າທີ່ຂອງຂາຮຸ້ນຈຳກັດໜີ້ສິນ

ຂາຮຸ້ນຈຳກັດໜີ້ສິນ ມີສິດ ແລະ ໜ້າທີ່  ດັ່ງນີ້:

  1. ໃຫ້ຄຳເຫັນ, ແນະນຳ ແລະ ສອບຖາມກ່ຽວກັບການເຄື່ອນໄຫວທຸລະກິດ ຂອງວິ ສາຫະກິດຮຸ້ນສ່ວນຈຳກັດຕໍ່ຜູ້ຈັດການ;
  2. ເປັນຜູ້ຈັດການຊຳລະສະສາງຂອງວິສາຫະກິດຮຸ້ນສ່ວນຈຳກັດ ຖ້າໄດ້ຮັບການແຕ່ງ ຕັ້ງ;
  3. ເລືອກຕັ້ງ  ຫຼື ປົດຕຳແໜ່ງຜູ້ຈັດການ ເວັ້ນເສັຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ;
  4. ລົງຄະແນນສຽງກ່ຽວກັບການປັບປຸງດັດແປງກົດລະບຽບ ແລະ ການຍຸບເລີກວິສາ ຫະກິດຮຸ້ນສ່ວນຈຳກັດ. ວິທີລົງຄະແນນສຽງ ແມ່ນໃຫ້ບົ່ງລະອຽດໄວ້ໃນກົດລະ ບຽບຂອງວິສາຫະກິດຮຸ້ນສ່ວນຈຳກັດ;
  5. ດຳເນີນທຸລະກິດອື່ນທີ່ຖືກຕ້ອງຕາມກົດໝາຍ ບໍ່ວ່າທຸລະກິດນັ້ນຄ້າຍຄື ຫຼື ຢ່າງ ດຽວກັນກັບວິສາຫະກິດຮຸ້ນສ່ວນຈຳກັດທີ່ຕົນເປັນຂາຮຸ້ນຢູ່ກໍຕາມ.

ການປະຕິບັດສິດ ແລະ ໜ້າທີ່ຂອງຂາຮຸ້ນຈຳກັດໜີ້ສິນຕາມຂໍ້ ໜຶ່ງ ຫາ ຂໍ້ ຫ້າ ຂອງ ມາດຕານີ້ ບໍ່ຖືວ່າເປັນການເຂົ້າບໍລິຫານຈັດການວິສາຫະກິດຮຸ້ນສ່ວນຈຳກັດ ຕາມທີ່ໄດ້ກຳນົດ ໄວ້ໃນ ມາດຕາ 73  ຂອງກົດໝາຍສະບັບນີ້.


ມາດຕາ 77.        ການນຳໃຊ້ບົດບັນຍັດຂອງວິສາຫະກິດຮຸ້ນສ່ວນສາມັນ

ນອກຈາກ​ບົດ​ບັນຍັດ​ຕ່າງໆ​ ຕາມທີ່​ໄດ້ກຳນົດ​​ໄວ້ໃນໝວດທີ 3 ພາກທີ IV ນີ້​ແລ້ວການ ຂຶ້ນທະບຽນວິສາຫະກິດ, ການພົວພັນພາຍໃນ ແລະ ພາຍນອກຂອງວິສາຫະກິດ, ການຄວບ, ການຍຸບເລີກ ແລະ ການຊຳລະສະສາງຂອງວິສາຫະກິດ ແມ່ນໃຫ້ປະຕິບັດ​ຕາມ​ທີ່ໄດ້ກຳນົດໄວ້ ໃນໝວດທີພາກທີ IV ຂອງກົດໝາຍສະບັບນີ້.


ພາກທີ V

ບໍລິສັດ


ໝວດທີ  1

ຫຼັກການລວມຂອງບໍລິສັດ


ມາດຕາ 78.        ຜູ້ຖືຮຸ້ນຂອງບໍລິສັດ

ຜູ້ປະກອບທຶນໃນບໍລິສັດ ເອີ້ນວ່າຜູ້ຖືຮຸ້ນ.

ຜູ້ຖືຮຸ້ນຮັບຜິດຊອບຕໍ່ໜີ້ສິນຂອງບໍລິສັດ ບໍ່ເກີນມູນຄ່າຮຸ້ນທີ່ຕົນຍັງບໍ່ທັນໄດ້ຖອກເຕັມ ເທົ່ານັ້ນ.

ຜູ້ຖືຮຸ້ນຂອງບໍລິສັດ ອາດຈະມີໜຶ່ງຄົນ ຫຼື ຫຼາຍກວ່ານັ້ນ.

ຜູ້ຖືຮຸ້ນ ຫຼື ຜູ້-ສ້າງຕັ້ງບໍລິສັດ ອາດຈະເປັນບຸກຄົນ ຫຼື ນິຕິບຸກຄົນກໍໄດ້.


ມາດຕາ 79.        ຖານະນິຕິບຸກຄົນ ແລະ ສາຂາຂອງບໍລິສັດ

ບໍລິສັດ ມີຖານະນິຕິບຸກຄົນ ແລະ ສາຂາ ເຊັ່ນດຽວກັນກັບຖານະນິຕິບຸກຄົນ ແລະ ສາຂາ ຂອງວິສາຫະກິດຮຸ້ນສ່ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 34 ແລະ ມາດຕາ 35 ຂອງກົດໝາຍ ສະບັບນີ້.


ມາດຕາ 80.        ກຸ່ມບໍລິສັດ

ບໍລິສັດ ທີ່ຊື້ຮຸ້ນຂອງບໍລິສັດອື່ນ ໃນຈຳນວນທີ່ພຽງພໍ ແລະ ມີອຳນາດຄວບຄຸມການບໍລິ ຫານຈັດການທຸລະກິດຂອງບໍລິສັດນັ້ນ  ເອີ້ນວ່າ ກຸ່ມບໍລິສັດ.

ບໍລິສັດທີ່ຖືກຄວບຄຸມການບໍລິຫານຈັດການ ຕາມທີ່ບົ່ງໄວ້ໃນວັກໜຶ່ງເທິງນີ້ ເອີ້ນວ່າ ບໍລິສັດໃນກຸ່ມ .

ຂອບ​ເຂດການຄວບຄຸມການບໍລິຫານຈັດການທີ່ເກືອດຫ້າມ ແມ່ນໃຫ້ປະຕິບັດຕາມລະ ບຽບກົດໝາຍທີ່ກ່ຽວຂ້ອງ.


ມາດຕາ 81.        ສັນຍາສ້າງຕັ້ງບໍລິສັດ

ສັນຍາສ້າງຕັ້ງບໍລິສັດ ຕ້ອງເຮັດຂຶ້ນເປັນລາຍລັກອັກສອນ ໂດຍສອດຄ່ອງກັບກົດ ໝາຍ ວ່າດ້ວຍຂໍ້ຜູກພັນໃນສັນຍາຂອງ ສປປ ລາວ.

ສັນຍາສ້າງຕັ້ງບໍລິສັດ ຕ້ອງມີເນື້ອໃນຕົ້ນຕໍ  ດັ່ງນີ້:

  1. ຊື່ວິສາຫະກິດ;
  2. ວັດຖຸປະສົງຂອງການດຳເນີນທຸລະກິດ;
  3. ຊື່, ສະຖານທີ່ຕັ້ງຂອງສຳນັກງານໃຫຍ່ ແລະ ສາຂາທັງໝົດ ຖ້າມີ;   
  4. ທຶນກຳນົດ ໂດຍແບ່ງເປັນມູນຄ່າ, ຈຳນວນຮຸ້ນ, ວັດຖຸ, ເງິນ, ຮຸ້ນສາມັນ ຫຼື ຮຸ້ນບູ ລິມະສິດ;
  5. ຊື່, ທີ່ຢູ່ ແລະ ສັນຊາດຂອງຜູ້ສ້າງຕັ້ງບໍລິສັດ  ພ້ອມດ້ວຍຈຳນວນຮຸ້ນທີ່ແຕ່ລະ ຄົນຈອງຊື້;
  6. ຂໍ້ຄວາມທີ່ບົ່ງເຖິງການໃຫ້ສິດຜູ້ອຳນວຍການໃນການຮັບຜິດຊອບໜີ້ສິນຂອງບໍ ລິສັດ ໂດຍບໍ່ຈຳກັດ. ຄວາມຮັບຜິດຊອບໂດຍບໍ່ຈຳກັດຂອງຜູ້ອຳນວຍການ ຕາມທີ່ ໄດ້ກຳນົດໄວ້ຂໍ້ນີ້ ຈະຕົກໄປພາຍຫຼັງໜຶ່ງປີ ນັບແຕ່ວັນທີ່ຜູ້ກ່ຽວພົ້ນຈາກການເປັນຜູ້ອຳນວຍການຂອງບໍລິສັດ;   
  7. ຊື່  ແລະ ລາຍເຊັນ ຂອງບັນດາຜູ້ສ້າງຕັ້ງບໍລິສັດ

ທຶນກຳນົດຕາມທີ່ໄດ້ກ່າວໄວ້ໃນ ຂໍ້ຂອງມາດຕານີ້ ແມ່ນທຶນຈົດທະບຽນຂອງບໍລິ ສັດ.

ບໍລິສັດ ທີ່ມີຜູ້ຖືຮຸ້ນພຽງຜູ້ດຽວ ບໍ່ຈຳເປັນມີສັນຍາສ້າງຕັ້ງບໍລິສັດ.


ມາດຕາ 82.        ກົດລະບຽບຂອງບໍລິສັດ

ກົດລະບຽບຂອງບໍລິສັດ ຕ້ອງມີເນື້ອໃນຕົ້ນຕໍ  ດັ່ງນີ້:

  1. ບັນດາຂໍ້ກຳນົດ ຕາມທີ່ໄດ້ບົ່ງໄວ້ໃນຂໍ້ 1 ຫາ ຂໍ້ 6 ມາດຕາ 81 ຂອງກົດໝາຍ ສະບັບນີ້;
  2. ວິທີການແບ່ງຜົນກຳໄລ ຫຼື ເງິນປັນຜົນ ຂອງບໍລິສັດ;
  3. ວິທີ ແລະ ກຳນົດເວລາໃນການຖອກຮຸ້ນ;
  4. ການບໍລິຫານຈັດການ;
  5. ກອງປະຊຸມ ແລະ ວິທີລົງມະຕິ;
  6. ວິທີແກ້ໄຂຂໍ້ຂັດແຍ່ງ;
  7. ການຍຸບເລີກ ແລະ ການຊຳລະສະສາງ.

ເນື້ອໃນຂໍ້ 1 ຂອງມາດຕານີ້ ຕ້ອງປະກອບເຂົ້າໃນຂໍ້ຄວາມແຈ້ງຂຶ້ນທະບຽນວິສາຫະ ກິດ, ນອກຈາກນີ້ ບໍລິສັດຈະແຈ້ງເພີ້ມເຕີມອີກກໍໄດ້.

ກົດລະບຽບຂອງບໍລິສັດ  ຕ້ອງມີລາຍເຊັນຂອງຜູ້ອຳນວຍການ.


ມາດຕາ 83.        ການປ່ຽນແປງເນື້ອໃນສັນຍາສ້າງຕັ້ງ ຫຼື ກົດລະບຽບ

ການແກ້ໄຂ ຫຼື ປ່ຽນແປງເນື້ອໃນສັນຍາສ້າງຕັ້ງ  ຫຼື ກົດລະບຽບຂອງບໍລິສັດ ຕ້ອງ ໄດ້ຮັບຄະແນນສຽງ ດ້ວຍມະຕິສະເພາະຂອງກອງປະຊຸມຜູ້ຖືຮຸ້ນ  ຕາມທີ່ໄດ້ກຳນົດໄວ້ໃນມາດ ຕາ 144 ຂອງກົດໝາຍສະບັບນີ້.

ມະຕິກອງປະຊຸມຜູ້ຖືຮຸ້ນ ກ່ຽວກັບການແກ້ໄຂ ຫຼື ປ່ຽນແປງສັນຍາສ້າງຕັ້ງ ຫຼື ກົດ ລະບຽບຂອງບໍລິສັດ ຕ້ອງໄດ້ນຳໄປແຈ້ງຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງ ພາຍໃນ ກຳນົດ ສິບວັນລັດຖະການ ນັບແຕ່ວັນທີ່ກອງປະຊຸມຜູ້ຖືຮຸ້ນໄດ້ມີມະຕິປ່ຽນແປງເປັນຕົ້ນໄປ.


ໝວດທີ  2

ບໍລິສັດຈຳກັດ


ຫຼັກການທົ່ວໄປ ແລະ ການສ້າງຕັ້ງ


ມາດຕາ 84.        ການຖືຮຸ້ນຂອງບໍລິສັດຈຳກັດ

ບໍລິສັດຈຳກັດ ສາມາດເປັນຜູ້ຖືຮຸ້ນຂອງບໍລິສັດອື່ນ ຫຼື ຂາຮຸ້ນຂອງວິສາຫະກິດຮຸ້ນ ສ່ວນອື່ນໄດ້ ແຕ່ບໍ່ໃຫ້ເປັນຜູ້ຖືຮຸ້ນບໍລິສັດຈຳກັດຂອງຕົນເອງ.


ມາດຕາ 85.        ການມີຜູ້ຖືຮຸ້ນຫຼຸດ ຫຼື ເກີນຈຳນວນທີ່ກຳນົດ

ບໍລິສັດຈຳກັດ  ທີ່ມີຈຳນວນຜູ້ຖືຮຸ້ນເກີນ ສາມສິບຄົນ  ສາມາດຮັກສາຖານະເປັນບໍລິ ສັດຈຳກັດຕໍ່ໄປກໍໄດ້ ແຕ່ຕ້ອງໄດ້ຮັບຄະແນນສຽງດ້ວຍມະຕິສະເພາະ  ຕາມທີ່ກຳນົດໄວ້ໃນ ມາດຕາ 144 ຂອງກົດໝາຍສະບັບນີ້.

ໃນກໍລະນີ ທີ່ບໍລິສັດຈຳກັດ  ບໍ່ມີຄວາມຕ້ອງການຢາກຮັກສາຖານະເປັນບໍລິສັດຈຳ ກັດ ຫຼືບໍ່ໄດ້ຮັບຄະແນນສຽງພຽງພໍເພື່ອຮັກສາຖານະດັ່ງກ່າວ ຕາມທີ່ໄດ້ກ່າວມາໃນວັກໜຶ່ງ ຂອງມາດຕານີ້ ຕ້ອງດັດແປງເນື້ອໃນສຳນວນເອກະສານທະບຽນວິສາຫະກິດ ໃຫ້ສອດຄ່ອງ ຕາມຂັ້ນຕອນ ແລະ  ຫຼັກການຂອງການສ້າງຕັ້ງບໍລິສັດມະຫາຊົນ ຫຼື ຍຸບເລີກ.

ບໍລິສັດຈຳກັດ ທີ່ມີຜູ້ຖືຮຸ້ນເຫຼືອພຽງຜູ້ດຽວ ຕ້ອງປ່ຽນຊື່ເປັນ ບໍລິສັດຈຳກັດຜູ້ ດຽວ ແລະ ປະຕິບັດໃຫ້ສອດຄ່ອງຕາມທີ່ໄດ້ກຳນົດໄວ້ໃນຂໍ້ , ໝວດທີ 2 ພາກທີ V ຂອງກົດໝາຍສະບັບນີ້  ຫຼື ຍຸບເລີກ.


ມາດຕາ 86.        ການສ້າງຕັ້ງບໍລິສັດຈຳກັດ

ການສ້າງຕັ້ງບໍລິສັດຈຳກັດ ຕ້ອງດຳເນີນຕາມຂັ້ນຕອນ ແລະ ເງື່ອນໄຂ  ດັ່ງນີ້:

  1. ຕ້ອງມີຜູ້ສ້າງຕັ້ງຮ່ວມກັນຢ່າງໜ້ອຍສອງຄົນ ແລ້ວຍື່ນສັນຍາສ້າງຕັ້ງບໍລິສັດຈຳກັດ ຕໍ່ເຈົ້າໜ້າທີ່ທະບຽນວິສາຫະກິດ ບ່ອນທີ່ສຳນັກງານໃຫຍ່ຂອງບໍລິສັດຈຳກັດ ຕັ້ງຢູ່ ເພື່ອຊາບ;
  2. ພາຍຫຼັງແຈ້ງສັນຍາສ້າງຕັ້ງບໍລິສັດຈຳກັດ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ ໜຶ່ງ ຂອງ ມາດຕານີ້ແລ້ວ ໃຫ້ຈັດຫາຄົນມາຈອງຊື້ຮຸ້ນຈົນໝົດ. ຫ້າມບໍ່ໃຫ້ຈັດຫາຄົນມາຈອງ ຊື້ຮຸ້ນ ໂດຍການສະເໜີຂາຍຮຸ້ນຢ່າງເປີດເຜີຍຕໍ່ມວນຊົນ. ຜູ້ຈອງຊື້ຮຸ້ນ ເອີ້ນວ່າ ຜູ້ຈອງຮຸ້ນ;
  3. ເປີດກອງປະຊຸມສ້າງຕັ້ງບໍລິສັດຈຳກັດ;
  4. ຜູ້ສ້າງຕັ້ງບໍລິສັດຈຳກັດມອບໝາຍວຽກງານທັງໝົດໃຫ້ຜູ້ອຳນວຍການ ຊຶ່ງໄດ້ຮັບການ ເລືອກຕັ້ງໃນ­ກອງປະຊຸມສ້າງຕັ້ງບໍລິສັດຈຳກັດ;
  5. ຜູ້ອຳນວຍການ  ຮຽກຊຳລະຮຸ້ນຈາກຜູ້ສ້າງຕັ້ງບໍລິສັດຈຳກັດ ແລະ ບັນດາຜູ້ຈອງ ຮຸ້ນ ໃຫ້ຄົບຕາມທີ່ໄດ້ກຳນົດໄວ້ໃນວັກໜຶ່ງ ມາດຕາ 96 ຂອງກົດໝາຍສະບັບນີ້;
  6. ເມື່ອຮຽກຊຳລະຮຸ້ນຄົບຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ ຫ້າ ຂອງມາດຕານີ້ແລ້ວ ໃຫ້ຜູ້ ອຳນວຍການໄປຂຶ້ນທະບຽນວິສາຫະກິດ ພາຍໃນກຳນົດສາມສິບວັນ ນັບແຕ່ວັນ ຮຽກຊຳລະຮຸ້ນຄົບເປັນຕົ້ນໄປ.


ມາດຕາ 87.        ຜູ້ສ້າງຕັ້ງບໍລິສັດຈຳກັດ

ຜູ້ສ້າງຕັ້ງບໍລິສັດຈຳກັດ ແມ່ນຜູ້ລິເລີ່ມສ້າງຕັ້ງບໍລິສັດຈຳກັດໃດໜຶ່ງ ແຕ່ບໍ່ແມ່ນຕົວ ແທນຂອງບໍລິສັດຈຳກັດ ແລະ ຕ້ອງຖືຮຸ້ນຢ່າງໜ້ອຍໜຶ່ງຮຸ້ນ.

ໜ້າທີ່ຕົ້ນຕໍຂອງຜູ້ສ້າງຕັ້ງບໍລິສັດຈຳກັດ ແມ່ນຈັດການທຸກວຽກງານທີ່ກ່ຽວຂ້ອງກັບ ການສ້າງຕັ້ງບໍລິສັດຈຳກັດ ຈົນກວ່າໄດ້ເປີດກອງປະຊຸມສ້າງຕັ້ງບໍລິສັດຈຳກັດຂຶ້ນ.


ມາດຕາ 88.        ຄວາມຮັບຜິດຊອບຂອງຜູ້ສ້າງຕັ້ງຕໍ່ຜູ້ຈອງຮຸ້ນ

ຜູ້ສ້າງຕັ້ງບໍລິສັດຈຳກັດຕ້ອງຮັບຜິດຊອບຕໍ່ຜູ້ຈອງຮຸ້ນ ຖ້າວ່າຜູ້ກ່ຽວຫາກມີການກະທຳໃດ ໜຶ່ງດັ່ງນີ້:

  1. ດຳເນີນກິດຈະການ ເພື່ອຜົນປະໂຫຍດສ່ວນຕົວ;
  2. ປົກປິດລາຍຮັບ ຫຼື ລາຍຈ່າຍທີ່ພົວພັນກັບການສ້າງຕັ້ງບໍລິສັດຈຳກັດ;
  3. ໃຊ້ຈ່າຍ ຫຼື ເຮັດສັນຍາ ທີ່ບໍ່ຢູ່ໃນເປົ້າໝາຍຂອງວຽກງານການສ້າງຕັ້ງບໍລິສັດຈຳ ກັດ;
  4. ຕີລາຄາຊັບສິນຂອງຕົນສູງເກີນກວ່າຄວາມເປັນຈິງ;
  5. ຮັບຜິດຊອບຕໍ່ການກະທຳອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້.

ຄວາມເສັຍຫາຍທີ່ເກີດຈາກການກະທຳດັ່ງກ່າວນີ້ ຜູ້ສ້າງຕັ້ງບໍລິສັດຈຳກັດຕ້ອງໄດ້ແກ້ ໄຂ ແລະ ໃຊ້ແທນຕາມລະບຽບກົດໝາຍ.


ມາດຕາ 89.        ຄວາມຮັບຜິດຊອບຂອງຜູ້ສ້າງຕັ້ງຕໍ່ບຸກຄົນພາຍນອກ

ຜູ້ສ້າງຕັ້ງບໍລິສັດຈຳກັດ  ຕ້ອງຮັບຜິດຊອບຮ່ວມກັນໂດຍບໍ່ຈຳກັດ  ຕໍ່ສັນຍາທີ່ໄດ້ເຊັນ ກັບບຸກຄົນພາຍນອກ ກ່ຽວກັບການສ້າງຕັ້ງບໍລິສັດຈຳກັດ ຫຼື ຄ່າໃຊ້ຈ່າຍໃນການສ້າງຕັ້ງບໍລິ ສັດຈຳກັດ ທີ່ບໍ່ໄດ້ຮັບຮອງ ຫຼືໄດ້ຮັບຮອງ ແຕ່ບໍລິສັດຈຳກັດນັ້ນ ບໍ່ໄດ້ຮັບການຂຶ້ນທະບຽນວິສາ ຫະກິດ.


ມາດຕາ 90.        ສິດ ແລະ ໜ້າທີ່ ຂອງກອງປະຊຸມສ້າງຕັ້ງບໍລິສັດຈຳກັດ            

ກອງປະຊຸມສ້າງຕັ້ງບໍລິສັດຈຳກັດ ມີສິດ ແລະ ໜ້າທີ່  ດັ່ງນີ້:

  1. ຮັບຮອງເອົາກົດລະບຽບຂອງບໍລິສັດຈຳກັດ;
  2. ຮັບຮອງສັນຍາສ້າງຕັ້ງບໍລິສັດຈຳກັດ ແລະ ສັນຍາອື່ນໆທີ່ກ່ຽວຂ້ອງກັບການສ້າງ ຕັ້ງ ບໍລິສັດຈຳກັດ ຊຶ່ງຜູ້ສ້າງຕັ້ງໄດ້ເຊັນກັບບຸກຄົນທີສາມ ລວມທັງຄ່າໃຊ້ຈ່າຍໃນ ການສ້າງຕັ້ງບໍລິສັດຈຳກັດຂອງຜູ້ສ້າງຕັ້ງ;
  3. ຕົກລົງກ່ຽວກັບຮຸ້ນສາມັນ ແລະ ຮຸ້ນບູລິມະສິດ ຖ້າມີຮຸ້ນປະເພດນີ້;
  4. ເລືອກຕັ້ງຜູ້ອຳນວຍການຊຸດທີໜຶ່ງຂອງບໍລິສັດຈຳກັດ.

ກ່ອນວັນເປີດກອງປະຊຸມສ້າງຕັ້ງບໍລິສັດຈຳກັດ ສິບ ວັນລັດຖະການ  ຜູ້ສ້າງຕັ້ງຕ້ອງ ສົ່ງບົດລາຍງານກ່ຽວກັບການສ້າງຕັ້ງ ໃຫ້ບັນດາຜູ້ຈອງຮຸ້ນ ພ້ອມດ້ວຍບັນຊີລາຍຊື່ທີ່ຢູ່  ແລະ ຈຳນວນຮຸ້ນທີ່ຜູ້ຈອງຮຸ້ນແຕ່ລະຄົນຈອງຊື້.


ມາດຕາ 91.        ມະຕິຂອງກອງປະຊຸມສ້າງຕັ້ງບໍລິສັດຈຳກັດ

ມະຕິຂອງກອງປະຊຸມສ້າງຕັ້ງບໍລິສັດຈຳກັດ ຈະມີຄຸນຄ່າໃຊ້ໄດ້້ກໍຕໍ່ເມື່ອໄດ້ຮັບຄະແນນ ສຽງຫຼາຍກວ່າເຄິ່ງໜຶ່ງ ຂອງຈຳນວນຜູ້ສ້າງຕັ້ງ ແລະ ຜູ້ຈອງຮຸ້ນ ແລະ ຕ້ອງມີຈຳນວນຮຸ້ນທີ່​ຈອງ  ບໍ່ຕ່ຳກວ່າເຄິ່ງໜຶ່ງ ຂອງຈຳນວນຮຸ້ນທີ່​ຈອງທັງໝົດ. ການລົງມະຕິໃຫ້ຖືເອົາໜຶ່ງຮຸ້ນຕໍ່ໜຶ່ງສຽງ.

ຜູ້ສ້າງຕັ້ງ ຫຼື ຜູ້ຈອງຮຸ້ນບໍ່ມີສິດລົງຄະແນນສຽງໃນສິ່ງທີ່ຕົນມີສ່ວນໄດ້ສ່ວນເສັຍ ເວັ້ນ ເສັຍແຕ່ການລົງຄະແນນສຽງ ເພື່ອເລືອກຕັ້ງຜູ້ອຳນວຍການຂອງບໍລິສັດຈຳກັດ.

ກອງປະຊຸມສ້າງຕັ້ງບໍລິສັດຈຳກັດ ເປັນຜູ້ກຳນົດກໍ​ລະ​ນີທີ່ຖືວ່າຜູ້ສ້າງຕັ້ງ ຫຼື ຜູ້ຈອງຮຸ້ນ ໃດໜຶ່ງ ມີສ່ວນໄດ້ສ່ວນເສັຍ ຫຼື ຜົນປະໂຫຍດກ່ຽວຂ້ອງໂດຍກົງ.          

      

ມາດຕາ 92.        ການຍື່ນຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ການແຈ້ງຂຶ້ນທະບຽນວິສາຫະກິດຂອງບໍລິສັດຈຳກັດ ປະກອບດ້ວຍເອກະສານ  ດັ່ງນີ້:

  1. ໃບຄຳຮ້ອງ ແລະ ສັນຍາສ້າງຕັ້ງບໍລິສັດຈຳກັດ;
  2. ບົດບັນທຶກຂອງກອງປະຊຸມສ້າງຕັ້ງບໍລິສັດຈຳກັດ;
  3. ກົດລະບຽບຂອງບໍລິສັດຈຳກັດ.

ຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ  ຕ້ອງມີລາຍເຊັນຂອງຜູ້ອຳນວຍການ.


ມາດຕາ 93.        ຄວາມຮັບຜິດຊອບຂອງຜູ້ອຳນວຍການທີ່ຂຶ້ນທະບຽນວິສາຫະກິດຊັກຊ້າ

ເຈົ້າໜ້າທີ່ທະບຽນວິສາຫະກິດ ຕ້ອງປະຕິເສດການຂຶ້ນທະບຽນວິສາຫະກິດ ເມື່ອກາຍ ກຳນົດເວລາຕາມທີ່ກ່າວໄວ້ໃນຂໍ້ ຫົກ ມາດຕາ 86  ຂອງກົດໝາຍສະບັບນີ້ ເວັ້ນເສັຍແຕ່ ການຂຶ້ນທະບຽນວິສາຫະກິດຊັກຊ້າເກີດຈາກສາເຫດຈຳເປັນ ຊຶ່ງບໍ່ແມ່ນຄວາມຜິດຂອງຜູ້ອຳ ນວຍການ ຫຼືຜູ້ຖືຮຸ້ນມີມະຕິໃຫ້ສືບຕໍ່ຂຶ້ນທະບຽນວິສາຫະກິດ ດ້ວຍຄະແນນສຽງຫຼາຍກວ່າສີ່ ສ່ວນຫ້າຂອງຈຳນວນ ຮຸ້ນທີ່ຖອກແລ້ວ.

ໃນກໍລະນີທີ່ບໍລິສັດຈຳກັດ ບໍ່ໄດ້ຮັບການຂຶ້ນທະບຽນວິສາຫະກິດ ຜູ້ອຳນວຍການຕ້ອງ ສົ່ງເງິນຄ່າຮຸ້ນທັງໝົດຄືນໃຫ້ແກ່ຜູ້ຖືຮຸ້ນຈົນຄົບ ພາຍໃນກຳນົດສາມເດືອນ ນັບແຕ່ວັນທີ່ເຈົ້າໜ້າ ທີ່ທະບຽນວິສາຫະກິດປະຕິເສດການຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ.

ຖ້າກາຍກຳນົດເວລາສາມເດືອນແລ້ວ ຜູ້ອຳນວຍການທີ່ກ່ຽວຂ້ອງກັບການສົ່ງເງິນຄ່າ ຮຸ້ນຄືນບໍ່ຄົບແກ່ຜູ້ຈອງຊື້ຮຸ້ນ ຕ້ອງຮັບຜິດຊອບສົ່ງເງິນຄ່າຮຸ້ນທີ່ຍັງເຫຼືອ ພ້ອມດ້ວຍດອກເບັ້ຍ ຕາມອັດຕາດອກເບັ້ຍເງິນກູ້ຂອງທະນະຄານໃນໄລຍະນັ້ນ ເວັ້ນເສັຍແຕ່ຜູ້ອຳນວຍການໃດໜຶ່ງ ຫາກພິສູດໄດ້ວ່າ ຕົນບໍ່ໄດ້ມີຄວາມຜິດກ່ຽວກັບການຂຶ້ນທະບຽນວິສາຫະກິດຊັກຊ້າ ແລະ ການບໍ່ ສາມາດ ສົ່ງເງິນຄ່າຮຸ້ນຄືນດັ່ງກ່າວ.


ຮຸ້ນ ແລະ ໃບຮຸ້ນຂອງບໍລິສັດຈຳກັດ


ມາດຕາ 94.        ຮຸ້ນ

ຮຸ້ນໜຶ່ງຂອງບໍລິສັດຈຳກັດ ຕ້ອງບໍ່ຕ່ຳກວ່າ ສອງພັນກີບ.

ຮຸ້ນໜຶ່ງຂອງບໍລິສັດຈຳກັດ ອາດຈະມີຜູ້ຖືຮຸ້ນໜຶ່ງຄົນ ຫຼື ຫຼາຍຄົນຮ່ວມກັນກໍໄດ້ ໂດຍ ມອບໝາຍໃຫ້ຜູ້ໜຶ່ງ ເປັນຜູ້ໃຊ້ສິດໃນຖານະເປັນຜູ້ຖືຮຸ້ນຂອງບໍລິສັດຈຳກັດ ແຕ່ຕ້ອງຮັບຜິດ ຊອບຮ່ວມກັນ  ຕໍ່ບໍລິສັດຈຳກັດໃນການສົ່ງເງິນຄ່າຮຸ້ນທີ່ຍັງຄ້າງມອບ

ຮຸ້ນຂອງບໍລິສັດຈຳກັດ ອາດຈະປະກອບເປັນເງິນ ຫຼື ເປັນວັດຖຸກໍໄດ້ການປະກອບ ເປັນວັດຖຸ ຕ້ອງຕີມູນຄ່າເປັນເງິນດ້ວຍຄະແນນສຽງສອງສ່ວນສາມຂອງຜູ້ສ້າງຕັ້ງ ແລະ ຜູ້ ຈອງຮຸ້ນ ໃນກອງປະຊຸມສ້າງຕັ້ງບໍລິສັດຈຳກັດ ເວັ້ນເສັຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ. ຮຸ້ນຢ່າງ ອື່ນທີ່ປະກອບນອກຈາກວັດຖຸ ແລະ ເງິນໃຫ້ຕົກລົງກັນລະອຽດໃນກອງປະຊຸມສ້າງຕັ້ງບໍລິສັດ ຈຳກັດ.

ຮຸ້ນຂອງບໍລິສັດຈຳກັດ ອາດຈະມີ ສອງປະເພດ ຄື: ຮຸ້ນສາມັນ ແລະ ຮຸ້ນບູລິມະສິດ.


ມາດຕາ 95.        ມູນຄ່າຮຸ້ນ ແລະ ການອອກຮຸ້ນຫຼຸດ ຫຼື ເພີ້ມມູນຄ່າຮຸ້ນ

ມູນຄ່າຮຸ້ນຂອງບໍລິສັດຈຳກັດ ຕ້ອງກຳນົດໄວ້ໃນສັນຍາສ້າງຕັ້ງ. ມູນຄ່າຮຸ້ນນີ້ ເອີ້ນວ່າ ມູນຄ່າກຳນົດ.

ບໍລິສັດຈຳກັດ ບໍ່ມີສິດອອກຮຸ້ນຫຼຸດມູນຄ່າກຳນົດດັ່ງທີ່ບົ່ງໄວ້ໃນວັກໜຶ່ງເທິງນີ້ ເວັ້ນເສັຍ ແຕ່ກໍລະນີທີ່ບໍລິສັດຈຳກັດຫຼຸດທຶນລົງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 112 ຂອງກົດໝາຍສະ ບັບນີ້ຂໍ້ຫ້າມຕາມວັກນີ້ ບໍ່ນຳໃຊ້ສຳລັບການກຳນົດລາຄາຊື້  ຫຼື  ຂາຍຮຸ້ນຂອງຜູ້ຖືຮຸ້ນ.

ສຳລັບການເພີ້ມມູນຄ່າຮຸ້ນຂອງບໍລິສັດຈຳກັດ ຈະປະຕິບັດໄດ້ກໍຕໍ່ເມື່ອໄດ້ປະຕິບັດຕາມ ທີ່ໄດ້ກຳນົດໄວ້ໃນມາດຕາ 110  ຂອງກົດໝາຍສະບັບນີ້ເທົ່ານັ້ນ.


ມາດຕາ  96.         ການຖອກຮຸ້ນກ່ອນການຂຶ້ນທະບຽນວິສາຫະກິດ

ການຖອກຮຸ້ນກ່ອນການຂຶ້ນທະບຽນວິສາຫະກິດ ແມ່ນການຖອກຮຸ້ນ ພາຍຫຼັງກອງປະ ຊຸມສ້າງຕັ້ງບໍລິສັດຈຳກັດ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ ຫ້າ ມາດຕາ 86 ຂອງກົດໝາຍສະບັບ ນີ້. ການຖອກຮຸ້ນໃນກໍລະນີນີ້ ຜູ້ຈອງຮຸ້ນຕ້ອງຖອກຮຸ້ນຂອງຕົນໃຫ້ຄົບທັງໝົດຖ້າເປັນວັດຖຸ ແລະ ຢ່າງໜ້ອຍເຈັດສິບສ່ວນຮ້ອຍຂອງມູນຄ່າຮຸ້ນທີ່ຈອງຖ້າເປັນເງິນ.

ຜູ້ອຳນວຍການຂອງບໍລິສັດຈຳກັດ ຈະຮຽກໃຫ້ຖອກຮຸ້ນທີ່ຍັງເຫຼືອເວລາໃດກໍໄດ້ ພາຍ ຫຼັງໄດ້ຂຶ້ນທະບຽນວິສາຫະກິດ ເວັ້ນເສັຍແຕ່ໄດ້ກຳນົດໄວ້ຢ່າງອື່ນ ໃນກົດລະບຽບຂອງບໍລິສັດຈຳກັດ.


ມາດຕາ 97.        ການຖອກຮຸ້ນພາຍຫຼັງການຂຶ້ນທະບຽນວິສາຫະກິດ

ໃນການຮຽກຊຳລະຮຸ້ນຕາມວັກສອງມາດຕາ 96 ຂອງກົດໝາຍສະບັບນີ້ ຜູ້ອຳນວຍ ການ ບໍລິສັດຈຳກັດຕ້ອງໃຫ້ຜູ້ຖືຮຸ້ນແຕ່ລະຄົນຖອກຮຸ້ນ ຕາມອັດຕາສ່ວນຮຸ້ນທີ່ຜູ້ຖືຮຸ້ນແຕ່ລະ ຄົນຖື ໂດຍໃຫ້ເຮັດໜັງສືແຈ້ງເປັນລາຍລັກອັກສອນ ໃຫ້ແຕ່ລະຄົນຊາບກ່ອນສາມສິບວັນ ກ່ຽວກັບກຳນົດເວລາຖອກ ແລະ ຈຳນວນເງິນທີ່ຕ້ອງຖອກ

ການຊຳລະຄ່າຮຸ້ນຕາມທີ່ກ່າວມາເທິງນີ້ ຫຼື ການຊຳລະຄ່າຮຸ້ນໃນກໍລະນີອື່ນໆເຊັ່ນ  ການເພີ້ມທຶນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 110 ຂອງກົດໝາຍສະບັບນີ້ ຕ້ອງຊຳລະເປັນ ເງິນ ແລະ ຫ້າມບໍ່ໃຫ້ຫັກໜີ້ກັບບໍລິສັດຈຳກັດ ເພື່ອເປັນການຊຳລະຄ່າຮຸ້ນ ເວັ້ນເສັຍແຕ່ໄດ້ຮັບ ການຮັບຮອງ ດ້ວຍມະຕິສະເພາະຈາກກອງປະຊຸມຜູ້ຖືຮຸ້ນ.         



ມາດຕາ 98.        ຜົນສະທ້ອນຂອງການບໍ່ຖອກຮຸ້ນ     

ຜູ້ຖືຮຸ້ນທີ່ບໍ່ຖອກຮຸ້ນ ຕາມທີ່ຜູ້ອຳນວຍການບໍລິສັດຈຳກັດໄດ້ແຈ້ງໃຫ້ຊຳລະຄັ້ງທີໜຶ່ງ ຕ້ອງເສັຍດອກເບັ້ຍຕາມອັດຕາດອກເບັ້ຍເງິນກູ້ຂອງທະນາຄານໃນໄລຍະນັ້ນ ໃນສ່ວນທີ່ຄ້າງຊຳລະນັບ ແຕ່ວັນທີ່ໄດ້ຮັບແຈ້ງ​ເປັນຕົ້ນໄປ ແລະ ມີສິດລົງຄະແນນສຽງໃນກອງປະຊຸມຜູ້ ຖືຮຸ້ນເທົ່າກັບຈຳນວນ ຮຸ້ນທີ່ໄດ້ຖອກແລ້ວເທົ່ານັ້ນ.

ໃນກໍລະນີທີ່ຜູ້ຖືຮຸ້ນບໍ່ຊຳລະທັງຮຸ້ນ ແລະ ດອກເບັ້ຍຕາມການຮຽກຊຳລະຄັ້ງທີສອງ ແລ້ວ ຜູ້ອຳນວຍການມີສິດສະເໜີຂາຍຮຸ້ນດັ່ງກ່າວ ຕາມລຳດັບບູລິມະສິດທີ່ໄດ້ກຳນົດໄວ້ໃນຂໍ້ ໜຶ່ງ ຫາ ຂໍ້ ສີ່  ມາດຕາ 111 ຂອງກົດໝາຍສະບັບນີ້  ເພື່ອນຳເງິນມາໃຊ້ແທນແກ່ບໍລິສັດ ຈຳກັດທັງຮຸ້ນ ແລະ ດອກເບັ້ຍເງິນທີ່ເຫຼືອຈາກການຊຳລະນັ້ນ ໃຫ້ສົ່ງຄືນແກ່ຜູ້ຖືຮຸ້ນທີ່ກ່ຽວ ຂ້ອງ.

ໃນກໍລະນີເງິນທີ່ໄດ້ມາຈາກການຂາຍຮຸ້ນ ຕາມວັກສອງຂອງມາດຕານີ້ບໍ່ພຽງພໍ ຜູ້ອຳ ນວຍການມີສິດທວງໃຫ້ຊຳລະຈົນຄົບ, ຖ້າບໍ່ດັ່ງນັ້ນກໍຈະບໍ່ຂຶ້ນທະບຽນໂອນຮຸ້ນ ຫຼື ຈະງົດສິດ ຂອງຜູ້ຖືຮຸ້ນ ທີ່ກ່ຽວຂ້ອງໃນການລົງຄະແນນສຽງໃນກອງປະຊຸມຜູ້ຖືຮຸ້ນ.


ມາດຕາ 99.        ສິດ ແລະ ໜ້າທີ່ຂອງຜູ້ຖືຮຸ້ນສາມັນ

ເຈົ້າຂອງຮຸ້ນສາມັນ ເອີ້ນວ່າ ຜູ້ຖືຮຸ້ນສາມັນ ຜູ້ຖືຮຸ້ນສາມັນມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ສະເໜີຄຳຄິດຄຳເຫັນ ກ່ຽວກັບວຽກງານຂອງບໍລິສັດຈຳກັດ;
  2. ປະກອບສ່ວນໃນກິດຈະການຂອງບໍລິສັດຈຳກັດ;
  3. ຖອກຮຸ້ນຕາມກຳນົດເວລາ;
  4. ປົກປ້ອງຜົນປະໂຫຍດຂອງຕົນຢ່າງເຕັມສ່ວນ;
  5. ໄດ້ຮັບຂໍ້ມູນຂ່າວສານ ແລະ ກວດສອບເອກະສານຂອງບໍລິສັດຈຳກັດ ຕາມທີ່ໄດ້ ກຳນົດໄວ້ໃນກົດລະບຽບຂອງບໍລິສັດຈຳກັດ;
  6. ຮ້ອງຟ້ອງຜູ້ອຳນວຍການ, ພະນັກງານ ຫຼື ກຳມະກອນຂອງບໍລິສັດຈຳກັດທີ່ກໍ່ ຄວາມເສັຍຫາຍແກ່ຕົນ;
  7. ຮັບຜິດຊອບຕໍ່ມູນຄ່າຮຸ້ນທີ່ຍັງຄ້າງຊຳລະ;
  8. ມີບູລິມະສິດຊື້ຮຸ້ນກ່ອນບຸກຄົນພາຍນອກ ເມື່ອມີຜູ້ຖືຮຸ້ນຂອງບໍລິສັດຈຳກັດໂອນ ຫຼື ຂາຍ;
  9. ເລືອກຕັ້ງ ຫຼື ປົດຕຳ​ແໜ່ງຜູ້ອຳນວຍການຂອງບໍລິສັດຈຳກັດ;
  10. ໄດ້ຮັບການແບ່ງປັນຊັບສົມບັດທີ່ເຫຼືອຈາກການຊຳລະສະສາງ ໃນກໍລະນີຍຸບເລີກ;
  11. ໄດ້ຮັບເງິນປັນຜົນຕາມອັດຕາສ່ວນຮຸ້ນທີ່ຕົນປະກອບ;
  12. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ.

ການແບ່ງປັນເງິນປັນຜົນ ແລະ ຊັບສົມບັດຕາມທີ່ໄດ້ກຳນົດໄວ້ໃນຂໍ້ ສິບ ແລະ ຂໍ້ ສິບແອັດ ຂອງມາດຕານີ້ ຈະປະຕິບັດໄດ້ກໍຕໍ່ເມື່ອໄດ້ແບ່ງໃຫ້ຜູ້ຖືຮຸ້ນບູລິມະສິດ ແລະ ເຈົ້າໜີ້ ຂອງບໍລິສັດຈຳ ກັດແລ້ວເສັຍກ່ອນເທົ່ານັ້ນ.


ມາດຕາ 100.        ສິດ ແລະ ໜ້າທີ່ຂອງຜູ້ຖືຮຸ້ນບູລິມະສິດ

ເຈົ້າຂອງຮຸ້ນບູລິມະສິດເອີ້ນວ່າ ຜູ້ຖືຮຸ້ນບູລິມະສິດ. ຜູ້ຖືຮຸ້ນບູລິມະສິດມີສິດ ແລະ ໜ້າ ທີ່ດັ່ງນີ້:

  1. ສິດ ແລະ ໜ້າທີ່ຕາມທີ່ໄດ້ກຳນົດໄວ້ ແຕ່ຂໍ້ ໜຶ່ງ ຫາ ຂໍ້ ຫົກ ມາດຕາ 99 ຂອງ ກົດໝາຍສະບັບນີ້;
  2. ໄດ້ຮັບການແບ່ງຊັບສົມບັດ ແລະ ເງິນປັນຜົນກ່ອນຜູ້ຖືຮຸ້ນສາມັນ. ເງິນປັນຜົນ ອາດຈະໄດ້ຮັບເປັນມູນຄ່າຕາຍຕົວ ຫຼື ເປັນສ່ວນຮ້ອຍຂອງຮຸ້ນ ໂດຍຂຶ້ນກັບການ ຕົກລົງ ຂອງບັນດາຜູ້ຖືຮຸ້ນເອງ;
  3. ໄດ້ຮັບສິດພິເສດອື່ນໆ. ການປ່ຽນແປງ ຫຼື ແກ້ໄຂສິດພິເສດດັ່ງກ່າວຕ້ອງໄດ້ກຳ ນົດໄວ້ໃນກົດລະບຽບຂອງບໍລິສັດຈຳກັດ;
  4. ສາມາດຖອນຮຸ້ນໄດ້ ເມື່ອບໍລິສັດຈຳກັດຢູ່ໃນສະພາບມີກຳໄລ ຫຼື ສາມາດ ຊອກຫາຜູ້ຊື້ຮຸ້ນໃໝ່ໄດ້ ພາຍຫຼັງບໍລິສັດຈຳກັດປະຕິເສດການຊື້ຮຸ້ນນັ້ນແລ້ວ ເວັ້ນ ເສັຍແຕ່ໄດ້ ມີການຕົກລົງກັນໄວ້ຢ່າງອື່ນ.

ໃນກໍລະນີ່ທີ່ບໍລິສັດຈຳກັດຕົກລົງຊື້ຮຸ້ນດັ່ງທີ່ໄດ້ກຳນົດໄວ້ໃນ ຂໍ້ ໜຶ່ງ ຂອງມາດຕານີ້ ລາຄາ ທີ່ຊື້ຕ້ອງແມ່ນລາຄາກຳນົດ ຫຼື ລາຄາຕາມທີ່ໄດ້ຕົກລົງກັນ.

ຜູ້ຖືຮຸ້ນບູລິມະສິດ ບໍ່ມີສິດເລືອກຕັ້ງຜູ້ອຳນວຍການຂອງບໍລິສັດຈຳກັດ.


ມາດຕາ 101.        ການອອກໃບຮຸ້ນຂອງບໍລິສັດຈຳກັດ

ຜູ້ອຳນວຍການຂອງບໍລິສັດຈຳກັດ ຕ້ອງອອກໃບຮຸ້ນໃຫ້ແກ່ຜູ້ຖືຮຸ້ນ ພາຍໃນກຳນົດ ສາມສິບວັນ ນັບແຕ່ວັນທີ່ບໍລິສັດຈຳກັດໄດ້ຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ. ໃບຮຸ້ນແຕ່ລະ ໃບຕ້ອງມີລາຍເຊັນຂອງຜູ້ອຳນວຍການ ພ້ອມດ້ວຍຕາປະທັບຂອງບໍລິສັດຈຳກັດ.

ໃບຮຸ້ນໜຶ່ຕ້ອງມີມູນຄ່າຢ່າງໜ້ອຍເທົ່າກັບ ໜຶ່ງຮຸ້ນ ຫຼື ຫຼາຍກວ່ານັ້ນ.

ໃບຮຸ້ນຂອງບໍລິສັດຈຳກັດ ມີສອງປະເພດຄື: ໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນ ແລະ ໃບຮຸ້ນບໍ່ບົ່ງຊື່ ຜູ້ຖືຮຸ້ນ.


ມາດຕາ 102.         ໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນ

ໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນຕ້ອງມີເນື້ອໃນຕົ້ນຕໍ ດັ່ງນີ້:

  1. ເລກທີຂອງໃບຮຸ້ນ;
  2. ຊື່ຂອງບໍລິສັດຈຳກັດ;
  3. ຊື່ຂອງຜູ້ຖືຮຸ້ນ;
  4. ຈຳນວນຮຸ້ນ ທີ່ຜູ້ຖືຮຸ້ນຖືຢູ່;
  5. ມູນຄ່າຂອງຮຸ້ນໜຶ່ງ;
  6. ມູນຄ່າຮຸ້ນທີ່ຍັງຄ້າງມອບ ແລະ ກຳນົດເວລາມອບ ຖ້າບົ່ງໄດ້;
  7. ລາຍເຊັນຂອງຜູ້ອຳນວຍການ  ພ້ອມດ້ວຍຕາປະທັບ.

ໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນ ອາດຈະມີຮຸ້ນທີ່ຍັງຄ້າງຊຳລະຢູ່ກໍໄດ້. ໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນ ສາມາດ ປ່ຽນເປັນໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນໄດ້  ເມື່ອຜູ້ຖືຮຸ້ນໄດ້ຊຳລະຮຸ້ນເຕັມ ແລະ ຂຶ້ນທະບຽນລົບລ້າງ ໃບຮຸ້ນເກົ່າແລ້ວ.

ໃນກໍລະນີທີ່ກົດລະບຽບຂອງບໍລິສັດຈຳກັດ ກຳນົດໃຫ້ຜູ້ອຳນວຍການຕ້ອງຖືຮຸ້ນໃດໜຶ່ງ ໃນບໍລິສັດຈຳກັດ  ຜູ້ອຳນວຍການມີສິດຖືແຕ່ສະເພາະໃບຮຸ້ນບົ່ງຊື່ເທົ່ານັ້ນ.


ມາດຕາ 103.         ໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນ

ໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນ ແມ່ນພາຫະນະປ່ຽນມືໄດ້ຊະນິດໜຶ່ງ ຈະອອກໄດ້ຕ້ອງມີເງື່ອນ ໄຂ ດັ່ງນີ້:

  1. ເປັນໃບຮຸ້ນທີ່ໄດ້ຮັບການຊຳລະໝົດແລ້ວ;
  2. ໄດ້ກຳນົດກ່ຽວກັບສິດຂອງບໍລິສັດຈຳກັດ ໃນການອອກໃບຮຸ້ນດັ່ງກ່າວໄວ້ໃນກົດລະ ບຽບຂອງບໍລິສັດຈຳກັດ.

ໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນ ມີເນື້ອໃນຄ້າຍຄືກັນກັບເນື້ອໃນຂອງໃບຮຸ້ນບົ່ງຊື່  ເວັ້ນເສັຍແຕ່ ເນື້ອໃນທີ່ກ່ຽວກັບຊື່ຂອງຜູ້ຖືຮຸ້ນ ແລະ ມູນຄ່າຮຸ້ນທີ່ຍັງຄ້າງມອບ.

ໃບຮຸ້ນບໍ່ບົ່ງຊື່ຜູ້ຖືຮຸ້ນ ສາມາດປ່ຽນເປັນໃບຮຸ້ນບົ່ງຊື່ຜູ້ຖືຮຸ້ນໄດ້ ໂດຍລົບລ້າງໃບຮຸ້ນດັ່ງ ກ່າວ ແລະ ອອກໃບຮຸ້ນບົ່ງຊື່ແທນ.


ມາດຕາ 104.         ການໂອນຮຸ້ນ

ການໂອນຮຸ້ນບໍ່ບົ່ງຊື່ຂອງບໍລິສັດຈຳກັດ  ສາມາດປະຕິບັດໄດ້ໂດຍການມອບໃບຮຸ້ນໃຫ້ ແກ່ ກັນ.

ການໂອນຮຸ້ນບົ່ງຊື່ ຈະປະຕິບັດໄດ້ກໍຕໍ່ເມື່ອ:

  1. ສອດຄ່ອງກັບເນື້ອໃນກ່ຽວກັບຂໍ້ຈຳກັດ ໃນການໂອນຕາມທີ່ໄດ້ກຳນົດໄວ້ໃນກົດລະ ບຽບຂອງບໍລິສັດຈຳກັດ;
  2. ບໍ່ຂັດກັບຂໍ້ຈຳກັດກ່ຽວກັບການຫ້າມໂອນຮຸ້ນຕາມກົດໝາຍ;
  3. ໄດ້ຮັບການໂອນຮຸ້ນຕາມກົດໝາຍ;
  4. ໄດ້ເຮັດເປັນລາຍລັກອັກສອນ ຊຶ່ງຕ້ອງມີຊື່  ແລະ ລາຍເຊັນຂອງຜູ້ໂອນ  ແລະ ຜູ້ຮັບໂອນ ພ້ອມດ້ວຍຊື່  ແລະ ລາຍເຊັນຂອງພະຍານຂອງຜູ້ໂອນ  ແລະ ຜູ້ຮັບ ໂອນ ຢ່າງໜ້ອຍຝ່າຍລະໜຶ່ງຄົນ ແລະ ມີເລກທີຂອງໃບຮຸ້ນທີ່ໂອນດ້ວຍ;
  5. ໄດ້ຂຶ້ນທະບຽນການໂອນ. ຖ້າຫາກຈະໂອນຮຸ້ນໃຫ້ບຸກຄົນພາຍນອກ ຕ້ອງສະເໜີ ຂາຍໃຫ້ຜູ້ຖືຮຸ້ນຄົນອື່ນຂອງບໍລິສັດຈຳກັດເສັຍກ່ອນ ແລະ ຕ້ອງໄດ້ຂຶ້ນທະບຽນ ການໂອນ ພ້ອມທັງຕ້ອງບົ່ງຊື່ ແລະ ທີ່ຢູ່ຂອງຜູ້ຮັບໂອນລົງໃນທະບຽນການໂອນ.

ຜູ້ອຳນວຍການຂອງບໍລິສັດຈຳກັດ ສາມາດປະຕິເສດການຂຶ້ນທະບຽນໂອນຮຸ້ນບົ່ງຊື່ໄດ້ ຖ້າຮຸ້ນດັ່ງກ່າວ ຍັງບໍ່ທັນໄດ້ຖອກເຕັມ.

ໃນກໍລະນີທີ່ບໍລິສັດຈຳກັດ ໄດ້ຂຶ້ນທະບຽນການໂອນຮຸ້ນຕາມທີ່ໄດ້ບົ່ງໄວ້ໃນວັກສາມ ເທິງນີ້ ຜູ້ໂອນຍັງຕ້ອງຮັບຜິດຊອບຕໍ່ເຈົ້າໜີ້ໃນສ່ວນທີ່ຕົນຍັງຄ້າງຊຳລະໃນຮຸ້ນທີ່ໂອນຢູ່ນັ້ນ.


ມາດຕາ 105.         ການໂອນຮຸ້ນຕາມກົດໝາຍ

ການໂອນຮຸ້ນຕາມກົດໝາຍ ແມ່ນການໂອນຮຸ້ນ ຊຶ່ງມີສາເຫດມາຈາກການໂອນຮຸ້ນ ຕາມວັກສອງ ມາດຕາ 98 ແລະ ວັກສາມ ມາດຕາ 108 ຂອງກົດໝາຍສະບັບນີ້  ຫຼື ມີສາເຫດ ມາຈາກການເສັຍຊີວິດ, ການລົ້ມລະລາຍ ຫຼື ກໍລະນີອື່ນໆ ຂອງຜູ້ຖືຮຸ້ນ.

ຜູ້ທີ່ໄດ້ຮັບການໂອນຮຸ້ນຕາມກົດໝາຍ ຕ້ອງສະແດງຫຼັກຖານຢ່າງຄົບຖ້ວນ ແລະ ຖືກ ຕ້ອງກ່ຽວກັບການໄດ້ມາຂອງການໂອນຮຸ້ນດັ່ງກ່າວ ພ້ອມດ້ວຍໃບຮຸ້ນແຈ້ງຕໍ່ບໍລິສັດຈຳກັດທີ່ ກ່ຽວຂ້ອງເພື່ອອອກໃບຮຸ້ນ ແລະ ຂຶ້ນທະບຽນ ເປັນຜູ້ຖືຮຸ້ນໃໝ່ຂອງບໍລິສັດຈຳກັດ.


ມາດຕາ 106.         ຂໍ້ຈຳກັດໃນການໂອນຮຸ້ນຕາມກົດໝາຍ

ການໂອນຮຸ້ນຕາມກົດໝາຍ ມີຂໍ້ຈຳກັດດັ່ງນີ້:

  1. ຂໍ້ຈຳກັດຕາມທີ່ໄດ້ກຳນົດໄວ້ໃນ ວັກສາມ ມາດຕາ 98  ຂອງກົດໝາຍສະບັບນີ້;
  2. ຂໍ້ຈຳກັດການໂອນຮຸ້ນຕາມກົດໝາຍອື່ນເຊັ່ນ: ຂໍ້ຈຳກັດໃນການຖືຮຸ້ນຂອງຄົນ ຕ່າງປະເທດ, ຊາວຕ່າງດ້າວ ຫຼື ຄົນບໍ່ມີສັນຊາດ ໃນທຸລະກິດປະເພດໃດໜຶ່ງ ຖ້າ ມີ;
  3. ການໂອນຮຸ້ນໃນໄລຍະຄວບຄຸມຊັບສິນ;
  4. ການໂອນຮຸ້ນ ໃນໄລຍະປິດປຶ້ມບັນຊີທະບຽນຜູ້ຖືຮຸ້ນ ຖ້າໄດ້ຕົກລົງ ຫຼື ໄດ້ບົ່ງໄວ້ ໃນກົດລະບຽບຂອງບໍລິສັດຈຳກັດ.


ມາດຕາ 107.         ປຶ້ມບັນຊີທະບຽນຜູ້ຖືຮຸ້ນ

ປຶ້ມບັນຊີທະບຽນຜູ້ຖືຮຸ້ນ ປະກອບດ້ວຍເນື້ອໃນຕົ້ນຕໍ ດັ່ງນີ້:

  1. ຊື່, ທີ່ຢູ່ ແລະ ສັນຊາດ ຂອງຜູ້ຖືຮຸ້ນ;
  2. ຈຳນວນຮຸ້ນ, ມູນຄ່າຮຸ້ນ, ເລກທີຂອງໃບຮຸ້ນ ໂດຍແຍກຕາມປະເພດຮຸ້ນບົ່ງຊື່ ແລະ ບໍ່ບົ່ງຊື່;
  3. ມູນຄ່າທີ່ຍັງຄ້າງຊຳລະ ສຳລັບຮຸ້ນບົ່ງຊື່;
  4. ວັນ, ເດືອນ, ປີ ຂຶ້ນທະບຽນເປັນຜູ້ຖືຮຸ້ນຂອງບໍລິສັດຈຳກັດ;
  5. ວັນ, ເດືອນ, ປີ ທີ່ຖືກລົບລ້າງອອກຈາກການເປັນຜູ້ຖືຮຸ້ນຂອງບໍລິສັດຈຳກັດ.

ປຶ້ມບັນຊີທະບຽນຜູ້ຖືຮຸ້ນ ຕ້ອງເກັບມ້ຽນໄວ້ໃນສຳນັກງານຂອງບໍລິສັດຈຳກັດ ເພື່ອໃຫ້ຜູ້ ຖືຮຸ້ນສາມາດກວດເບິ່ງໄດ້ຕາມເວລາທີ່ຕົກລົງກັນ

ຜູ້ອຳນວຍການຂອງບໍລິສັດຈຳກັດ  ຕ້ອງສົ່ງສຳເນົາປຶ້ມບັນຊີຜູ້ຖືຮຸ້ນທຸກຄັ້ງທີ່ມີການ ປ່ຽນແປງ  ຫຼື ຢ່າງໜ້ອຍປີລະຄັ້ງ ຖ້າບໍ່ມີການປ່ຽນແປງໃດໆ ໃຫ້ເຈົ້າໜ້າທີ່ທະບຽນວິສາຫະ ກິດທີ່ກ່ຽວຂ້ອງຊາບ ຢ່າງຊ້າບໍ່ໃຫ້ເກີນ ວັນທີ 25 ທັນວາ ຂອງແຕ່ລະປີ.


ມາດຕາ 108.         ການໂອນຮຸ້ນບົ່ງຊື່ທີ່ເປັນໂມຄະ

ການໂອນຮຸ້ນບົ່ງຊື່ ອາດຈະເປັນໂມຄະເມື່ອມີການລະເມີດເງື່ອນໄຂ ຕາມທີ່ໄດ້ກຳນົດ ໄວ້ໃນວັກສອງ ມາດຕາ 104  ຂອງກົດໝາຍສະບັບນີ້.

ການໂອນຮຸ້ນທີ່ເປັນໂມຄະ ຈະເຮັດໃຫ້ຜູ້ຮັບໂອນຍັງບໍ່ທັນເປັນຜູ້ຖືຮຸ້ນຂອງບໍລິສັດຈຳກັດ ທີ່ໂອນນັ້ນເທື່ອ ຈົນກວ່າໄດ້ແກ້ ໄຂໃຫ້ຖືກຕ້ອງເສັຍກ່ອນ. ໃນກໍລະນີນີ້ ຜູ້ໂອນຮຸ້ນຍັງເປັນເຈົ້າກຳ ມະສິດໃນຮຸ້ນທີ່ໂອນນັ້ນຢູ່.

ຜູ້ຮັບໂອນທີ່ໄດ້ຄອບຄອງຮຸ້ນດ້ວຍຄວາມບໍລິສຸດໃຈເກີນກວ່າ ສອງປີ ໂດຍບໍ່ມີໃຜທັກ ທ້ວງ ຫຼືຄັດຄ້ານ ຜູ້ກ່ຽວມີສິດເປັນເຈົ້າຂອງຮຸ້ນດັ່ງກ່າວຢ່າງຖືກຕ້ອງ.

ມາດຕາ 109.         ຄວາມຮັບຜິດຊອບຂອງຜູ້ໂອນ ແລະ ຜູ້ຮັບໂອນຮຸ້ນ

ຜູ້ໂອນຮຸ້ນຈະຮັບຜິດຊອບຕໍ່ເຈົ້າໜີ້ ໃນຈຳນວນເງິນຂອງ​ຮຸ້ນ​ທີ່​ໂອນ ​ຊຶ່ງຍັງຄ້າງຊຳລະ ໃນກໍລະນີ:

  1. ຕາມທີ່ໄດ້ກຳນົດໄວ້ໃນ ວັກສີ່ ມາດຕາ 104 ຂອງກົດໝາຍສະບັບນີ້;
  2. ຮຸ້ນທີ່ໂອນຖືກ​ຮຽກໃຫ້ຊຳລະ;
  3. ຜູ້ຮັບໂອນຮຸ້ນບໍ່ສາມາດຊຳລະຮຸ້ນທີ່ຍັງຖອກບໍ່ເຕັມ.

ຄວາມຮັບຜິດຊອບຂອງຜູ້ໂອນຮຸ້ນ ເປັນຄວາມຮັບຜິດຊອບຕໍ່ເຈົ້າໜີ້ ແລະ ຈະສິ້ນສຸດ ລົງພາຍຫຼັງໜຶ່ງປີ ນັບແຕ່ວັນທີ່ໄດ້ຂຶ້ນທະບຽນການໂອນເປັນຕົ້ນໄປ. ບໍລິສັດຈຳກັດບໍ່ສາມາດ ຮ້ອງຟ້ອງຜູ້ໂອນຮຸ້ນໄດ້.

ຜູ້ຮັບໂອນ ໄດ້ຮັບສິດ, ໜ້າທີ່ ແລະ ພັນທະທັງໝົດ ທີ່ມາພ້ອມກັບການໂອນຮຸ້ນ.


ການເພີ້ມ ຫຼື ຫຼຸດທຶນຂອງບໍລິສັດຈຳກັດ


ມາດຕາ 110.         ການເພີ້ມທຶນ

ບໍລິສັດຈຳກັດ ສາມາດເພີ້ມທຶນຈົດທະບຽນຂອງຕົນຂຶ້ນໄດ້ ໂດຍການເພີ້ມຈຳນວນຮຸ້ນ ຂຶ້ນ  ຫຼື ເພີ້ມມູນຄ່າແຕ່ລະຮຸ້ນຂຶ້ນ

ການເພີ້ມທຶນຈົດທະບຽນ ຕ້ອງໄດ້ຮັບຄວາມເຫັນດີດ້ວຍມະຕິສະເພາະຂອງກອງປະ ຊຸມຜູ້ຖືຮຸ້ນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 144 ຂອງກົດໝາຍສະບັບນີ້.


ມາດຕາ 111.         ການສະເໜີຂາຍຮຸ້ນເພີ້ມ

ການສະເໜີຂາຍຮຸ້ນເພີ້ມ ໃຫ້ສະເໜີຂາຍຕາມລຳດັບບູລິມະສິດ  ດັ່ງນີ້:

  1. ສະເໜີຂາຍໃຫ້ຜູ້ຖືຮຸ້ນຂອງບໍລິສັດຈຳກັດ ຕາມອັດຕາສ່ວນຮຸ້ນ ທີ່ຜູ້ຖືຮຸ້ນແຕ່ລະ ຄົນຖື ໂດຍໃຫ້ເຮັດເປັນລາຍລັກອັກສອນແຈ້ງໃຫ້ແຕ່ລະຄົນຊາບ ພ້ອມທັງແຈ້ງກຳ ນົດເວລາໃນການໃຫ້ຄຳຕອບ. ຜູ້ທີ່ບໍ່ຕອບ ຫຼື ຕອບຊ້າກວ່າກຳນົດ ໃຫ້ຖືວ່າຜູ້ກ່ຽວ ສະຫຼະສິດ;
  2. ສະເໜີຂາຍໃຫ້ຜູ້ຖືຮຸ້ນຂອງບໍລິສັດຈຳກັດທີ່ສົນໃຈຊື້  ພາຍຫຼັງກຳນົດເວລາທີ່ກຳນົດ ໄວ້ສິ້ນສຸດລົງ ຫຼື ຜູ້ຖືຮຸ້ນຕອບປະຕິເສດຊື້ຮຸ້ນ ຕາມ ອັດຕາສ່ວນຂອງຕົນ;
  3. ຮຸ້ນທີ່ຍັງເຫຼືອຈາກການສະເໜີຂາຍ ຕາມຂໍ້ 2 ຂອງມາດຕານີ້ ຜູ້ອຳນວຍການມີ ສິດຊື້ເອົາໄດ້;
  4. ສະເໜີຂາຍໃຫ້ບຸກຄົນພາຍນອກ. ວິທີການ ແລະ ຂັ້ນຕອນຂອງການໂອນໃຫ້ປະ ຕິ ດຕາມກົດລະບຽບຂອງບໍລິສັດຈຳກັດ.

ສຳລັບຜູ້ຈອງຮຸ້ນທີ່ບໍ່ຊຳລະຮຸ້ນເພີ່ມ ຕາມກຳນົດເວລາໃຫ້ປະຕິບັດມາດຕະການ ຕາມ ທີ່ ດ້ກຳນົດໄວ້ໃນມາດຕາ 98 ຂອງກົດໝາຍສະບັບນີ້.


ມາດຕາ 112.        ການຫຼຸດທຶນ

ການຫຼຸດທຶນຈົດທະບຽນຂອງບໍລິສັດຈຳກັດ ສາມາດປະຕິບັດໄດ້ ໂດຍການຫຼຸດມູນຄ່າ ແຕ່ລະຮຸ້ນ ຫຼື ການຫຼຸດຈຳນວນຮຸ້ນລົງ. ການຫຼຸດທຶນຈົດທະບຽນຕ້ອງປະຕິບັດຕາມເງື່ອນໄຂ ດັ່ງນີ້:

  1. ມູນຄ່າຮຸ້ນທີ່ຍັງເຫຼືອຈາກການຫຼຸດລົງຕ້ອງບໍ່ໃຫ້ຕ່ຳກວ່າ ສອງພັນກີບ;
  2. ທຶນທີ່ຍັງເຫຼືອຈາກການຫຼຸດລົງ ຕ້ອງບໍ່ໃຫ້ຕ່ຳກວ່າເຄິ່ງໜຶ່ງຂອງທຶນຈົດທະບຽນ ແລະ ຕ້ອງບໍ່ຕ່ຳກວ່າທຶນທີ່ຂະແໜງການກ່ຽວຂ້ອງກຳນົດໄວ້ ຕາມທີ່ໄດ້ບົ່ງໄວ້ໃນ ວັກສາມ ມາດຕາ 20 ຂອງກົດໝາຍສະບັບນີ້ີ;
  3. ການຫຼຸດທຶນຈົດທະບຽນລົງ ຈະປະຕິບັດໄດ້ກໍຕໍ່ເມື່ອໄດ້ມີມະຕິສະເພາະ ຕາມທີ່ໄດ້ ກຳນົດໄວ້ໃນ ມາດຕາ 144  ຂອງກົດໝາຍສະບັບນີ້;
  4. ເຈົ້າໜີ້ຂອງບໍລິສັດຈຳກັດ ບໍ່ຄັດຄ້ານການຫຼຸດທຶນຈົດທະບຽນດັ່ງກ່າວ.


ມາດຕາ 113.         ການແຈ້ງໃຫ້ເຈົ້າໜີ້

ການແຈ້ງໃຫ້ເຈົ້າໜີ້ຂອງບໍລິສັດຈຳກັດສະແດງການຄັດຄ້ານ ຕ້ອງປະຕິບັດ ດັ່ງນີ້:

  1. ແຈ້ງເປັນລາຍລັກອັກສອນ ຕໍ່ເຈົ້າໜີ້ຂອງບໍລິສັດຈຳກັດທຸກຄົນ ພ້ອມທັງແຈ້ງ ເຫດຜົນຂອງການຫຼຸດທຶນລົງ, ມູນຄ່າຮຸ້ນ ຫຼື ຈຳນວນຮຸ້ນທີ່ຫຼຸດລົງ. ກຳນົດເວລາ ໃຫ້ສົ່ງຄຳຕອບຄັດຄ້ານຕ້ອງບໍ່ໃຫ້ຕ່ຳກວ່າສອງເດືອນ ນັບແຕ່ວັນໄດ້ຮັບແຈ້ງເປັນ ຕົ້ນໄປ. ເຈົ້າໜີ້ທີ່ບໍ່ ຕອບພາຍໃນກຳນົດເວລາດັ່ງກ່າວ ຖືວ່າບໍ່ໄດ້ຄັດຄ້ານ.
  2. ແຈ້ງຜ່ານທາງສື່ມວນຊົນຢ່າງໜ້ອຍສິບຄັ້ງ ໂດຍແຈ້ງກຳນົດເວລາໃຫ້ຄຳຕອບ ແລະ ແຈ້ງເນື້ອໃນຕ່າງໆ ດັ່ງທີ່ໄດ້ບົ່ງໄວ້ໃນ ຂໍ້ໜຶ່ງ ຂອງມາດຕານີ້.


ມາດຕາ 114.         ການຄັດຄ້ານ ແລະ ຄວາມຮັບຜິດຊອບຂອງການແຈ້ງ

ການຄັດຄ້ານຂອງເຈົ້າໜີ້ໃດໜຶ່ງ ຈະເຮັດໃຫ້ບໍລິສັດຈຳກັດບໍ່ສາມາດຫຼຸດທຶນຂອງຕົນລົງ ໄດ້ ເວັ້ນເສັຍແຕ່ໄດ້ຊຳລະໜີ້ໃຫ້ຜູ້ກ່ຽວຄົບຖ້ວນກ່ອນເທົ່ານັ້ນ.

ເຈົ້າໜີ້ໃດໜຶ່ງທີ່ບໍ່ໄດ້ຮັບແຈ້ງກ່ຽວກັບການຫຼຸດທຶນລົງ ເນື່ອງຈາກຂໍ້ບົກພ່ອງຂອງບໍລິສັດ ຈຳກັດນັ້ນ ບໍລິສັດຈຳກັດຕ້ອງຊຳລະໜີ້ສິນໃຫ້ເຈົ້າໜີ້ດັ່ງກ່າວ ພາຍໃນກຳນົດເວລາບໍ່ເກີນ ໜຶ່ງປີ ນັບແຕ່ວັນທີ່ກອງປະຊຸມຜູ້ຖືຮຸ້ນ ໄດ້ລົງມະຕິຮັບຮອງໃຫ້ບໍລິສັດຈຳກັດຫຼຸດທຶນຂອງຕົນເປັນຕົ້ນໄປ.

ໃນກໍລະນີທີ່ເປັນຂໍ້ບົກພ່ອງຂອງເຈົ້າໜີ້ເອງ ກໍໃຫ້ຖືວ່າເຈົ້າໜີ້ນັ້ນບໍ່ໄດ້ຄັດຄ້ານ.


ມາດຕາ 115.        ການຂຶ້ນທະບຽນການເພີ້ມ ຫຼື ຫຼຸດທຶນ

ບໍລິສັດຈຳກັດ ທີ່ມີການເພີ້ມ ຫຼື ຫຼຸດທຶນຕາມທີ່ໄດ້ກຳນົດໄວ້ໃນຂໍ້ ນີ້  ຕ້ອງຂຶ້ນທະ ບຽນ ກ່ຽວກັບການປ່ຽນແປງທຶນດັ່ງກ່າວ ນຳເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງ ດັ່ງນີ້:

  1. ໃນກໍລະນີທີ່ຂຶ້ນທະບຽນເນື່ອງຈາກການເພີ້ມທຶນຂຶ້ນ ຕ້ອງປະຕິບັດພາຍໃນກຳນົດ ສິບວັນລັດຖະການ ນັບແຕ່ວັນທີ່ໄດ້ກຳນົດໃຫ້ຊຳລະຮຸ້ນທີ່ຈອງ ເປັນຕົ້ນໄປ;
  2. ໃນກໍລະນີທີ່ຂຶ້ນທະບຽນ ເນື່ອງຈາກການຫຼຸດທຶນລົງ ຕ້ອງປະຕິບັດພາຍໃນກຳນົດ ສິບວັນລັດຖະການ ນັບແຕ່ວັນທີ່ບໍ່ມີການຄັດຄ້ານ ຫຼື ນັບແຕ່ວັນທີ່ໄດ້ຊຳລະໜີ້ ໃຫ້ເຈົ້າໜີ້ທີ່ ທີ່ຄັດຄ້ານແລ້ວເປັນຕົ້ນໄປ.

ພາຍຫຼັງການຂຶ້ນທະບຽນການເພີ້ມ ຫຼື ຫຼຸດທຶນແລ້ວ ບໍລິສັດຈຳກັດຕ້ອງແຈ້ງທາງ ສື່ມວນຊົນໃຫ້ສາທາລະນະຊາບຢ່າງໜ້ອຍໜຶ່ງຄັ້ງ ພາຍໃນກຳນົດສິບວັນລັດຖະການ ນັບແຕ່ ວັນໄດ້ຂຶ້ນ ທະບຽນປ່ຽນແປງທຶນເປັນຕົ້ນໄປ.

ເອກະສານທີ່ຍື່ນຂໍໃຫ້ປ່ຽນແປງທຶນໃໝ່ ຕ້ອງປະກອບດ້ວຍບັນຊີລາຍຊື່ຜູ້ຖືຮຸ້ນທີ່ເພີ້ມ ຫຼື ຫຼຸດທຶນຂອງບໍລິສັດຈຳກັດ, ສັນຊາດ, ທີ່ຢູ່, ເລກທີໃບຮຸ້ນ ແລະ ຈຳນວນຮຸ້ນທີ່ຖື.


ຜູ້ອຳນວຍການ ແລະ ສະພາຜູ້ອຳນວຍການບໍລິສັດຈຳກັດ


ມາດຕາ 116.         ຜູ້ອຳນວຍການ

ຜູ້ອຳນວຍການແມ່ນຕົວແທນຂອງບໍລິສັດຈຳກັດ. ສາຍພົວພັນລະຫວ່າງຜູ້ອຳນວຍ ການ, ບໍລິສັດຈຳກັດ ແລະ ບຸກຄົນພາຍນອກ ແມ່ນໃຫ້ປະຕິບັດຕາມລະບຽບກົດໝາຍທີ່ກ່ຽວ ຂ້ອງ.

ຜູ້ອຳນວຍການຂອງບໍລິສັດຈຳກັດບໍ່ມີເງິນເດືອນ ແຕ່ໄດ້ຮັບເບັ້ຍປະຈຳປີ ແລະ ເບັ້ຍປະຊຸມແຕ່ລະຄັ້ງໃນອັດຕາ ຫຼື ຈຳນວນທີ່ໄດ້ຕົກລົງໃນກອງປະຊຸມຜູ້ຖືຮຸ້ນ ເວັ້ນເສັຍແຕ່ຜູ້ ອຳນວຍການທີ່ມາຈາກບຸກຄົນພາຍນອກ  ຫຼື ໄດ້ຕົກລົງກັນໄວ້ຢ່າງອື່ນ.

ຜູ້ອຳນວຍການອາດຈະແມ່ນຜູ້ຖືຮຸ້ນ ຫຼື ບໍ່ກໍໄດ້ ເວັ້ນເສັຍແຕ່ໄດ້ມີການຕົກລົງກັນໄວ້ ຢ່າງອື່ນ.

ທຸກການເຄື່ອນໄຫວວຽກງານຂອງຜູ້ອຳນວຍການ ຕ້ອງນອນຢູ່ໃນຂອບເຂດສິດ ແລະ ໜ້າທີ່ ຕາມທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງບໍລິສັດ ແລະ ຕ້ອງຢູ່ພາຍໃຕ້ການຄວບຄຸມຂອງ ກອງປະຊຸມຜູ້ຖືຮຸ້ນທັງໝົດ.

ບໍລິສັດຈຳກັດໜຶ່ງ ອາດຈະມີຜູ້ອຳນວຍການຫຼາຍຄົນ ຂຶ້ນກັບຄວາມຮຽກຮ້ອງຕ້ອງການ ວຽກງານຂອງບໍລິສັດຈຳກັດນັ້ນ.

ບໍລິສັດຈຳກັດ ທີ່ມີຜູ້ອຳນວຍການຫຼາຍຄົນ ແຕ່ຕົກລົງໃຫ້ຜູ້ອຳນວຍການໃດໜຶ່ງ ມີອຳ ນາດໃນການເຮັດສັນຍາໃນນາມບໍລິສັດຈຳກັດ​ແຕ່​ພຽງ​ຜູ້​ດຽວກັບບຸກຄົນພາຍນອກ, ຜູ້ອຳນວຍ ການດັ່ງກ່າວ ເອີ້ນວ່າ ຜູ້ອຳນວຍການໃຫຍ່.

ໃນກໍລະນີທີ່ປະທານສະພາຜູ້ອຳນວຍການ ຖືກເລືອກໃຫ້ເປັນທັງຜູ້ອຳນວຍການໃຫຍ່ ໃຫ້ເອີ້ນວ່າປະທານອຳນວຍການ.


ມາດຕາ 117.         ເງື່ອນໄຂຂອງຜູ້ອຳນວຍການ

ຜູ້ອຳນວຍການຂອງບໍລິສັດຈຳກັດ ມີເງື່ອນໄຂ ດັ່ງນີ້:

  1. ບໍ່ແມ່ນນິຕິບຸກຄົນ;
  2. ເປັນຜູ້ທີ່ມີຄວາມສາມາດທາງດ້ານການປະພຶດ;
  3. ບໍ່ແມ່ນບຸກຄົນທີ່​ລົ້ມລະລາຍ  ຊຶ່ງຍັງບໍ່ທັນພົ້ນໄລຍະຫ້າມດຳເນີນທຸລະກິດ;
  4. ບໍ່ເຄີຍໄດ້ຮັບໂທດໃນສະຖານສໍ້ໂກງ  ຫຼື ຍັກຍອກຊັບ.


ມາດຕາ 118.         ການເລືອກຕັ້ງ ຫຼື ການປົດຕຳແໜ່ງຜູ້ອຳນວຍການ

ຜູ້ອຳນວຍການຖືກເລືອກຕັ້ງ ຕາມກໍລະນີ ດັ່ງນີ້:

  1. ຜູ້ອຳນວຍການຊຸດທຳອິດ ຖືກເລືອກຕັ້ງໂດຍກອງປະຊຸມສ້າງຕັ້ງບໍລິສັດຈຳກັດ;
  2. ຜູ້ອຳນວຍການຊຸດຕໍ່ມາ ຖືກເລືອກຕັ້ງໂດຍກອງປະຊຸມຜູ້ຖືຮຸ້ນ;
  3. ຕຳແໜ່ງຜູ້ອຳນວຍການທີ່ວ່າງລົງ ໃນລະຫວ່າງສອງກອງປະຊຸມສາມັນ​ຂອງ​ຜູ້​ຖື​ຮຸ້ນ  ແມ່ນແຕ່ງຕັ້ງ ໂດຍກອງປະຊຸມຂອງສະພາຜູ້ອຳນວຍການ. ​ໃນ​ກໍລະ​ນີທີ່ບໍລິ ສັດຈຳກັດ​ບໍ່​ມີ​ສະພາ​ຜູ້ອຳນວຍການນັ້ນ ຕ້ອງ​ກຳນົດ​ການ​ແຕ່ງ​ຕັ້ງຜູ້​ອຳນວຍ​ການ ດັ່ງກ່າວໄວ້​ໃນ​ກົດ​ລະບຽບ.

ຜູ້ອຳນວຍການບໍລິສັດຈຳກັດ ຖືກປົດຕຳແໜ່ງໂດຍກອງປະຊຸມຜູ້ຖືຮຸ້ນ ບໍ່ວ່າຜູ້ອຳນວຍ ການຈະໄດ້ຮັບການເລືອກຕັ້ງມາດ້ວຍວິທີໃດກໍຕາມ.

ການປົດຕຳແໜ່ງຜູ້ອຳນວຍການອາດຈະປະຕິບັດໃນເວລາໃດກໍໄດ້ ເມື່ອມີເຫດຜົນພຽງ ພໍ  ຫຼື ການຂາດຄວາມໄວ້ວາງໃຈ.

ຜູ້ຖືຮຸ້ນ ຫຼື ສະພາ​ຜູ້ອຳນວຍການຂອງບໍລິສັດຈຳກັດ  ບໍ່ມີສິດຮ້ອງຟ້ອງເພື່ອໃຫ້ສານ ແຕ່ງຕັ້ງ ຫຼືປົດຕຳແໜ່ງຜູ້ອຳນວຍການໄດ້ ເວັ້ນເສັຍແຕ່ກໍລະນີທີ່ມີການລະເມີດຂັ້ນຕອນການ ເລືອກຕັ້ງ ຫຼືປົດຕຳແໜ່ງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ ຫຼື ໃນກົດລະບຽບຂອງບໍລິ ສັດຈຳກັດ.


ມາດຕາ 119.         ວິທີການລົງຄະແນນສຽງເລືອກຕັ້ງ ຫຼື ປົດຕຳແໜ່ງຜູ້ອຳນວຍການ

ການລົງຄະແນນສຽງເລືອກຕັ້ງ ຫຼື ປົດຕຳແໜ່ງຜູ້ອຳນວຍການ ສາມາດປະຕິບັດໄດ້ ສອງ ວິທີຄື: ການລົງຄະແນນສຽງແບບສະສົມຄະແນນ ແລະ ການລົງຄະແນນສຽງແບບປົກ ກະຕິ.    

ການລົງຄະແນນສຽງແບບສະສົມຄະແນນ ໝາຍເຖິງການອະນຸຍາດໃຫ້ຜູ້ຖືຮຸ້ນແຕ່ລະ ຄົນຄູນຈຳນວນຮຸ້ນຂອງຕົນ ກັບຈຳນວນຜູ້ອຳນວຍການທີ່ຈະເລືອກຕັ້ງເອົາ ແລ້ວເລືອກລົງຄະ ແນນໃຫ້ຜູ້ຮັບສະໝັກໃດໜຶ່ງ ຫຼື ຈຳນວນໜຶ່ງທີ່ຕົນເລືອກ. ການນັບຄະແນນ ແມ່ນໃຫ້ຖືໜຶ່ງ ຮຸ້ນເທົ່າກັບໜຶ່ງສຽງ. ຜູ້ຮັບສະໝັກທີ່ໄດ້ຮັບຄະແນນສຽງຫຼາຍກວ່າໝູ່ ແມ່ນຜູ້ທີ່ໄດ້ຮັບການ ເລືອກຕັ້ງເປັນຜູ້ອຳນວຍການ.

ການປົດຕຳແໜ່ງຜູ້ອຳນວຍການ ທີ່ໄດ້ມາຈາກການເລືອກຕັ້ງແບບສະສົມຄະແນນ ຈະ ປະຕິບັດໄດ້ກໍຕໍ່ເມື່ອ ມີສຽງຄັດຄ້ານຢ່າງໜ້ອຍເທົ່າກັບຈຳນວນສຽງທີ່ເລືອກເອົາຜູ້ອຳນວຍການ ດັ່ງກ່າວ.

ການລົງຄະແນນສຽງແບບປົກກະຕິ ແມ່ນການລົງຄະແນນສຽງ ເພື່ອເລືອກເອົາຜູ້ອຳ ນວຍການພຽງຄົນດຽວ ໂດຍການນັບຄະແນນສຽງໜຶ່ງຮຸ້ນຕໍ່ໜຶ່ງສຽງ.

ຜູ້ທີ່ໄດ້ຮັບການເລືອກຕັ້ງຕາມວັກສີ່ຂອງມາດຕານີ້ ແມ່ນຜູ້ທີ່ມີຄະແນນເກີນກວ່າເຄິ່ງ ໜຶ່ງ ຂອງຈຳນວນຜູ້ຖືຮຸ້ນ ແລະ ຜູ້ຕາງໜ້າຜູ້ຖືຮຸ້ນ ທີ່ເຂົ້າຮ່ວມກອງປະຊຸມ. ການປົດຕຳ ແໜ່ງຜູ້ອຳນວຍການ ໃນກໍລະນີນີ້ແມ່ນປະຕິບັດຄືກັນກັບການເລືອກຕັ້ງເອົາຜູ້ອຳນວຍການ ນັ້ນ.


ມາດຕາ 120.         ຈຳນວນ ແລະ ອາຍຸການຂອງຜູ້ອຳນວຍການ

ຜູ້ອຳນວຍການຂອງບໍລິສັດຈຳກັດ ສາມາດມີຈຳນວນ ໜຶ່ງຄົນ ຫຼື ຫຼາຍຄົນ ແຕ່ຕ້ອງ ກຳນົດໄວ້ໃນກົດລະບຽບ ຫຼື ຕົກລົງກັນໃນກອງປະຊຸມຜູ້ຖືຮຸ້ນ.

ຜູ້ອຳນວຍການຂອງບໍລິສັດຈຳກັດ ມີອາຍຸການສອງປີ ແລະ ສາມາດເລືອກຕັ້ງຄືນ ໃໝ່ໄດ້.

ອາຍຸການຂອງຜູ້ອຳນວຍການທີ່ໄດ້ຮັບການເລືອກຕັ້ງແທນ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 3 ມາດຕາ 118 ຂອງກົດໝາຍສະບັບນີ້ ແມ່ນເທົ່າກັບອາຍຸການທີ່ຍັງເຫຼືອຂອງຜູ້ອຳນວຍ ການ ທີ່ອອກໄປແລ້ວນັ້ນ.

       

ມາດຕາ 121.         ຄວາມຮັບຜິດຊອບຂອງຜູ້ອຳນວຍການ

ຜູ້ອຳນວຍການ ຕ້ອງຮັບຜິດຊອບຕໍ່ການກະທຳ ດັ່ງນີ້:

  1. ການລະເມີດຂອບເຂດວັດຖຸປະສົງຂອງບໍລິສັດຈຳກັດ ຕາມທີ່ໄດ້ກຳນົດໄວ້ໃນກົດ ລະບຽບ ຫຼື ສັນຍາສ້າງຕັ້ງບໍລິສັດຈຳກັດ;
  2. ການລະເມີດກົດລະບຽບຂອງບໍລິສັດຈຳກັດ;
  3. ການປະຕິບັດສິດ ແລະ ໜ້າທີ່ເກີນຂອບເຂດ ທີ່ໄດ້ຮັບມອບໝາຍ;
  4. ການບໍ່ປະຕິບັດສິດ ແລະ ໜ້າທີ່ ທີ່ໄດ້ຮັບມອບໝາຍ.

ຜູ້ອຳນວຍການໃດໜຶ່ງ ຈະພົ້ນຈາກຄວາມຮັບຜິດຊອບໄດ້ ກໍຕໍ່ເມື່ອສາມາດພິສູດໄດ້ວ່າ ຕົນບໍ່ມີສ່ວນກ່ຽວຂ້ອງກັບການລະເມີດ ຫຼື ເຄີຍໄດ້ຄັດຄ້ານການລົງມະຕິກ່ຽວກັບການກະທຳດັ່ງ ກ່າວ ຊຶ່ງສະແດງອອກໃນບົດບັນທຶກກອງປະຊຸມ.

ຜູ້ຖືຮຸ້ນໃດໜຶ່ງ ຕ້ອງສົ່ງເງິນຄືນໃຫ້ບໍລິສັດຈຳກັດ ໃນສ່ວນທີ່ຜູ້ອຳນວຍການໄດ້ຈ່າຍໃຫ້ ຕົນ ໂດຍລະເມີດກົດລະບຽບຂອງບໍລິສັດຈຳກັດ.

ຄວາມຮັບຜິດຊອບທາງແພ່ງຂອງຜູ້ອຳນວຍການຕໍ່ບຸກຄົນພາຍນອກ ແມ່ນໃຫ້ປະຕິບັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.


ມາດຕາ 122.         ຄວາມຮັບຜິດຊອບຕໍ່ການລະເມີດຂອງຜູ້ອຳນວຍການ

ບໍລິສັດຈຳກັດ ຕ້ອງຮັບຜິດຊອບການລະເມີດຂອງຜູ້ອຳນວຍການ ຕໍ່ບຸກຄົນພາຍນອກ ເມື່ອກອງປະຊຸມຜູ້ຖືຮຸ້ນ ໄດ້ລົງມະຕິຮັບຮອງການກະທຳ​ໃດໜຶ່ງ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ ໜຶ່ງ ຫາ ຂໍ້ ສີ່  ມາດຕາ 121  ຂອງກົດໝາຍສະບັບນີ້.

ການລະເມີດຂອບເຂດສິດ, ໜ້າທີ່ ທີ່ໄດ້ຮັບມອບໝາຍຂອງຜູ້ອຳນວຍການ, ພະນັກ ງານ ຫຼື ກຳມະກອນ ແຕ່ບໍ່ໄດ້ລະເມີດຂອບເຂດວັດຖຸປະສົງຂອງບໍລິສັດຈຳກັດນັ້ນ ບໍລິສັດຈຳ ກັດ ຕ້ອງຮັບຜິດຊອບຕໍ່ບຸກຄົນພາຍນອກ. ຄວາມຮັບຜິດຊອບພາຍໃນລະຫວ່າງບໍລິສັດຈຳກັດ ແລະ ຜູ້ອຳນວຍການ, ພະນັກງານ ຫຼື ກຳມະກອນ ຂອງບໍລິສັດຈຳກັດ ​ໃນ​ກໍ​ລະ​ນີນີ້ແມ່ນໃຫ້ປະຕິບັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ.


ມາດຕາ 123.        ມາດຕະການຕໍ່ການລະເມີດຂອງຜູ້ອຳນວຍການ

ບໍລິສັດຈຳກັດ ຕ້ອງ​ມີ​ມາດ​ຕະການຕໍ່ຜູ້ອຳນວຍການທີ່​ມີການລະເມີດ​ ຕາມ​ທີ່​ໄດ້​ກຳນົດ​ໄວ້ໃນ​ມາດຕາ 121 ຂອງກົດໝາຍສະບັບ​ນີ້. ມາດຕະການຕໍ່ຜູ້ອຳນວຍການ ແມ່ນໃຫ້ກຳນົດ ໄວ້ ໃນກົດລະບຽບຂອງບໍລິສັດຈຳກັດ.

ໃນກໍລະນີທີ່ບໍລິສັດຈຳກັດ ບໍ່ດຳເນີນມາດຕະການ ຕາມທີ່ໄດ້ກຳນົດໄວ້ໃນວັກໜຶ່ງ ຂອງມາດຕານີ້  ຜູ້ຖືຮຸ້ນໜຶ່ງຄົນ ຫຼື ຫຼາຍຄົນ ຊຶ່ງມີຮຸ້ນລວມກັນແຕ່ ສີ່ສ່ວນຮ້ອຍ ຂອງຮຸ້ນທັງ ໝົດຂອງ ບໍລິສັດຈຳກັດທີ່ໄດ້ຖອກແລ້ວ ສາມາດເຮັດໜັງສືແຈ້ງໃຫ້ບໍລິສັດຈຳກັດດຳເນີນການ ປັບໃໝ ຫຼື ຢຸດຕິການກະທຳ.

ການບໍ່ດຳເນີນການ ຫຼື ການດຳເນີນການທີ່ບໍ່ເໝາະສົມຂອງບໍລິສັດຈຳກັດ ຕໍ່ຜູ້ອຳ ນວຍການທີ່ລະເມີດນັ້ນ ຜູ້ຖືຮຸ້ນດັ່ງກ່າວມີສິດຮ້ອງຟ້ອງເພື່ອໃຫ້ສານຕັດສິນປັບໃໝ ຫຼື ອອກ ຄຳສັ່ງຢຸດຕິການກະທຳຂອງຜູ້ອຳນວຍການ ທີ່ກ່ຽວຂ້ອງແທນບໍລິສັດຈຳກັດກໍໄດ້.


ມາດຕາ 124.        . ການປະຕິບັດໜ້າທີ່ຂອງຜູ້ອຳນວຍການໃນນາມບໍລິສັດຈຳກັດ

ການປະຕິບັດໜ້າທີ່ຂອງຜູ້ອຳນວຍການ ມີສອງລັກສະນະຄື: ການປະຕິບັດໜ້າທີ່ໃນ ນາມຕົວແທນຂອງບໍລິສັດຈຳກັດ ແລະ ການປະຕິບັດໜ້າທີ່ສະເພາະ.

ການປະຕິບັດໜ້າທີ່ ໃນນາມຕົວແທນຂອງບໍລິສັດຈຳກັດ ແມ່ນໃຫ້ປະຕິບັດຕາມທີ່ໄດ້ ກຳນົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ. ຂໍ້ກຳນົດນີ້ ໃຫ້ນຳໃຊ້້ລວມໄປເຖິງພະນັກງານ ຫຼື ກຳມະ ກອນ ຂອງບໍລິສັດຈຳກັດອີກດ້ວຍ.

ການປະຕິບັດໜ້າທີ່ສະເພາະຂອງຜູ້ອຳນວຍການ ມີດັ່ງນີ້:

  1. ບໍລິຫານກິດຈະການຂອງບໍລິສັດຈຳກັດ ໃຫ້ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນສັນຍາ ສ້າງຕັ້ງບໍລິສັດຈຳກັດ, ກົດລະບຽບຂອງບໍລິສັດຈຳກັດ ແລະ ມະຕິກອງປະຊຸມ ຂອງຜູ້ຖືຮຸ້ນ;
  2. ຮຽກເກັບຮຸ້ນໃຫ້ໄດ້ຕາມຈຳນວນ ແລະ ເວລາທີ່ກຳນົດໄວ້;
  3. ຄຸ້ມຄອງ ແລະ ນຳໃຊ້ທຶນຂອງບໍລິສັດຈຳກັດ ຕາມວັດຖຸປະສົງ ແລະ ເປົ້າໝາຍທີ່ ວາງໄວ້;
  4. ຈັດວາງລະບົບບັນຊີ ປົກປັກຮັກສາ ແລະ ເກັບມ້ຽນເອກະສານທັງໝົດຂອງບໍລິ ສັດ ຈຳກັດ;
  5. ໃຫ້ຄວາມຮ່ວມມືແກ່ຜູ້ກວດສອບບັນຊີ ໃນການອະທິບາຍກ່ຽວກັບທີ່ມາ ແລະ ຄວາມຖືກຕ້ອງຂອງຕົວເລກ, ຂໍ້ມູນທີ່ປາກົດໃນໃບສະຫຼຸບຊັບສົມບັດ ກ່ອນນຳສະ ເໜີຕໍ່ກອງປະຊຸມຜູ້ຖືຮຸ້ນ ເພື່ອຮັບຮອງ;
  6. ສົ່ງສຳເນົາໃບສະຫຼຸບຊັບສົມບັດໃຫ້ຜູ້ຖືຮຸ້ນ ແລະ ຕ້ອງສຳເນົາຈຳນວນໜຶ່ງໄວ້ ສຳລັບຜູ້ຖືຮຸ້ນບໍ່ບົ່ງຊື່ ເພື່ອກວດສອບເບິ່ງເມື່ອຕ້ອງການ;
  7. ຈັດແບ່ງກຳໄລໃຫ້ຖືກຕ້ອງເໝາະສົມ;
  8. ຄຸ້ມຄອງ ແລະ ນຳໃຊ້ພະນັກງານ ຫຼື ກຳມະກອນຂອງບໍລິສັດຈຳກັດ;
  9. ແຈ້ງໃຫ້ບໍລິສັດຊາບ ກ່ຽວກັບຜົນປະໂຫຍດທີ່ຕົນມີ ບໍ່ວ່າທາງກົງ ຫຼື ທາງອ້ອມ ໃນສັນຍາຕ່າງໆ ຂອງບໍລິສັດຈຳກັດ  ຫຼື ການຖືຮຸ້ນເພີ້ມ ຫຼື ຫຼຸດຮຸ້ນຂອງຕົນ ໃນບໍລິສັດຈຳກັດ  ຫຼື ບໍລິສັດໃນກຸ່ມທີ່ເກີດຂຶ້ນໃນລະຫວ່າງປີການບັນຊີ.


ມາດຕາ 125.         ຂໍ້ຫ້າມສຳລັບຜູ້ອຳນວຍການ

ຫ້າມບໍ່ໃຫ້ຜູ້ອຳນວຍການ ດຳເນີນທຸລະກິດທີ່ມີລັກສະນະແຂ່ງຂັນກັບບໍລິສັດຈຳກັດ ດັ່ງນີ້:

  1. ດຳເນີນທຸລະກິດປະເພດດຽວ ຫຼື ຄ້າຍຄືກັນກັບບໍລິສັດຈຳກັດ ບໍ່ວ່າຈະເປັນການ ເຮັດເພື່ອຕົນເອງ ຫຼືເພື່ອຜົນປະໂຫຍດຂອງຄົນອື່ນ ເວັ້ນເສັຍແຕ່ໄດ້ຮັບຄວາມເຫັນ ດີຈາກກອງປະຊຸມຜູ້ຖືຮຸ້ນ;
  2. ເປັນຂາຮຸ້ນຂອງ​ວິ​ສາ​ຫະກິດ​ຮຸ້ນ​ສ່ວນ​ສາມັນ ຫຼື ຂາ​ຮຸ້ນ​ທົ່​ວ​ໄປຂອງວິສາຫະກິດຮຸ້ນ ສ່ວນຈຳກັດ ທີ່ດຳເນີນທຸລະກິດປະເພດດຽວ ຫຼື ຄ້າຍຄືກັບບໍລິສັດຈຳກັດຂອງຕົນ ເວັ້ນເສັຍແຕ່ໄດ້ຮັບຄວາມເຫັນດີຈາກ ກອງປະຊຸມຜູ້ຖືຮຸ້ນ;
  3. ດຳເນີນທຸລະກິດໃດໜຶ່ງກັບບໍລິສັດຈຳກັດຂອງຕົນ ບໍ່ວ່າຈະເປັນການເຮັດ ເພື່ອຕົນ ເອງ ຫຼື ຜູ້ອື່ນກໍຕາມ ເວັ້ນເສັຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ;
  4. ກູ້ຢືມເງິນຈາກບໍລິສັດຈຳກັດດ້ວຍຕົນເອງ, ສະມາຊິກໃນຄອບຄົວຂອງຕົນ ຫຼື ພີ່ນ້ອງ ໃກ້ຊິດຂອງພວກກ່ຽວ ເວັ້ນເສັຍແຕ່ໄດ້ກຳນົດໄວ້ໃນກົດລະບຽບຂອງບໍລິ ສັດຈຳກັດ. ຂໍ້ຫ້າມນີ້ີ້ໃຫ້ນຳໃຊ້ລວມໄປເຖິງພະນັກງານ ແລະ ກຳມະກອນ ຂອງບໍ ລິສັດຈຳກັດ ອີກດ້ວຍ.

ໃນກໍລະນີ ທີ່ມີການລະເມີດຂໍ້ຫ້າມດັ່ງທີ່ກ່າວມາໃນມາດຕານີ້ ຈະຖືກປະຕິບັດມາດຕະ ການ ຕາມທີ່ໄດ້ໍກຳນົດໄວ້ໃນມາດຕາ 123 ຂອງກົດໝາຍສະບັບນີ້.


ມາດຕາ 126.        ຄວາມຮັບຜິດຊອບໃນການເລືອກຕັ້ງຜູ້ອຳນວຍການ ຕໍ່ບຸກຄົນພາຍນອກ

ຜູ້ອຳນວຍການ  ທີ່ໄດ້ຮັບການເລືອກຕັ້ງໂດຍບໍ່ຖືກຕ້ອງຕາມກົດລະບຽບ ຂອງບໍລິສັດຈຳ ກັດ ຫຼື ຂາດເງື່ອນໄຂໃດໜຶ່ງ ແລະ ອື່ນໆນັ້ນ ບໍລິສັດຈຳກັດບໍ່ສາມາດນຳມາເປັນຂໍ້ອ້າງ ເພື່ອ ໃຫ້ພົ້ນຄວາມຮັບຜິດຊອບ ຕໍ່ບຸກຄົນພາຍນອກໄດ້.


ມາດຕາ 127.         ການພົ້ນຈາກຕຳແໜ່ງຂອງຜູ້ອຳນວຍການ

ຜູ້ອຳນວຍການຂອງບໍລິສັດຈຳກັດ ອາດຈະພົ້ນຈາກຕຳແໜ່ງດ້ວຍເຫດຜົນຢ່າງໃດຢ່າງ ໜຶ່ງ ດັ່ງນີ້:

  1. ຄົບອາຍຸການ;
  2. ກອງປະຊຸມຜູ້ຖືຮຸ້ນ ມີມະຕິປົດຕຳແໜ່ງ;
  3. ມີຄຳຕັດສິນຂອງສານ ຕາມທີ່ໄດ້ກຳນົດໄວ້ໃນວັກສີ່ ມາດຕາ 118  ຂອງກົດ ໝາຍສະບັບນີ້;
  4. ເສັຍຊີວິດ, ລົ້ມລະລາຍ, ລາອອກ, ຂາດຄວາມສາມາດທາງດ້ານການປະພຶດ, ຂາດ ເງື່ອນໄຂເປັນຜູ້ອຳນວຍການ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 117  ຂອງກົດໝາຍ ສະບັບນີ້.

ພາຍຫຼັງພົ້ນຕຳແໜ່ງ ແລະ ມີການເລືອກຕັ້ງຜູ້ອຳນວຍການແທນແລ້ວ ຕ້ອງແຈ້ງໃຫ້ ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງ ເພື່ອຂຶ້ນທະບຽນກ່ຽວກັບການປ່ຽນແປງໃໝ່ ພາຍ ໃນກຳນົດ ສິບວັນລັດຖະການ ນັບແຕ່ວັນທີ່ມີການເລືອກຕັ້ງເປັນຕົ້ນໄປ.

ການປ່ຽນແປງໃໝ່ຈະມີຜົນຕໍ່ບຸກຄົນພາຍນອກ ກໍຕໍ່ເມື່ອໄດ້ຂຶ້ນທະບຽນກ່ຽວກັບການ ປ່ຽນແປງໃໝ່ ດັ່ງທີ່ໄດ້ບົ່ງໄວ້ໃນວັກສອງຂອງມາດຕານີ້.

ມີຜົນໃຊ້ໄດ້ນັບແຕ່ວັນທີ່ບໍລິສັດຈຳກັດໄດ້ຮັບໃບລາອອກຂອງຜູ້ອຳນວຍການເປັນຕົ້ນ ໄປ.

ໃນກໍລະນີທີ່ຜູ້ອຳນວຍການຂອງສະພາຜູ້ອຳນວຍການພົ້ນຕຳແໜ່ງທັງຊຸດນັ້ນ ໃຫ້ສະ ພາຜູ້ອຳນວຍການຊຸດເກົ່ານີ້ ສືບຕໍ່ປະຕິບັດໜ້າທີ່ທີ່ຈຳເປັນໄປຈົນກວ່າມີການເລືອກຕັ້ງໃໝ່ ແທນ ເວັ້ນເສັຍແຕ່ສານໄດ້ກຳນົດໄວ້ຢ່າງອື່ນ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ສາມຂອງມາດຕານີ້.


ມາດຕາ 128.         ປຶ້ມບັນຊີທະບຽນຜູ້ອຳນວຍການ

ປຶ້ມບັນຊີທະບຽນຜູ້ອຳນວຍການ ຕ້ອງປະກອບດ້ວຍເນື້ອໃນ ດັ່ງນີ້:

  1. ຊື່, ສັນຊາດ, ວັນ ເດືອນ ປີ ເກີດ ແລະ ທີ່ຢູ່ຂອງຜູ້ອຳນວຍການ;
  2. ປະເພດຮຸ້ນ ມູນຄ່າ ເລກທີໃບຮຸ້ນ ແລະ ຈຳນວນຮຸ້ນທີ່ຜູ້ອຳນວຍການ ແຕ່ລະຄົນ ຖື;
  3. ວັນເດືອນປີ ທີ່ໄດ້ຮັບເລືອກຕັ້ງເປັນຜູ້ອຳນວຍການ.
  4. ປຶ້ມບັນຊີທະບຽນຜູ້ອຳນວຍການ  ແລະ ບົດລາຍງານກອງປະຊຸມຜູ້ຖືຮຸ້ນ  ຕ້ອງ ເກັບຮັກສາໄວ້ໃນສຳນັກງານໃຫຍ່ຂອງບໍລິສັດຈຳກັດ ເພື່ອໃຫ້ຜູ້ຖືຮຸ້ນສາມາດເບິ່ງ ຫຼື ສາມາດກວດສອບໄດ້.   


ມາດຕາ 129.         ສະພາຜູ້ອຳນວຍການ

ບໍລິສັດຈຳກັດທີ່ມີຜູ້ອຳນວຍການແຕ່ສອງຄົນຂຶ້ນໄປອາດຈະສ້າງຕັ້ງເປັນ ສະພາຜູ້ອຳ ນວຍການ ເວັ້ນເສັຍແຕ່ຕົກລົງກັນໄວ້ຢ່າງອື່ນບໍລິສັດຈຳກັດທີ່ມີຊັບສິນເກີນກວ່າ ຫ້າສິບຕື້ ກີບ  ຕ້ອງມີີສະພາຜູ້ອຳນວຍການ ແລະ ຜູ້ກວດສອບບັນຊີ.

ສະພາຜູ້ອຳນວຍການເຄື່ອນໄຫວວຽກງານຂອງຕົນ ບົນພື້ນຖານຫຼັກການ, ວິທີການ ຕາມທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງບໍລິສັດຈຳກັດ. ໃນກໍລະນີທີ່ກົດລະບຽບຂອງບໍລິສັດ ຈຳກັດ ບໍ່ໄດ້ກຳນົດໄວ້ ໃຫ້ສະພາຜູ້ອຳນວຍການຂອງບໍລິສັດຈຳກັດເຄື່ອນໄຫວວຽກງານ ຕາມທີ່ໄດ້ກຳນົດ ໄວ້ໃນມາດຕາ 131 ຫາ ມາດຕາ134 ຂອງກົດໝາຍສະບັບນີ້.

ສະພາຜູ້ອຳນວຍການເຄື່ອນໄຫວວຽກງານ ໂດຍການແບ່ງງານໃຫ້ແຕ່ລະຜູ້ອຳນວຍ ການຮັບຜິດຊອບ.

ສະພາຜູ້ອຳນວຍການ ຕ້ອງມີປະທານ ແລະ ມີຮອງປະທານ ຫຼື ບໍ່ມີກໍໄດ້.


ມາດຕາ 130.         ສິດ ແລະ ໜ້າທີ່ຂອງສະພາຜູ້ອຳນວຍການ

ສະພາຜູ້ອຳນວຍການມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ເປັນໃຈກາງປະສານງານ ແລະ ດັດປັບວຽກງານຂອງບັນດາຜູ້ອຳນວຍການ;
  2. ແຕ່ງຕັ້ງຜູ້ອຳນວຍການໃດໜຶ່ງ ທີ່ວ່າງລົງໃນລະຫວ່າງສອງກອງປະຊຸມສາມັນຂອງຜູ້ ຖືຮຸ້ນ;
  3. ກຳນົດທິດທາງແຜນການ ໃນການບໍລິຫານຈັດການບໍລິສັດຈຳກັດ ເພື່ອສະເໜີ ຜ່ານກອງປະຊຸມຜູ້ຖືຮຸ້ນ;  
  4. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງບໍລິສັດຈຳ ກັດ.


ມາດຕາ 131.         ອົງປະຊຸມຂອງສະພາຜູ້ອຳນວຍການ

ອົງປະຊຸມຂອງສະພາຜູ້ອຳນວຍການ ແມ່ນຂຶ້ນກັບການຕົກລົງຂອງສະພາຜູ້ອຳນວຍ ການເອງ ແຕ່ຕ້ອງບໍ່ຕ່ຳກວ່າເຄິ່ງໜຶ່ງຂອງຈຳນວນຜູ້ອຳນວຍການ. ໃນກໍລະນີທີ່ມີຜູ້ອຳນວຍ ການພຽງສອງຄົນອົງປະຊຸມຕ້ອງແມ່ນສອງຄົນ.

ໃນກໍລະນີທີ່ຕຳແໜ່ງຜູ້ອຳນວຍການໃດໜຶ່ງຫາກວ່າງລົງ ແຕ່ອົງປະຊຸມຍັງຄົບຖ້ວນຢູ່ ສະພາຜູ້ອຳນວຍການ ກໍຍັງສາມາດເຄື່ອນໄຫວວຽກງານສືບຕໍ່ໄປໄດ້ ຈົນກວ່າໄດ້ມີການເລືອກ ຕັ້ງຜູ້ອຳນວຍການຄົນໃໝ່ແທນ.

ຕຳແໜ່ງຜູ້ອຳນວຍການທີ່ວ່າງລົງ ຫາກຕ່ຳກວ່າລະດັບຕ່ຳສຸດຂອງອົງປະຊຸມ ທີ່ກຳ ນົດໄວ້ໃນວັກໜຶ່ງຂອງມາດຕານີ້ ສະພາຜູ້ອຳນວຍການບໍ່ສາມາດເຄື່ອນໄຫວວຽກງານໃດໆໄດ້ ນອກ ຈາກການເພີ້ມຈຳນວນຜູ້ອຳນວຍການໃຫ້ຄົບເສັຍກ່ອນ.


ມາດຕາ 132.         ປະທານ ແລະ ຮອງປະທານສະພາຜູ້ອຳນວຍການ

ປະທານ ແລະ ຮອງປະທານສະພາຜູ້ອຳນວຍການ ຖືກເລືອກຕັ້ງມາຈາກຜູ້ອຳນວຍ ການໃດໜຶ່ງ.

ປະທານສະພາຜູ້ອຳນວຍການ ເປັນຜູ້ນຳພາກອງປະຊຸມຂອງສະພາຜູ້ອຳນວຍການ, ກອງປະຊຸມຜູ້ຖືຮຸ້ນ ແລະ ປະຕິບັດວຽກງານອື່ນໆ ພາຍໃຕ້ຂອບເຂດ ສິດ ແລະ ໜ້າທີ່ ຕາມທີ່ໄດ້ກຳນົດ ໄວ້ໃນກົດລະບຽບຂອງບໍລິສັດຈຳກັດ.  

ຮອງປະທານສະພາຜູ້ອຳນວຍການ ເປັນຜູ້ຊ່ວຍວຽກ ແລະ ປະຕິບັດໜ້າທີ່ຕາມການ ມອບໝາຍຂອງປະທານ.

ໃນກອງປະຊຸມສະພາຜູ້ອຳນວຍການ ຫຼື ກອງປະຊຸມຜູ້ຖືຮຸ້ນ ຫາກປະທານຕິດຂັດ ຕ້ອງມອບໝາຍໃຫ້ຮອງປະທານຜູ້ໃດໜຶ່ງເປັນປະທານກອງປະຊຸມແທນ. ໃນກໍລະນີທີ່ບໍ່ມີຮອງ ປະທານ ຫຼືມີແຕ່ມາຮ່ວມປະຊຸມບໍ່ໄດ້ ໃຫ້ລົງຄະແນນສຽງເລືອກເອົາຜູ້ອຳນວຍການໃດໜຶ່ງ ເປັນປະທານ ກອງປະຊຸມສະເພາະນັ້ນ.

ສຳລັບ​ກອງ​ປະຊຸມ​ຜູ້​ຖືຮຸ້ນ​ຂອງບໍລິສັດຈຳກັດ ທີ່ບໍ່ມີສະພາຜູ້ອຳນວຍການນັ້ນໃຫ້ເລືອກ ເອົາຜູ້ອຳນວຍການໃດໜຶ່ງເປັນປະທານສະ​ເພາະ​ກອງ​ປະຊຸມ​ດັ່ງກ່າວ.


ມາດຕາ 133.        ການຮຽກປະຊຸມຂອງສະພາຜູ້ອຳນວຍການ

ຜູ້ອຳນວຍການແຕ່ລະຄົນ ມີສິດຮຽກປະຊຸມຂອງສະພາຜູ້ອຳນວຍການໄດ້.

ຜູ້ອຳນວຍການຕ້ອງເຂົ້າປະຊຸມດ້ວຍຕົນເອງ. ຫ້າມບໍ່ໃຫ້ຄົນອື່ນເຂົ້າແທນ ເວັ້ນເສັຍແຕ່ ໄດ້ຮັບຄວາມເຫັນດີເປັນເອກະສັນ ຈາກຜູ້ອຳນວຍການຄົນອື່ນຜູ້ເຂົ້າແທນ ຫຼື ຜູ້ຕາງໜ້າ ມີ ສິດອອກຄຳເຫັນ ແຕ່ບໍ່ມີສິດລົງຄະແນນສຽງ.

ໃນກໍລະນີທີ່ຈຳເປັນ ສະພາຜູ້ອຳນວຍການອາດຈະນຳໃຊ້ຮູບແບບກອງປະຊຸມທີ່ເອີ້ນ ວ່າ: ກອງປະຊຸມບໍ່ເປັນທາງການ ໂດຍຜ່ານຮູບການສື່ສານໃດໜຶ່ງກໍໄດ້.


ມາດຕາ 134.         ມະຕິ ​ແລະ ບົດບັນ​ທຶກກອງປະຊຸມຂອງສະພາຜູ້ອຳນວຍການ

ມະຕິກອງປະຊຸມຂອງສະພາຜູ້ອຳນວຍການ ຈະມີຄຸນຄ່າໃຊ້ໄດ້ກໍຕໍ່ເມື່ອໄດ້ຮັບຄະແນນ ສຽງຫຼາຍກວ່າເຄິ່ງໜຶ່ງ ຂອງຜູ້ອຳນວຍການທີ່ເຂົ້າຮ່ວມກອງປະຊຸມຜູ້ອຳນວຍການຜູ້ໜຶ່ງມີ ໜຶ່ງຄະແນນສຽງ.

ໃນຖານະເປັນຜູ້ອຳນວຍການ, ປະທານກອງ​ປະຊຸມ​ສະພາ​ຜູ້ອຳນວຍການ ໃຫ້ລົງຄະ ແນນສຽງຄືກັນກັບຜູ້ອຳນວຍການຄົນອື່ນ. ຖ້າຜົນຂອງການລົງຄະແນນສຽງດັ່ງກ່າວນັ້ນ ມີຄະ ແນນເທົ່າ ກັນໃຫ້ປະທານລົງ​ຄະ​ແນນ​ສຽງອີກ​ຄັ້ງໜຶ່ງເພື່ອຕັດສິນ.

ຜູ້ອຳນວຍການທີ່ມີຜົນໄດ້ຜົນເສັຍ ຫຼື ມີຜົນປະໂຫຍດກ່ຽວຂ້ອງໂດຍກົງກັບມະຕິທີ່ລົງ ຄະແນນສຽງນັ້ນ ບໍ່ໃຫ້ລົງຄະແນນສຽງ.

ການລົງມະຕິ ສຳລັບການປະຊຸມບໍ່ເປັນທາງການ ໃຫ້ກຳນົດໄວ້ໃນກົດລະບຽບຂອງ ບໍລິສັດ ຈຳກັດ ໂດຍໃຫ້ຈຳແນກລະອຽດວິທີລົງມະຕິເມື່ອນຳໃຊ້ຮູບການສື່ສານໃດໜຶ່ງ.

ກອງ​ປະຊຸມ​ສະພາ​ຜູ້ອຳນວຍການ​ແຕ່​ລະຄັ້ງ ຕ້ອງ​ມີບົດບັນທຶກ​ ຫຼື ບົດ​ລາຍ​ງານກອງ ປະຊຸມ.  ບົດ​ບັນທຶກກອງປະຊຸມຂອງສະພາຜູ້ອຳນວຍການ ຕ້ອງເກັບຮັກສາໄວ້ໃນສຳນັກ​ງານ​ໃຫຍ່ຂອງ ບໍລິສັດຈຳກັດ ຊຶ່ງ​ຜູ້ຖືຮຸ້ນສາມາດເບິ່ງ ຫຼື ກວດສອບໄດ້ ຍົກເວັ້ນແຕ່ເອກະສານ ຫຼື ຂໍ້ມູນທີ່ເປັນຄວາມ ລັບທາງການຄ້າ ຫຼື ເປັນຍຸດທະສາດການແຂ່ງຂັນຂອງບໍລິສັດຈຳກັດ.


ມາດຕາ 135.         ພະນັກງານ ແລະ ກຳມະກອນບໍລິສັດຈຳກັດ

ພະນັກງານຂອງບໍລິສັດຈຳກັດປະກອບ​ດ້ວຍ ຜູ້ຈັດການ, ເລຂານຸການ, ນາຍບັນຊີ ​ແລະ ພະນັກງານ​ທົ່ວ​ໄປ​ອື່ນໆ.

ພະນັກງານຂອງບໍລິສັດຈຳກັດ ແມ່ນຖືກແຕ່ງຕັ້ງ ຫຼື ປົດຕຳແໜ່ງໂດຍສະພາຜູ້ອຳ ນວຍການ ຫຼືຜູ້​ອຳນວຍ​ການ ໃນກໍລະນີທີ່ບໍລິສັດຈຳກັດບໍ່​ມີສະພາຜູ້ອຳນວຍການ. ສຳລັບກຳ ມະກອນຂອງບໍລິສັດຈຳກັດ ແມ່ນຖືກຈ້າງ  ຫຼື ເລີກຈ້າງໂດຍຜູ້ຈັດການ.

ພະນັກງານຂອງບໍລິສັດຈຳກັດໄດ້ຮັບເງິນເດືອນສຳລັບກຳມະກອນຂອງບໍລິສັດຈຳ ກັດ ແມ່ນໄດ້ຮັບເງິນຄ່າຈ້າງເປັນການຕອບແທນ. ອັດຕາເງິນເດືອນຂອງພະນັກງານ ແລະ ຄ່າຈ້າງ ຂອງກຳມະກອນບໍລິສັດຈຳກັດ ແມ່ນຖືກຮັບຮອງໂດຍກອງປະຊຸມຜູ້ຖືຮຸ້ນ.

ພະນັກງານ ແລະ ກຳມະກອນຂອງບໍລິສັດຈຳກັດຕ້ອງປະຕິບັດສິດ ແລະ ໜ້າທີ່ ຂອງ ຕົນຕາມທີ່ໄດ້ມອບໝາຍ.

ການພົວພັນລະຫວ່າງຜູ້ອຳນວຍການກັບພະນັກງານ ແລະ ກຳມະກອນຂອງບໍລິສັດຈຳ ກັດ ແມ່ນໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ.

ການຈ້າງ ຫຼື ການມອບໝາຍວຽກງານ  ຕ້ອງເຮັດເປັນລາຍລັກອັກສອນ ໂດຍໃຫ້ກຳ ນົດລະອຽດກ່ຽວກັບສິດ ແລະ ໜ້າທີ່ ທີ່ມອບໝາຍ ພ້ອມດ້ວຍລາຍເຊັນຂອງຜູ້ມອບໝາຍ.

ໃນກໍລະນີທີ່ບໍລິສັດຈຳກັດໃດໜຶ່ງບໍ່ມີຜູ້ຈັດການ ໃຫ້ຜູ້ອຳນວຍການປະຕິບັດສິດ ແລະ ໜ້າທີ່ຂອງຜູ້ຈັດການແທນ.


ກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດຈຳກັດ


ມາດຕາ 136.         ກອງປະຊຸມຜູ້ຖືຮຸ້ນ

ກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດຈຳກັດ ແມ່ນການຈັດຕັ້ງສູງສຸດຂອງບໍລິສັດຈຳກັດ. ກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດຈຳກັດ ມີສອງປະເພດຄື: ກອງປະຊຸມສາມັນ ແລະ ກອງປະ ຊຸມວິສາມັນ.

ກອງປະຊຸມສາມັນຕ້ອງເປີດຂຶ້ນຢ່າງໜ້ອຍປີລະຄັ້ງ. ໄລຍະເວລາຂອງການເປີດກອງປະ ຊຸມໃຫ້ກຳນົດໄວ້ໃນກົດລະບຽບຂອງບໍລິສັດຈຳກັດ.

ກອງປະຊຸມວິສາມັນເປີດຂຶ້ນເວລາໃດກໍໄດ້ ຖ້າເຫັນວ່າມີຄວາມຈຳເປັນເຊັ່ນ ຕຳແໜ່ງຜູ້ ກວດສອບບັນຊີໃດໜຶ່ງວ່າງລົງ.

ກອງປະຊຸມວິສາມັນສາມາດເປີດຂຶ້ນໄດ້ໃນກໍລະນີ ດັ່ງນີ້:

  1. ມີຜູ້ອຳນວຍການ ເກີນກວ່າເຄິ່ງໜຶ່ງເຫັນດີໃຫ້ເປີດກອງປະຊຸມຜູ້ຖືຮຸ້ນ;
  2. ຜູ້ຖືຮຸ້ນຮ້ອງຟ້ອງຕໍ່ສານ ແລະ ສານສັ່ງໃຫ້ເປີດກອງປະຊຸມ;
  3. ມີການຮ້ອງຂໍຂອງຜູ້ຖືຮຸ້ນ ຊຶ່ງມີຈຳນວນຮຸ້ນຢ່າງໜ້ອຍເທົ່າກັບຊາວສ່ວນຮ້ອຍ ຂອງ ຈຳນວນຮຸ້ນທັງໝົດ ທີ່ຖອກແລ້ວ.

ການຮຽກປະຊຸມຕາມທີ່ໄດ້ກຳນົດໄວ້ໃນຂໍ້ສາມຂອງມາດຕານີ້ ຜູ້ຖືຮຸ້ນທີ່ມີຈຳນວນດັ່ງ ກ່າວຕ້ອງລວມຊື່ກັນ ເຮັດຄຳສະເໜີເຖິງສະພາຜູ້ອຳນວຍການ ຫຼື ຜູ້ອຳນວຍ​ການ ໂດຍບົ່ງ ບອກເນື້ອໃນກ່ຽວກັບຈຸດປະສົງຂອງການຂໍເປີດກອງປະຊຸມ. ພາຍ​ຫຼັງສະພາຜູ້ອຳນວຍການ ຫຼື ຜູ້​ອຳນວຍ​ການໄດ້ຮັບ​ຄຳສະເໜີດັ່ງກ່າວແລ້ວ ກໍຕ້ອງ​ເປີດ​ກອງ​ປະຊຸມ​ວິສາມັນ ພາຍໃນກຳນົດ ສາມສິບວັນ  ນັບແຕ່ວັນໄດ້ຮັບຄຳສະເໜີຂໍໃຫ້ເປີດກອງປະຊຸມ​ເປັນຕົ້ນໄປ.


ມາດຕາ 137.         ການແຈ້ງໃຫ້ຜູ້ຖືຮຸ້ນກ່ອນເປີດກອງປະຊຸມ

ກ່ອນ​ເປີດກອງ​ປະຊຸມ​ສາມັນ ຫຼື ວິສາມັນ ສະພາຜູ້ອຳນວຍການ ຫຼື ຜູ້ອຳນວຍ​ການ ຕ້ອງແຈ້ງໃຫ້ຜູ້ຖືຮຸ້ນທຸກຄົນຊາບ ກ່ຽວກັບວັນ, ກຳນົດເວລາເປີດ, ປິດ ແລະ ສະຖານທີ່ປະຊຸມ ພ້ອມທັງສົ່ງເອກະສານທີ່ຈຳເປັນ ແລະ ກ່ຽວຂ້ອງກັບກອງປະຊຸມ ຢ່າງໜ້ອຍຫ້າວັນລັດຖະ ການ ກ່ອນວັນເປີດກອງປະຊຸມ.

ໃນກໍລະນີທີ່ມີການເລື່ອນກອງປະຊຸມຜູ້ຖືຮຸ້ນ ສະພາຜູ້ອຳນວຍການ ຫຼື ຜູ້ອຳນວຍ​ການ ຕ້ອງດຳເນີນການເຊັ່ນດຽວກັນກັບທີ່ໄດ້ກຳນົດໄວ້ໃນວັກໜຶ່ງ ຂອງມາດຕານີ້.

ການແຈ້ງໃຫ້ຜູ້ຖືຮຸ້ນຊາບ ອາດຈະສົ່ງໃຫ້ໂດຍກົງ ຫຼື ຜ່ານຮູບການສື່ສານ ທີ່ເຫັນວ່າ ເໝາະສົມ.


ມາດຕາ 138.         ອົງປະຊຸມ

ບໍລິສັດຈຳກັດຕ້ອງກຳນົດລະອຽດ ກ່ຽວກັບອົງປະຊຸມຂອງກອງປະຊຸມຜູ້ຖືຮຸ້ນ ແລະ ລະບຽບການດຳເນີນກອງປະຊຸມໄວ້ໃນກົດລະບຽບຂອງບໍລິສັດຈຳກັດ. ໃນກໍລະນີທີ່ບໍ່ໄດ້ກຳ ນົດໄວ້ນັ້ນ ອົງປະຊຸມຕ້ອງມີຜູ້ຖືຮຸ້ນເຂົ້າຮ່ວມຢ່າງໜ້ອຍສອງຄົນ ແລະ ຕ້ອງມີຈຳນວນຮຸ້ນ ເກີນເຄິ່ງໜຶ່ງຂອງຈຳນວນຮຸ້ນທີ່ຖອກແລ້ວທັງໝົດ.

ໃນກົດລະບຽບຂອງບໍລິສັດຈຳກັດ ສາມາດກຳນົດອົງປະຊຸມໄວ້ຢ່າງອື່ນກໍໄດ້ ແຕ່ບໍ່ໃຫ້ ຕ່ຳກວ່າຈຳນວນທີ່ໄດ້ກຳນົດໄວ້ໃນວັກໜຶ່ງຂອງມາດຕາ​ນີ້.

ຮຸ້ນທີ່ເປັນໂມຄະຈາກການໂອນ ບໍ່ໃຫ້ນັບເປັນອົງປະຊຸມຂອງກອງປະຊຸມຜູ້ຖືຮຸ້ນ ເຖິງ ວ່າຜູ້ຖືຮຸ້ນນັ້ນຈະເຂົ້າຮ່ວມປະຊຸມກໍຕາມ.


ມາດຕາ 139.         ວາລະກອງປະຊຸມ

ປະທານກອງປະຊຸມຕ້ອງຈັດ ແລະ ຮັກສາລຳດັບຂອງວາລະກອງປະຊຸມທີ່ໄດ້ຕົກລົງ ກັນ. ການປ່ຽນລຳດັບຂອງວາລະກອງປະຊຸມ ຈະປະຕິບັດໄດ້ກໍຕໍ່ເມື່ອມີສຽງເກີນກວ່າເຄິ່ງໜຶ່ງ ຂອງຈຳນວນຜູ້ຖືຮຸ້ນທີ່ມາຮ່ວມປະຊຸມ.

ກອງ​ປະຊຸມຜູ້​ຖື​ຮຸ້ນ  ສາມາດເພີ້ມວາລະກອງປະຊຸມໄດ້  ແຕ່ຕ້ອງມີຜູ້ຖືຮຸ້ນທີ່ມີຈຳ ນວນຮຸ້ນເກີນກວ່າໜຶ່ງສ່ວນສາມຂອງຈຳນວນຮຸ້ນທີ່ໄດ້ຊຳລະ​ແລ້ວ ເປັນຜູ້ສະເໜີ.

ເມື່ອມີກໍລະນີທີ່ຕ້ອງໃຊ້ເວລາຫຼາຍໃນການພິຈາລະນາ ກອງປະຊຸມອາດຈະຕົກລົງ ເລື່ອນບັນຫາດັ່ງກ່າວໄປພິຈາລະນາກັນໃນວັນເວລາອື່ນກໍໄດ້ ໂດຍບໍ່ຈຳເປັນຕ້ອງຮຽກປະຊຸມ ກັນໃໝ່ຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນມາດຕາ 137 ຂອງກົດໝາຍສະບັບນີ້.


ມາດຕາ 140.         ສະຖານທີ່ ແລະ ລະບຽບການປະຊຸມ

ກອງປະຊຸມຜູ້ຖືຮຸ້ນ ຕ້ອງເປີດຢູ່ສຳນັກງານໃຫຍ່ຂອງບໍລິສັດຈຳກັດ ເວັ້ນເສັຍແຕ່ໃນກໍ ລະນີທີ່ມີຄວາມຈຳເປັນ ຫຼື ໄດ້ຕົກລົງກັນໄວ້ຢ່າງອື່ນ.

ພາຍຫຼັງສອງຊົ່ວໂມງ ນັບແຕ່ເວລານັດປະຊຸມເປັນຕົ້ນໄປ ຖ້າອົງປະຊຸມຍັງບໍ່ທັນຄົບ ຖ້ວນ ປະທານກອງ​ປະຊຸມມີສິດສັ່ງໂຈະກອງປະຊຸມໄດ້.

ການນັດເປີດກອງປະຊຸມໃໝ່ ໃຫ້ປະຕິບັດສຳເລັດພາຍໃນສິບຫ້າວັນລັດຖະການ ນັບ ແຕ່ວັນໂຈະກອງປະຊຸມ ແລະ ໃຫ້ດຳເນີນກອງປະຊຸມໄດ້ ໂດຍບໍ່ຈຳເປັນຕ້ອງຄົບອົງປະຊຸມ.


ມາດຕາ 141.         ການຈຳກັດສິດໃນການລົງຄະແນນສຽງ

ຜູ້ຖືຮຸ້ນໃດໜຶ່ງ ອາດຈະຖືກຈຳກັດສິດໃນການລົງຄະແນນສຽງໃນກໍລະນີ ດັ່ງນີ້:

  1. ຕາມທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງບໍລິສັດຈຳກັດ;
  2. ຜູ້ຖືືຮຸ້ນຍັງຄ້າງຊຳລະຮຸ້ນ  ເວັ້ນເສັຍແຕ່ໄດ້ຕົກລົງກັນໄວ້ຢ່າງອື່ນ;
  3. ເປັນຜູ້ຖືຮຸ້ນບໍ່ບົ່ງຊື່  ເວັ້ນເສັຍແຕ່ກ່ອນເປີດກອງປະຊຸມ  ຜູ້ກ່ຽວໄດ້ນຳໃບຮຸ້ນດັ່ງ ກ່າວ ມາສະແດງຕໍ່ປະທານກອງ​ປະຊຸມ ຫຼື ຜູ້​ອຳນວຍ​ການ​ໄວ້ແລ້ວ;
  4. ເປັນຜູ້ຖືຮຸ້ນທີ່ມີສ່ວນໄດ້ສ່ວນເສັຍ ຫຼື ມີຜົນປະໂຫຍດໂດຍກົງກັບບັນຫາທີ່ລົງຄະ ແນນສຽງຮັບຮອງ.

ການກຳນົດຜູ້ຖືຮຸ້ນຕາມຂໍ້ສີ່ຂອງມາດຕານີ້ ແມ່ນໃຫ້ກອງປະຊຸມຜູ້ຖືຮຸ້ນຕົກລົງກັນເອງ.


ມາດຕາ 142.  ການມອບໝາຍໃຫ້ຜູ້ຕາງໜ້າເຂົ້າຮ່ວມປະຊຸມແທນ

ຜູ້ຖືຮຸ້ນອາດຈະມອບໝາຍໃຫ້ຜູ້ຕາງໜ້າໃດໜຶ່ງ ​ເຂົ້າຮ່ວມປະຊຸມແທນກໍໄດ້ ແຕ່ການ ມອບໝາຍຕ້ອງເຮັດເປັນລາຍລັກອັກສອນ ແລະ ມອບໃຫ້ສະພາຜູ້ອຳນວຍການ ຫຼື ຜູ້ອຳນວຍ ການ ກ່ອນເປີດກອງປະຊຸມໂດຍມີເນື້ອໃນສຳຄັນດັ່ງນີ້:

  1. ຊື່ຜູ້ຕາງໜ້າ ແລະ ຊື່ຜູ້ຖືຮຸ້ນທີ່ມອບ;
  2. ຈຳນວນຮຸ້ນຂອງຜູ້ຖືຮຸ້ນທີ່ມອບ;
  3. ຊື່, ເວລາ, ສະຖານທີ່ຂອງກອງປະຊຸມ ແລະ ຂອບເຂດຂອງການມອບໝາຍ. ໃນກໍ ລະນີທີ່ຕ້ອງການໃຫ້ລົງຄະແນນສຽງແທນ ກໍຕ້ອງບົ່ງກ່ຽວກັບເລື່ອງນີ້ໄວ້ ດ້ວຍ.

ຜູ້ຕາງໜ້າມີຄະແນນສຽງເທົ່າກັບສຽງຂອງຜູ້ມອບໝາຍ ເວັ້ນເສັຍແຕ່ໄດ້ກຳນົດຢ່າງ ອື່ນໄວ້ ໃນໃບມອບສັນທະ.


ມາດຕາ 143.         ມະຕິຂອງກອງປະຊຸມຜູ້ຖືຮຸ້ນ

ມະຕິຂອງກອງປະຊຸມຜູ້ຖືຮຸ້ນມີ ສອງລັກສະນະຄື: ການລົງມະຕິທົ່ວໄປ ແລະ ການ ລົງມະຕິສະເພາະ.

ການລົງມະຕິທົ່ວໄປ ຈະມີຄຸນຄ່າໃຊ້ໄດ້້ກໍຕໍ່ເມື່ອມີຄະແນນສຽງຫຼາຍກວ່າເຄິ່ງໜຶ່ງ ຂອງ ຈຳນວນສຽງທີ່ເຂົ້າຮ່ວມກອງປະຊຸມໂດຍໃຫ້ນັບຄະແນນໜຶ່ງຮຸ້ນເທົ່າກັບໜຶ່ງສຽງ.


ມາດຕາ  144.  ມະຕິສະເພາະຂອງກອງປະຊຸມຜູ້ຖືຮຸ້ນ

ການນັດປະຊຸມເພື່ອລົງມະຕິສະເພາະ ຕ້ອງແຈ້ງໃຫ້ຜູ້ຖືຮຸ້ນຊາບ ຕາມທີ່ກຳນົດໄວ້ໃນ ມາດຕາ 137 ຂອງກົດໝາຍສະບັບນີ້  ແລະ ໃຫ້ກຳນົດບັນຫາທີ່ກອງປະຊຸມຈະລົງມະ ຕິພ້ອມ.

ກອງປະຊຸມຜູ້ຖືຮຸ້ນເພື່ອລົງມະຕິສະເພາະ ອາດຈະເປີດຂຶ້ນໜຶ່ງຄັ້ງ ຫຼື ຫຼາຍກວ່ານັ້ນກໍ ໄດ້. ມະຕິສະເພາະຈະມີຄຸນຄ່າໃຊ້ໄດ້ກໍຕໍ່ເມື່ອມີສຽງຂອງຜູ້ຖືຮຸ້ນ ຫຼື ຜູ້ຕາງໜ້າຜູ້ຖືຮຸ້ນຢ່າງໜ້ອຍສອງສ່ວນສາມຂອງຜູ້ເຂົ້າຮ່ວມປະຊຸມ ແລະ ມີຢ່າງໜ້ອຍແປດສິບສ່ວນຮ້ອຍຂອງຈຳ ນວນຮຸ້ນທີ່ຖອກ ແລ້ວທັງໝົດ.

ບັນຫາທີ່ຕ້ອງລົງມະຕິສະເພາະ ມີດັ່ງນີ້:

  1. ການລົງຄະແນນສຽງໃນບັນຫາ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້;
  2. ການປ່ຽນແປງກົດລະບຽບ ຫຼື ສັນຍາສ້າງຕັ້ງບໍລິສັດຈຳກັດ;
  3. ການເພີ້ມທຶນ ຫຼື ການຫຼຸດທຶນ;
  4. ການຄວບ ຫຼື ການຍຸບເລີກບໍລິສັດຈຳກັດ;
  5. ການຂາຍ ຫຼື ໂອນກິດຈະການທັງໝົດ ຫຼື ບາງສ່ວນທີ່ມີຄວາມສຳຄັນຂອງບໍລິສັດ ຈຳກັດໃຫ້ບຸກຄົນອື່ນ;
  6. ການຊື້ ຫຼື ຮັບໂອນກິດຈະການຂອງວິສາຫະກິດອື່ນ;
  7. ການຮັກສາຖານະເປັນບໍລິສັດຈຳກັດເມື່ອມີຈຳນວນຜູ້ຖືຮຸ້ນເກີນ ສາມສິບຄົນ.

ພາຍຫຼັງທີ່ໄດ້ລົງມະຕິຮັບຮອງເອົາແລ້ວ ໃຫ້ນຳມະຕິດັ່ງກ່າວໄປຂຶ້ນທະບຽນນຳເຈົ້າ ໜ້າທີ່ທະບຽນວິສາຫະກິດທີ່ກ່ຽວຂ້ອງ ພາຍໃນກຳນົດສິບວັນລັດຖະການ ນັບແຕ່ວັນລົງມະຕິ ເປັນຕົ້ນໄປ.


ມາດຕາ 145.         ວິທີລົງມະຕິ

ການລົງມະຕິທົ່ວໄປ ຫຼື ມະຕິສະເພາະຂອງກອງປະຊຸມຜູ້ຖືຮຸ້ນ ອາດຈະດຳເນີນດ້ວຍ ຮູບການລົງຄະແນນສຽງແບບປິດລັບ ຫຼື ແບບເປີດເຜີຍກໍໄດ້ ດ້ວຍການຕົກລົງເຫັນດີຂອງ ກອງປະຊຸມໃນແຕ່ລະຄັ້ງ.


ມາດຕາ 146.         ການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ຖືຮຸ້ນສຽງສ່ວນໜ້ອຍ

ມະຕິກອງປະຊຸມຜູ້ຖືຮຸ້ນມີຄຸນຄ່າໃຊ້ໄດ້ ເມື່ອມີຄະແນນສຽງຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 143 ແລະ ມາດຕາ 144 ຂອງກົດໝາຍສະບັບນີ້ ແຕ່ພາຍຫຼັງມາຜົນຂອງການລົງ ມະຕິດັ່ງກ່າວ ໄດ້ສ້າງຄວາມເສັຍຫາຍຢ່າງຫຼວງຫຼາຍໃຫ້ແກ່ບໍລິສັດຈຳກັດ ບໍລິສັດຈຳກັດຕ້ອງ ຈ່າຍເງິນທົດແທນຄືນໃຫ້ແກ່ຜູ້ຖືຮຸ້ນ ທີ່ໄດ້ຄັດຄ້ານມະຕິກອງປະຊຸມດັ່ງກ່າວຕາມທີ່ໄດ້ຕົກລົງ ກັນ.


ມາດຕາ 147.        ການລົບລ້າງມະຕິກອງປະຊຸມຜູ້ຖືຮຸ້ນ

ມະຕິກອງປະຊຸມຜູ້ຖືຮຸ້ນຈະຖືກລົບລ້າງໄດ້ ດ້ວຍຄຳຕັດສິນຂອງສານເທົ່ານັ້ນ. ສານຈະ ຕັດສິນລົບລ້າງມະຕິກອງປະຊຸມຜູ້ຖືຮຸ້ນໄດ້ໃນກໍລະນີດັ່ງນີ້:

  1. ມີການລະເມີດກົດລະບຽບ ຫຼື ສັນຍາສ້າງຕັ້ງບໍລິສັດຈຳກັດ;
  2. ມີການລະເມີດລະບຽບການກ່ຽວກັບການລົງມະຕິ;
  3. ມີການລະເມີດລະບຽບການແຈ້ງເປີດປະຊຸມ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 137 ຂອງກົດໝາຍສະບັບນີ້.


ມາດຕາ 148.        ຜູ້ມີສິດຂໍລົບລ້າງມະຕິກອງປະຊຸມຜູ້ຖືຮຸ້ນ

ຜູ້ທີ່ມີສິດຮ້ອງຂໍຕໍ່ສານ ເພື່ອພິຈາລະນາລົບລ້າງມະຕິຂອງກອງປະຊຸມຜູ້ຖືຮຸ້ນໄດ້ ປະ ກອບດ້ວຍຜູ້ຖືຮຸ້ນ ແລະ ຜູ້ອຳນວຍການ.

ໃນກໍລະນີທີ່ຜູ້ຖຮຸ້ນໃດໜຶ່ງເສັຍຊີວິດ ຫຼື ຂາດຄວາມສາມາດທາງດ້ານການປະພຶດ ຜູ້ມີ ສິດສືບທອດ ຫຼື ຜູ້ປົກຄອງຂອງຜູ້ກ່ຽວ ກໍມີສິດຮ້ອງຂໍໃຫ້ສານລົບລ້າງມະຕິກອງປະຊຸມຜູ້ຖືຮຸ້ນ ໄດ້້ເຊັ່ນດຽວກັນ.

ການຮ້ອງຂໍລົບລ້າງມະຕິຂອງກອງປະຊຸມຜູ້ຖືຮຸ້ນ ຕ້ອງປະຕິບັດພາຍໃນກຳນົດເວລາ  ຫົກ ສິບວັນ ນັບແຕ່ວັນທີ່ກອງປະຊຸມຜູ້ຖືຮຸ້ນໄດ້ມີມະຕິເປັນຕົ້ນໄປ.


ມາດຕາ 149.         ສິດ ແລະ ໜ້າທີ່ຂອງກອງປະຊຸມສາມັນ

ສິດ ແລະ ໜ້າທີ່ຕົ້ນຕໍຂອງກອງປະຊຸມສາມັນຜູ້ຖືຮຸ້ນມີດັ່ງນີ້:

  1. ຮັບຮອງກົດລະບຽບ ແລະ ສັນຍາສ້າງຕັ້ງບໍລິສັດຈຳກັດ;
  2. ເລືອກຕັ້ງຜູ້ອຳນວຍການ ຫຼື ສະພາຜູ້ອຳນວຍການ;
  3. ເລືອກຕັ້ງຜູ້ກວດສອບບັນຊີ;
  4. ຕົກລົງເບັ້ຍປະຈຳປີ, ເບັ້ຍປະຊຸມ ຫຼື ເງິນເດືອນຂອງຜູ້ອຳນວຍການ;
  5. ຕົກລົງເງິນເດືອນຂອງພະນັກງານ, ຄ່າຈ້າງຂອງຜູ້ກວດສອບບັນຊີ ແລະ ກຳມະ ກອນ ອື່ນໆຂອງບໍລິສັດ, ສຳລັບຜູ້ກວດສອບບັນຊີ ທີ່ໄດ້ຮັບການແຕ່ງຕັ້ງຈາກ ສານ ຕາມວັກສາມມາດຕາ 155 ຂອງກົດໝາຍສະບັບນີ້ແມ່ນສານເປັນຜູ້ກຳນົດ ຄ່າຈ້າງໃຫ້ຜູ້ກ່ຽວ;
  6. ຮັບຮອງເອົາບົດສະຫຼຸບລາຍງານກ່ຽວກັບການດຳເນີນທຸລະກິດ, ບັນຊີລາຍຮັບບັນຊີລາຍຈ່າຍ ແລະ ແຜນການດຳເນີນທຸລະກິດຂອງບໍລິສັດຈຳກັດ;
  7. ຮັບຮອງເອົາວິທີການແບ່ງປັນເງິນປັນຜົນ;
  8. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ທີ່ເຫັນວ່າມີຄວາມຈຳເປັນ.

ກອງປະຊຸມວິສາມັນປະຕິບັດສິດ ແລະ ໜ້າທີ່ໃນກໍລະນີທີ່ຈຳເປັນ ຊຶ່ງເກີດຂຶ້ນໃນລະ ຫວ່າງສອງກອງປະຊຸມສາມັນ.


ການເງິນຂອງບໍລິສັດຈຳກັດ


ມາດຕາ 150.        ການແບ່ງເງິນປັນຜົນ

ການແບ່ງເງິນປັນຜົນ ແມ່ນໃຫ້ແບ່ງເປັນສ່ວນຮ້ອຍໃນອັດຕາເທົ່າກັນຕໍ່ຮຸ້ນໜຶ່ງໆ ທີ່ໄດ້ ຖອກແລ້ວ ເວັ້ນເສັຍແຕ່ໄດ້ຕົກລົງກັນຢ່າງອື່ນ. ການແບ່ງເງິນປັນຜົນຕ້ອງໄດ້ຮັບຄວາມເຫັນດີ ຈາກກອງປະຊຸມຜູ້ຖືຮຸ້ນກ່ອນ.

ຫ້າມບໍ່ໃຫ້ບໍລິສັດຈຳກັດຈ່າຍເງິນປັນຜົນ ເມື່ອບໍລິສັດຍັງມີເງິນຂາດທຶນຢ່າງຕໍ່ເນື່ອງໃນ ຊຸມປີຜ່ານມາ.

ໃນກໍລະນີທີ່ມີການລະເມີດວັກສອງ ຂອງມາດຕານີ້   ຊຶ່ງເປັນຜົນໃຫ້ເຈົ້າໜີ້ຂອງບໍລິ ສັດ ໄດ້ຮັບຄວາມອັບປະໂຫຍດນັ້ນ  ເຈົ້າໜີ້ສາມາດຮ້ອງຟ້ອງໃຫ້ຜູ້ຖືຮຸ້ນສົ່ງເງິນປັນຜົນທີ່ໄດ້ ແບ່ງກັນແລ້ວຄືນກໍໄດ້ ແຕ່ຕ້ອງດຳເນີນການຮ້ອງຟ້ອງພາຍໃນກຳນົດໜຶ່ງປີ ນັບແຕ່ວັນທີ່ໄດ້ ແບ່ງເງິນປັນຜົນດັ່ງກ່າວ.


ມາດຕາ 151.         ຄັງສຳຮອງ

ຄັງສຳຮອງມີ ສອງ ປະເພດຄື: ຄັງສຳຮອງຕາມລະບຽບການ ແລະ ຄັງສຳຮອງອື່ນ.

ຄັງສຳຮອງຕາມລະບຽບການ ແມ່ນຄັງຮັບປະກັນຄວາມສ່ຽງ ຊຶ່ງບໍລິສັດຈຳກັດຕ້ອງຫັກ ສິບສ່ວນຮ້ອຍຂອງກຳໄລສຸດທິ ພາຍຫຼັງທີ່ໄດ້ຫັກເງິນຂາດທຶນເພື່ອສ້າງເປັນຄັງສຳຮອງໄວ້ໃນ ແຕ່ລະປີ. ເມື່ອຄັງສຳຮອງນີ້ມີເງິນສະສົມໄດ້ເຄິ່ງໜຶ່ງຂອງທຶນຈົດທະບຽນຂອງບໍລິສັດຈຳກັດ ແລ້ວ ບໍລິສັດຈຳກັດສາມາດໂຈະການຫັກເງິນເຂົ້າຄັງສຳຮອງດັ່ງກ່າວ ເວັ້ນເສັຍແຕ່ກົດລະບຽບ ຂອງບໍລິສັດຈຳກັດໄດ້ກຳນົດໄວ້ຢ່າງອື່ນ.

ສຳລັບຄັງສຳຮອງອື່ນນັ້ນ  ອາດຈະສ້າງກໍໄດ້ ຕາມການຕົກລົງຂອງກອງປະຊຸມຜູ້ຖື ຮຸ້ນ.


ມາດຕາ 152.        ການນຳໃຊ້ຄັງສຳຮອງ

ຄັງສຳຮອງຕາມລະບຽບການຂອງບໍລິສັດຈຳກັດ  ຕ້ອງນຳໃຊ້ສະເພາະແຕ່ການຈ່າຍ ຖົມຂຸມຂາດທຶນຂອງບໍລິສັດຈຳກັດເທົ່ານັ້ນ ເວັ້ນເສັຍແຕ່ກົດໝາຍໄດ້ກຳນົດໄວ້ຢ່າງອື່ນ. ຄັງສຳ ຮອງ ອື່ນຂອງບໍລິສັດຈຳກັດ ຈະນຳໃຊ້ເຂົ້າໃນການຖົມຂຸມຂາດທຶນໄດ້ກໍຕໍ່ເມື່ອໄດ້ຮັບການເຫັນ ດີຈາກກອງປະຊຸມຜູ້ຖືຮຸ້ນເທົ່ານັ້ນ.


ການກວດສອບບັນຊີຂອງບໍລິສັດຈຳກັດ


ມາດຕາ 153.         ການກວດສອບບັນຊີ

ການກວດສອບບັນຊີ ແມ່ນການກວດສອບຄວາມຖືກຕ້ອງຂອງຂໍ້ມູນ ແລະ ວິທີຈົດ ກ່າຍຕາມລະບົບບັນຊີ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການບັນຊີວິສາຫະກິດ

ການກວດສອບບັນຊີຂອງຜູ້ຖືຮຸ້ນ ປະຕິບັດໂດຍຜ່ານຜູ້ກວດສອບບັນຊີທີ່ຕົນເປັນຜູ້  ເລືອກຕັ້ງເອົາໃນກອງປະຊຸມຜູ້ຖືຮຸ້ນ.

ບໍລິສັດຈຳກັດ ອາດຈະຈ້າງຜູ້ກວດສອບບັນຊີ ນັບແຕ່ວັນສ້າງຕັ້ງບໍລິສັດຈຳກັດ ຫຼື ອາດຈະຈ້າງຜູ້ກວດສອບບັນຊີເປັນປະຈຳ ຫຼື ຈ້າງມາເຮັດໜ້າທີ່ກວດສອບບັນຊີເປັນໄລຍະ ໂດຍຂຶ້ນກັບການຕົກລົງຂອງກອງປະຊຸມຜູ້ຖືຮຸ້ນ  ເວັ້ນເສັຍແຕ່ບໍລິສັດຈຳກັດທີ່ມີຊັບສິນຫຼາຍ ກວ່າ ຫ້າສິບຕື້ກີບ.


ມາດຕາ 154.        ເງື່ອນໄຂຂອງຜູ້ກວດສອບບັນຊີ

ຜູ້ກວດສອບບັນຊີ ຕ້ອງມີເງື່ອນໄຂດັ່ງນີ້:

  1. ຜູ້ທີ່ບໍ່ແມ່ນຜູ້ອຳນວຍການ, ພະນັກງານ ຫຼື ກຳມະກອນຂອງບໍລິສັດຈຳກັດ;
  2. ຜູ້ທີ່ບໍ່ມີສ່ວນໄດ້ສ່ວນເສັຍ ຫຼືບໍ່ມີຜົນປະໂຫຍດໂດຍກົງກັບບໍລິສັດຈຳກັດຜູ້ຖືຮຸ້ນ ບໍ່ຖືວ່າເປັນບຸກຄົນດັ່ງກ່າວ.

ຜູ້ກວດສອບບັນຊີ ອາດຈະເປັນຜູ້ຖືຮຸ້ນ ຫຼືບຸກຄົນພາຍນອກກໍໄດ້.


ມາດຕາ 155.         ການເລືອກຕັ້ງ ຫຼື ປົດຕຳແໜ່ງ ຜູ້ກວດສອບບັນຊີ

ຜູ້ກວດສອບບັນຊີ ຖືກເລືອກຕັ້ງ ຫຼືປົດຕຳແໜ່ງ ໂດຍກອງປະຊຸມຜູ້ຖືຮຸ້ນ.

ໃນກໍລະນີທີ່ຕຳແໜ່ງຜູ້ກວດສອບບັນຊີວ່າງລົງ ບໍ່ວ່າດ້ວຍສາເຫດໃດກໍຕາມ ສະພາຜູ້ ອຳນວຍການ ຫຼືຜູ້ອຳນວຍການ  ຕ້ອງຮຽກປະຊຸມວິສາມັນ ເພື່ອເລືອກຕັ້ງຜູ້ກວດສອບບັນຊີ ໃໝ່ ແທນໃຫ້ຄົບຖ້ວນຕາມຈຳນວນເດີມ.

ໃນກໍລະນີທີ່ມີການລະເມີດຕາມທີ່ໄດ້ກຳນົດໄວ້ໃນວັກສອງຂອງມາດຕານີ້ ຜູ້ຖືຮຸ້ນແຕ່ ສາມຄົນຂຶ້ນໄປມີສິດລວມຊື່ກັນ ເພື່ອຮ້ອງຂໍໃຫ້ສານແຕ່ງຕັ້ງຜູ້ກວດສອບບັນຊີແທນກໍໄດ້.


ມາດຕາ 156.        ສິດ ແລະ ໜ້າທີ່ຂອງຜູ້ກວດສອບບັນຊີ

ສິດ ແລະ ໜ້າທີ່ຂອງຜູ້ກວດສອບບັນຊີມີດັ່ງນີ້:

  1. ໄດ້ຮັບເງິນຄ່າຈ້າງ;
  2. ກວດສອບບັນຊີຂອງບໍລິສັດຈຳກັດໄດ້ທຸກເວລາທີ່ເຫັນວ່າມີຄວາມຈຳເປັນ;
  3. ຊັກຖາມຜູ້ອຳນວຍການ, ພະນັກງານ  ຫຼື  ກຳມະກອນ ຂອງບໍລິສັດຈຳກັດທຸກ ເລື່ອງ ທີ່ກ່ຽວຂ້ອງກັບປະເດັນການກວດສອບທາງບັນຊີຂອງຕົນ;
  4. ເຮັດບົດລາຍງານບັນຊີ ລາຍຮັບ, ບັນຊີລາຍຈ່າຍ ແລະ ໃບສະຫຼຸບຊັບສົມບັດ ຂອງບໍລິສັດຈຳກັດ ສົ່ງໃຫ້ກອງປະຊຸມຜູ້ຖືຮຸ້ນ ພ້ອມທັງລາຍງານ ແລະ ຢືນຢັນ ຄວາມຖືກຕ້ອງ  ຫຼື ຄວາມຜິດພາດກ່ຽວກັບລະບົບ ແລະ ຕົວເລກບັນຊີຂອງບໍລິ ສັດຈຳກັດ.


ມາດຕາ 157.         ບົດລາຍງານການດຳເນີນທຸລະກິດປະຈຳປີ

ບົດລາຍງານການດຳເນີນທຸລະກິດປະຈຳປີຂອງບໍລິສັດຈຳກັດ ປະກອບດ້ວຍເນື້ອໃນ ຕົ້ນຕໍ ດັ່ງນີ້:

  1. ທຶນທັງໝົດ, ທຶນຈົດທະບຽນ ແລະ ຈຳນວນຮຸ້ນທີ່ຈຳໜ່າຍແລ້ວ ແຕ່ຍັງບໍ່ທັນໄດ້ ຊຳລະ;
  2. ປະເພດຮຸ້ນ ແລະ ຈຳນວນຮຸ້ນທີ່ຈຳໜ່າຍ ແລະ ໄດ້ຊຳລະແລ້ວ;
  3. ຊື່, ສະຖານທີ່ຕັ້ງ ແລະ ປະເພດທຸລະກິດຂອງບໍລິສັດອື່ນ ຫຼື ບໍລິສັດໃນກຸ່ມທີ່ບໍລິ ສັດຈຳກັດຖືຮຸ້ນຢູ່, ປະເພດຮຸ້ນ ແລະ ຈຳນວນຮຸ້ນ;
  4. ຂໍ້ມູນຕາມທີ່ໄດ້ກຳນົດໄວ້ໃນຂໍ້ ເກົ້າ ມາດຕາ124 ຂອງກົດໝາຍສະບັບນີ້;
  5. ຜົນຕອບແທນຕ່າງໆ ທີ່ຜູ້ອຳນວຍການແຕ່ລະຄົນໄດ້ຮັບຈາກບໍລິສັດຈຳກັດ ເປັນ ຈຳນວນ ຫຼືມູນຄ່າ;
  6. ບັນຫາອື່ນໆ ທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງບໍລິສັດຈຳກັດ.


ມາດຕາ 158.         ສິດໃນການກວດສອບສຳເນົາເອກະສານຂອງຜູ້ຖືຮຸ້ນ

ຜູ້ຖືຮຸ້ນມີສິດກວດສອບ ຫຼື ອັດສຳເນົາເອກະສານ ກ່ຽວກັບທະບຽນວິສາຫະກິດຂອງບໍ ລິສັດຈຳກັດໄດ້ທຸກເວລາໃນໂມງລັດຖະການ ເວັ້ນເສັຍແຕ່ເອກະສານກ່ຽວກັບຄວາມລັບທາງ ການຄ້າ ແລະ ຍຸດທະສາດການແຂ່ງຂັນ.

ຄ່າອັດສຳເນົາໃຫ້ເກັບຕາມລາຄາຕົ້ນທຶນ ທີ່ໄດ້ໃຊ້ຈ່າຍໃນການອັດສຳເນົາເທົ່ານັ້ນ.

ຜູ້ຖືຮຸ້ນມີສິດຮຽກຮ້ອງໃຫ້ຜູ້ອຳນວຍການຂອງບໍລິສັດຈຳກັດ ເຊັນຮັບຮອງຄວາມຖືກຕ້ອງ ຂອງສຳເນົາເອກະສານ ທີ່ບໍລິສັດຈຳກັດອັດສຳເນົາໃຫ້.


. ການຄວບ ແລະ ການຍຸບເລີກບໍລິສັດຈຳກັດ


ມາດຕາ 159.         ການຄວບບໍລິສັດຈຳກັດ

ບໍລິສັດຈຳກັດ ສາມາດຄວບກັບບໍລິສັດອື່ນໄດ້ ເພື່ອກາຍເປັນບໍລິສັດເດີມໃດໜຶ່ງ ຫຼື ກາຍເປັນບໍລິສັດໃໝ່.

ບໍລິສັດຈຳກັດຈະຄວບກັນໄດ້ ກໍຕໍ່ເມື່ອ:            

  1. ໄດ້ຮັບມະຕິສະເພາະ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 144 ຂອງກົດໝາຍສະບັບ ນີ້;
  2. ໄດ້ແຈ້ງກ່ຽວກັບການຄວບ ລົງທາງ​ສື່ມວນຊົນໃດໜຶ່ງຢ່າງໜ້ອຍສາມຄັ້ງ ພາຍໃນກຳນົດ ເວລາສິບວັນລັດຖະການ ນັບແຕ່ວັນມີມະຕິເປັນຕົ້ນໄປ ແລະ ແຈ້ງໃຫ້ ເຈົ້າໜີ້ຂອງຕົນຊາບ ເພື່ອສະແດງຄຳຄັດຄ້ານພາຍໃນກຳນົດເວລາຫົກສິບວັນ ນັບແຕ່ວັນທີ່ເຈົ້າໜີ້ໄດ້ຮັບຄຳແຈ້ງ ເພື່ອຄັດຄ້ານເປັນຕົ້ນໄປ. ເຈົ້າໜີ້ທີ່ບໍ່ຕອບ ພາຍໃນກຳນົດເວລາດັ່ງກ່າວຖືວ່າບໍ່ໄດ້ຄັດຄ້ານ;
  3. ໄດ້ຂຶ້ນທະບຽນວິສາຫະກິດໃໝ່.

ການຄັດຄ້ານການຄວບ ແລະ ຜົນຂອງການຄວບຂອງບໍລິສັດຈຳກັດ ແມ່ນໃຫ້ປະຕິ ບັດເຊັ່ນ ດຽວກັນກັບທີ່ໄດ້ກຳນົດໄວ້ໃນມາດຕາ 52  ຂອງກົດໝາຍສະບັບນີ້.


ມາດຕາ 160.         ສາເຫດຂອງການຍຸບເລີກ

ບໍລິສັດຈຳກັດອາດຈະຖືກຍຸບເລີກ ດ້ວຍສາເຫດສອງປະການຄື: ການຍຸບເລີກໂດຍສາ ເຫດທາງກົດໝາຍ ແລະ ການຍຸບເລີກຕາມຄຳຕັດສິນຂອງສານ.

ບໍລິສັດຈຳກັດທີ່ຈະຍຸບເລີກ ຕ້ອງແຈ້ງການຍຸບເລີກຊົ່ວຄາວຂອງຕົນ ຕາມທີ່ໄດ້ກຳນົດ ໄວ້ໃນວັກສອງ ມາດຕາ 53 ຂອງກົດໝາຍສະບັບນີ້.


ມາດຕາ 161.        ການຍຸບເລີກໂດຍສາເຫດທາງກົດໝາຍ

ບໍລິສັດຈຳກັດ ອາດຈະຖືກຍຸບເລີກໂດຍສາເຫດທາງກົດໝາຍໃດໜຶ່ງ ດັ່ງນີ້:

  1. ຍຸບເລີກຕາມທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງບໍລິສັດຈຳກັດ;
  2. ກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດຈຳກັດ ມີມະຕິໃຫ້ຍຸບເລີກຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 144 ຂອງກົດໝາຍສະບັບນີ້;
  3. ຖືກລົ້ມລະລາຍ;
  4. ຍຸບເລີກຕາມກໍລະນີທີ່ໄດ້ກຳນົດໄວ້ໃນ  ໝວດທີ 2 ແລະ ໝວດທີ 3 ພາກທີ II ຂອງ ກົດໝາຍສະບັບນີ້.


ມາດຕາ 162.         ການຍຸບເລີກຕາມຄຳຕັດສິນຂອງສານ

ຜູ້ອຳນວຍການ ຫຼື ຜູ້ຖືຮຸ້ນໃດໜຶ່ງ ມີສິດຮ້ອງຟ້ອງຕໍ່ສານ ເພື່ອພິຈາລະນາໃຫ້ບໍລິສັດ ຈຳກັດຍຸບເລີກດ້ວຍສາເຫດໃດໜຶ່ງດັ່ງນີ້:

  1. ມີການລະເມີດຂໍ້ກຳນົດ ຫຼື ຂັ້ນຕອນຂອງການສ້າງຕັ້ງ ຕາມທີ່ໄດ້ກຳນົດໄວ້ໃນກົດ ໝາຍສະບັບນີ້;
  2. ລະເມີດສັນຍາສ້າງຕັ້ງ ຫຼື ກົດລະບຽບຂອງບໍລິສັດຈຳກັດ;
  3. ບໍລິສັດຈຳກັດເຄື່ອນໄຫວທຸລະກິດຫຼຸບທຶນຢ່າງຕໍ່ເນື່ອງ ແລະ ບໍ່ສາມາດແກ້ໄຂໄດ້;
  4. ມີເຫດສຸດວິໄສທີ່ເຮັດໃຫ້ບໍລິສັດຈຳກັດ ບໍ່ສາມາດດຳເນີນທຸລະກິດຂອງຕົນຕໍ່ໄປໄດ້;
  5. ຍັງເຫຼືອຜູ້ຖືຮຸ້ນແຕ່ຜູ້ດຽວ ຫຼື ມີຈຳນວນຜູ້ຖືຮຸ້ນຫຼາຍກວ່າສາມສິບຄົນ ເວັ້ນເສັຍແຕ່ ກໍລະນີທີ່ໄດ້ກຳນົດໄວ້ໃນມາດຕາ 85 ຂອງກົດໝາຍສະບັບນີ້.

ເມື່ອໄດ້ຮັບຄຳຮ້ອງຟ້ອງແລ້ວ ສານສາມາດຈະພິຈາລະນາສັ່ງຍຸບເລີກ ຫຼື ສັ່ງໃຫ້ບໍລິ ສັດຈຳກັດທີ່ກ່ຽວຂ້ອງແກ້ໄຂຂໍ້ຜິດພາດແທນກໍໄດ້ ຖ້າເປັນບັນຫາທີ່ບໍ່ຮ້າຍແຮງ ຫຼື ສາມາດ ແກ້ໄຂໄດ້.


ມາດຕາ 163.        ຜົນ​ສະທ້ອນຂອງ​ການ​ຍຸບ​ເລີກຊົ່ວຄາວ

ການຍຸບເລີກຊົ່ວຄາວຂອງບໍລິສັດຈຳກັດ ມີຜົນສະທ້ອນເຊັ່ນດຽວກັນກັບການຍຸບເລີກວິ ສາຫະກິດຮຸ້ນສ່ວນ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 57  ຂອງກົດໝາຍສະບັບນີ້.


ການຊຳລະສະສາງຂອງບໍລິສັດຈຳກັດ


ມາດຕາ 164.         ວິທີການຊຳລະສະສາງ

ບັນດາຜູ້ຖືຮຸ້ນ ສາມາດຕົກລົງກັນເພື່ອເລືອກເອົາວິທີການແບ່ງປັນຊັບສິນ ຫຼື ການຊຳ ລະສະສາງ ຕາມທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງບໍລິສັດຈຳກັດ ຫຼື ຕາມການຕົກລົງຂອງ ບັນດາຜູ້ຖືຮຸ້ນດ້ວຍກັນ ເວັ້ນເສັຍແຕ່ໃນກໍລະນີທີ່ມີການຍຸບເລີກເນື່ອງມາຈາກການລົ້ມລະລາຍ, ສານຕັດສິນໃຫ້ຍຸບເລີກຜູ້ຖືຮຸ້ນຂອງບໍລິສັດຈຳກັດເຫຼືອພຽງຜູ້ດຽວ ຫຼື ຫຼາຍກວ່າສາມສິບຄົນ.


ມາດຕາ 165.        ການແຕ່ງຕັ້ງ ຫຼື ປົດຜູ້ຊຳລະສະສາງ

ວິທີການແຕ່ງຕັ້ງ ຫຼື ປົດຕຳແໜ່ງຜູ້ຊຳລະສະສາງຂອງບໍລິສັດຈຳກັດ ຕ້ອງກຳນົດລະ ອຽດໄວ້ໃນກົດລະບຽບຂອງບໍລິສັດຈຳກັດ. ໃນກໍລະນີທີ່ກົດລະບຽບຂອງບໍລິສັດຈຳກັດ ບໍ່ໄດ້ກຳ ນົດກ່ຽວກັບການແຕ່ງຕັ້ງ ຫຼື ປົດຕຳແໜ່ງດັ່ງກ່າວໄວ້ ແມ່ນໃຫ້ກອງປະຊຸມຜູ້ຖືຮຸ້ນລົງມະຕິ ເລືອກເອົາຜູ້ຊຳລະສະສາງ   ດ້ວຍຄະແນນສຽງຢ່າງໜ້ອຍສອງສ່ວນສາມຂອງຜູ້ຖືຮຸ້ນ ແລະ ຜູ້ຕາງໜ້າຜູ້ຖືຮຸ້ນທີ່ເຂົ້າຮ່ວມປະຊຸມ. ຜູ້ຊຳລະສະສາງຕ້ອງແມ່ນບຸກຄົນທຳມະດາ ຊຶ່ງອາດຈະ ແມ່ນບຸກຄົນພາຍໃນ ຫຼື ພາຍນອກບໍລິສັດຈຳກັດກໍໄດ້.

ໃນກໍລະນີທີ່ຄະແນນສຽງຂອງຜູ້ຖືຮຸ້ນ ເພື່ອເລືອກຜູ້ຊຳລະສະສາງ ບໍ່ພຽງພໍຕາມທີ່ໄດ້ ບົ່ງໄວ້ໃນວັກໜຶ່ງຂອງມາດຕານີ້ ຜູ້ທີ່ມີສ່ວນໄດ້ສ່ວນເສັຍນຳບໍລິສັດຈຳກັດ ມີສິດຮ້ອງຂໍໃຫ້ສານ ເປັນຜູ້ແຕ່ງຕັ້ງ.

ຜູ້ຊຳລະສະສາງ ທີ່ກຳນົດໄວ້ໃນມາດຕານີ້ ແລະ ມາດຕາ 166 ຂອງກົດໝາຍສະບັບ ນີ້  ໄດ້ຮັບການແຕ່ງຕັ້ງມາດ້ວຍຮູບການໃດກໍຈະຖືກປົດດ້ວຍຮູບການນັ້ນ.


ມາດຕາ 166.         ການແຕ່ງຕັ້ງຜູ້ຊຳລະສະສາງດ້ວຍສານ                

ການແຕ່ງຕັ້ງຜູ້ຊຳລະສະສາງ ໃນກໍລະນີທີ່ມີການຍຸບເລີກບໍລິສັດຈຳກັດ ເນື່ອງມາຈາກ ການລົ້ມລະລາຍ, ຄຳຕັດສິນຂອງສານ, ບໍລິສັດຈຳກັດເຫຼືອຜູ້ຖືຮຸ້ນພຽງຄົນດຽວ ຫຼື ມີຈຳນວນ ຜູ້ຖືຮຸ້ນຫຼາຍກວ່າສາມສິບຄົນນັ້ນ ແມ່ນສານເປັນຜູ້ແຕ່ງຕັ້ງ.


ມາດຕາ 167.         ການແຕ່ງຕັ້ງແທນຜູ້ຊຳລະສະສາງທີ່ບໍ່ສາມາດປະຕິບັດໜ້າທີ່ໄດ້

ຜູ້ຊຳລະສະສາງທີ່ບໍ່ສາມາດປະຕິບັດໜ້າທີ່ໄດ້ ພາຍຫຼັງໄດ້ຮັບການແຕ່ງຕັ້ງເນື່ອງຈາກ ສາເຫດໃດໜຶ່ງເຊັ່ນ ເສັຍຊີວິດ ຫຼື ຂາດຄວາມສາມາດທາງດ້ານການປະພຶດ ຕ້ອງດຳເນີນ ການແຕ່ງຕັ້ງຜູ້ຊຳລະສະສາງໃໝ່ແທນ ດ້ວຍຮູບການທີ່ຜູ້ຊຳລະສະສາງກ່ອນໄດ້ຮັບການແຕ່ງ ຕັ້ງມາ.

ບໍລິສັດ​ຈຳກັດ ຕ້ອງແຈ້ງໃຫ້ມວນຊົນຊາບກ່ຽວກັບການແຕ່ງຕັ້ງ, ການປົດ ຫຼື ການສິ້ນ ສຸດໜ້າທີ່ຂອງຜູ້ຊຳລະສະສາງຕາມທີ່ໄດ້ກຳນົດໄວ້ໃນມາດຕານີ້, ມາດຕາ 165 ແລະ ມາດ ຕາ 166 ຂອງກົດໝາຍສະບັບນີ້ ພາຍໃນກຳນົດສິບວັນລັດຖະການ ນັບແຕ່ວັນແຕ່ງຕັ້ງ, ປົດ ຫຼື ສິ້ນສຸດໜ້າທີ່ດັ່ງກ່າວ.


ມາດຕາ 168.        ບູລິມະສິດໃນການຊຳລະສະສາງ ຫຼື ແບ່ງປັນໜີ້ສິນ

ການຊຳລະສະສາງ ຫຼື ແບ່ງປັນໜີ້ສິນ ຕ້ອງປະຕິບັດຕາມລຳດັບບູລິມະສິດຕາມທີ່ໄດ້ ກຳນົດໄວ້ແຕ່ ຂໍ້ໜຶ່ງ ຫາ ຂໍ້ ສີ່ ມາດຕາ 64 ຂອງກົດໝາຍສະບັບນີ້.

ພາຍຫຼັງທີ່ໄດ້ແບ່ງປັນໃຫ້ເຈົ້າໜີ້ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນວັກໜຶ່ງຂອງມາດຕາ ນີ້ແລ້ວ ຖ້າຍັງເຫຼືອຕ້ອງແບ່ງປັນໃຫ້ບັນດາຜູ້ຖືຮຸ້ນ.


ມາດຕາ 169.         ການນຳໃຊ້ບົດບັນຍັດກ່ຽວກັບການຊຳລະສະສາງຂອງວິສາຫະກິດຮຸ້ນສ່ວນສາມັນ

ນອກຈາກ​ບົດ​ບັນຍັດ​ຕ່າງໆ​ ທີ່​ໄດ້ກຳນົດໄວ້​ໃນຂໍ້ , ​ໝວດທີ 2 ພາກທີ V ນີ້​ແລ້ວ ການຊຳລະສະສາງຂອງບໍລິສັດຈຳກັດໃຫ້ປະຕິບັດຕາມມາດຕາ 62 ກ່ຽວກັບສິດ ແລະ ໜ້າທີ່ ຂອງຜູ້ຊຳລະສະສາງ, ມາດຕາ 63 ກ່ຽວກັບການປະຕິບັດໜ້າທີ່ຂອງຜູ້ຊຳລະສະສາງຫຼາຍຄົນ, ມາດ ຕາ 65 ກ່ຽວກັບໜ້າທີ່ຂອງຜູ້ຊຳລະສະສາງພາຍຫຼັງການຊຳລະສະສາງ, ມາດຕາ 66 ກ່ຽວກັບຄວາມຮັບຜິດຊອບຂອງຜູ້ຊຳລະສະສາງ ແລະ ມາດຕາ 67 ກ່ຽວກັບການແຈ້ງການ ຍຸບເລີກ ແລະ ການຖອນທະບຽນວິສາຫະກິດຖາວອນຂອງກົດໝາຍສະບັບນີ້.


. ບໍລິສັດຈຳກັດຜູ້ດຽວ


ມາດຕາ 170.        ການສ້າງຕັ້ງບໍລິສັດຈຳກັດຜູ້ດຽວ

ການສ້າງຕັ້ງບໍລິສັດຈຳກັດຜູ້ດຽວຕ້ອງດຳເນີນຕາມຂັ້ນຕອນດັ່ງນີ້:

  1. ຖອກຮຸ້ນໃນນາມບໍລິສັດຈຳກັດຜູ້ດຽວໃຫ້ຄົບຕາມຈຳນວນ ຕາມທີ່ໄດ້ກຳນົດໄວ້ໃນ ວັກໜຶ່ງມາດຕາ 172  ຂອງກົດໝາຍສະບັບນີ້;
  2. ຮ່າງກົດລະບຽບຂອງບໍລິສັດຈຳກັດຜູ້ດຽວ;
  3. ຂຶ້ນທະບຽນວິສາຫະກິດ

       

ມາດຕາ 171.         ການຍື່ນຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ

ການແຈ້ງຂຶ້ນທະບຽນວິສາຫະກິດເປັນບໍລິສັດຈຳກັດຜູ້ດຽວ ຕ້ອງມີເອກະສານດັ່ງນີ້:

  1. ໃບຄຳຮ້ອງ ແລະ ໃບມອບສິດ ໃນກໍລະນີທີ່ມີການແຕ່ງຕັ້ງຜູ້ຈັດການຕ່າງຫາກ;
  2. ກົດລະບຽບຂອງບໍລິສັດຈຳກັດຜູ້ດຽວ.

ທຸກເອກະສານທີ່ໄດ້ບົ່ງໄວ້ຂ້າງເທິງນີ້ ຕ້ອງມີລາຍເຊັນຂອງຜູ້ຖືຮຸ້ນ ແລະ ຜູ້ຈັດການ ຖ້າມີການແຕ່ງຕັ້ງຜູ້ຈັດການຕ່າງຫາກ.

ມາດຕາ 172.         ການຖອກຮຸ້ນ ແລະ ການໂອນຮຸ້ນຂອງບໍລິສັດຈຳກັດຜູ້ດຽວ                 

ຜູ້ຖືຮຸ້ນຂອງບໍລິສັດຈຳກັດຜູ້ດຽວຕ້ອງຖອກຮຸ້ນໃຫ້ຄົບທັງເປັນເງິນ ແລະ ເປັນວັດຖຸ ກ່ອນການຂຶ້ນທະບຽນວິສາຫະກິດ

ພາຍຫຼັງຂຶ້ນທະບຽນວິສາຫະກິດແລ້ວ ຮຸ້ນຂອງບໍລິສັດຈຳກັດຜູ້ດຽວບໍ່ສາມາດຖອນໄດ້ ແຕ່ສາມາດໂອນ ແລະ ສືບທອດກັນໄດ້້.

ບໍລິສັດຈຳກັດຜູ້ດຽວ ຕ້ອງສົ່ງໃບຮຸ້ນໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດເຊັນຮັບຮອງ ພາຍໃນກຳນົດສາມສິບວັນ ນັບແຕ່ວັນທີ່ໄດ້ຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ.

ໃບຮຸ້ນຂອງບໍລິສັດຈຳກັດຜູ້ດຽວບໍ່ສາມາດປ່ຽນມືໄດ້.


ມາດຕາ 173.         ການມີຈຳນວນຜູ້ຖືຮຸ້ນເກີນໜຶ່ງຄົນ

ບໍລິສັດຈຳກັດຜູ້ດຽວທີ່ມີຜູ້ຖືຮຸ້ນຫຼາຍກວ່າໜຶ່ງຄົນ ຕ້ອງປ່ຽນຊື່ເປັນບໍລິສັດຈຳກັດ ແລະ ປະຕິບັດໃຫ້ສອດຄ່ອງຕາມທີ່ໄດ້ກຳນົດໄວ້ໃນຂໍ້ ຫາ ຂໍ້ ໝວດທີພາກທີ V ຂອງ ກົດໝາຍສະບັບນີ້  ຫຼື ຍຸບເລີກ.


ມາດຕາ 174.         ສິດ ແລະ ໜ້າທີ່ຂອງຜູ້ຖືຮຸ້ນ

ຜູ້ຖືຮຸ້ນຂອງບໍລິສັດຈຳກັດຜູ້ດຽວ ມີສິດ ແລະ ໜ້າທີ່ຕົ້ນຕໍ ດັ່ງນີ້:

  1. ຕົກລົງຮັບຮອງເອົາກົດລະບຽບຂອງບໍລິສັດຈຳກັດຜູ້ດຽວ;
  2. ຈ້າງຜູ້ຈັດການ;       
  3. ແຕ່ງຕັ້ງຜູ້ກວດສອບບັນຊີ ເມື່ອເຫັນວ່າຈຳເປັນ;
  4. ຕົກລົງເງິນເດືອນຂອງຜູ້ຈັດການ, ຄ່າຈ້າງຂອງຜູ້ກວດສອບບັນຊີ ແລະ ກຳມະ ກອນ;
  5. ຮັບຮອງເອົາບົດສະຫຼຸບລາຍງານການດຳເນີນທຸລະກິດ, ບັນຊີລາຍຮັບ, ບັນຊີລາຍ ຈ່າຍ ແລະ ແຜນການດຳເນີນທຸລະກິດຂອງບໍລິສັດຈຳກັດຜູ້ດຽວ;
  6. ນຳໃຊ້ເງິນປັນຜົນ;
  7. ປະຕິບັດສິດ ແລະ ໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງບໍລິສັດຈຳ ກັດຜູ້ດຽວ.


ມາດຕາ 175.         ຜູ້ຈັດການ            

ຜູ້ຈັດການຂອງບໍລິສັດຈຳກັດຜູ້ດຽວ ອາດຈະແມ່ນຜູ້ຖືຮຸ້ນເອງ ຫຼື ຈ້າງບຸກຄົນພາຍ ນອກຜູ້ຈັດການທີ່ເປັນບຸກຄົນພາຍນອກ ໄດ້ຮັບຄ່າຕອບແທນຕາມການຕົກລົງກັບຜູ້ຖືຮຸ້ນຜູ້ຖືຮຸ້ນຈະຈ້າງຜູ້ຈັດການຜູ້ໜຶ່ງ  ຫຼື ຫຼາຍຄົນກໍໄດ້.

ຜູ້ຈັດການເຄື່ອນໄຫວວຽກງານທັງໝົດຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນກົດລະບຽບ ຂອງ ບໍລິສັດຈຳກັດຜູ້ດຽວ ແລະ ຕ້ອງຢູ່ພາຍໃຕ້ການຄວບຄຸມຂອງຜູ້ຖືຮຸ້ນ.

ຜູ້ຈັດການ ອາດຈະມອບບາງວຽກງານຂອງຕົນໃຫ້ບຸກຄົນອື່ນເຮັດຊ່ວຍ.


ມາດຕາ 176.         ສັນຍາຈ້າງຜູ້ຈັດການ

ສັນຍາຈ້າງຜູ້ຈັດການຂອງບໍລິສັດຈຳກັດຜູ້ດຽວ ຕ້ອງເຮັດເປັນລາຍລັກອັກສອນ ຕາມ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍຂໍ້ຜູກພັນໃນສັນຍາ. ເນື້ອໃນຂອງສັນຍາຕ້ອງກຳນົດລະ ອຽດກ່ຽວກັບສິດ, ໜ້າທີ່, ຄ່າຈ້າງ, ຄວາມຮັບຜິດຊອບຂອງຄູ່ສັນຍາ ແລະ ການຍົກເລີກສັນ ຍາ.

ສາຍພົວພັນລະຫວ່າງຜູ້ຈັດການ, ບໍລິສັດຈຳກັດຜູ້ດຽວ ແລະ ບຸກຄົນພາຍນອກ ແມ່ນ ໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນກົດໝາຍທີ່ກ່ຽວຂ້ອງ.


ມາດຕາ 177.        ຂໍ້ຫ້າມສຳລັບຜູ້ຈັດການທີ່ຖືກຈ້າງ

ຜູ້ຈັດການຂອງບໍລິສັດຈຳກັດຜູ້ດຽວ ທີ່ຖືກຈ້າງບໍ່ມີສິດດຳເນີນທຸລະກິດທີ່ມີລັກສະນະ ແຂ່ງຂັນກັບບໍລິສັດຈຳກັດຜູ້ດຽວ ດັ່ງນີ້:

  1. ດຳເນີນທຸລະກິດປະເພດດຽວ ຫຼື ຄ້າຍຄືກັນກັບບໍລິສັດຈຳກັດຜູ້ດຽວ  ບໍ່ວ່າຈະເຮັດ ເພື່ອຕົນເອງ ຫຼື ເພື່ອຜົນປະໂຫຍດຂອງຄົນອື່ນ ເວັ້ນເສັຍແຕ່ໄດ້ຮັບຄວາມເຫັນດີ ຈາກຜູ້ຖືຮຸ້ນ;
  2. ເປັນຂາຮຸ້ນບໍ່ຈຳກັດໜີ້ສິນຂອງວິສາຫະກິດຮຸ້ນສ່ວນ ທີ່ດຳເນີນທຸລະກິດປະເພດ ດຽວ ຫຼືຄ້າຍຄືກັນກັບບໍລິສັດຈຳກັດຜູ້ດຽວ ເວັ້ນເສັຍແຕ່ໄດ້ຮັບຄວາມເຫັນດີຈາກຜູ້ ຖືຮຸ້ນ.


ມາດຕາ 178.         ການນຳໃຊ້ບົດບັນຍັດຂອງບໍລິສັດຈຳກັດ

ນອກຈາກ​ບົດ​ບັນຍັດ​ຕ່າງໆ​ ຕາມທີ່​ໄດ້ກຳນົດ​​ໄວ້ໃນ​ຂໍ້ , ໝວດທີ 2 ພາກນີ້ແລ້ວ ການເພີ້ມ ຫຼື ຫຼຸດທຶນ, ການເງິນ, ການກວດສອບບັນຊີ, ການຄວບ, ການຍຸບເລີກ ແລະ ການຊຳລະສະສາງ ໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນບົດບັນຍັດທີ່ກ່ຽວຂ້ອງຂອງບໍລິສັດຈຳ ກັດ.


ໝວດທີ  3

ບໍລິສັດມະຫາຊົນ

. ຫຼັກການທົ່ວໄປ ແລະ ການສ້າງຕັ້ງ


ມາດຕາ 179.         ຫຼັກການກ່ຽວກັບຈຳນວນຜູ້ຖືຮຸ້ນຂອງບໍລິສັດມະຫາຊົນ

ບໍລິສັດມະຫາຊົນ ຕ້ອງມີຜູ້ຖືຮຸ້ນທີ່ເປັນຜູ້ສ້າງຕັ້ງຢ່າງໜ້ອຍເກົ້າຄົນ ແລະ ຕ້ອງມີຜູ້ ກວດສອບບັນຊີ ນັບແຕ່ວັນໄດ້ຂຶ້ນທະບຽນວິສາຫະກິດເປັນຕົ້ນໄປ.

ບໍລິສັດມະຫາຊົນທີ່ມີຈຳນວນຜູ້ຖືຮຸ້ນບໍ່ເຖິງເກົ້າຄົນ ຕ້ອງດຳເນີນການຍຸບເລີກ ແລະ ການຊຳລະສະສາງ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ , ໝວດທີ 2 ພາກທີ V ຂອງກົດໝາຍສະ ບັບນີ້.


ມາດຕາ 180.         ຜູ້ສ້າງຕັ້ງບໍລິສັດມະຫາຊົນ

ຜູ້ສ້າງຕັ້ງບໍລິສັດມະຫາຊົນ ແມ່ນບຸກຄົນ ຫຼື ນິຕິບຸກຄົນ ດັ່ງນີ້:

  1. ມີຄວາມສາມາດທາງດ້ານການປະພຶດ;
  2. ບໍ່ແມ່ນບຸກຄົນທີ່​ລົ້ມລະລາຍ ຊຶ່ງຍັງບໍ່ທັນພົ້ນໄລຍະຫ້າມດຳເນີນທຸລະກິດ;
  3. ບໍ່ເຄີຍໄດ້ຮັບໂທດໃນສະຖານສໍ້ໂກງ ຫຼື ຍັກຍອກຊັບ;
  4. ຖືຮຸ້ນລວມກັນຢ່າງໜ້ອຍ ສິບສ່ວນຮ້ອຍຂອງທຶນຈົດທະບຽນ.

ພົນລະເມືອງລາວ, ຊາວຕ່າງດ້າວ, ຄົນບໍ່ມີສັນຊາດທີ່ອາໃສຢູ່ ສປປ ລາວ ຫຼື ຄົນ ຕ່າງປະເທດ ລ້ວນແຕ່ມີສິດເປັນຜູ້ສ້າງຕັ້ງບໍລິສັດມະຫາຊົນຮ້ອຍສ່ວນຮ້ອຍ ເວັ້ນເສັຍແຕ່ໃນກໍ ລະນີທ່ີຈຳເປັນ ຄົນສັນຊາດລາວຕ້ອງມີຈຳນວນຢ່າງໜ້ອຍເຄິ່ງໜຶ່ງຂອງຜູ້ສ້າງຕັ້ງ ຊຶ່ງລັດຖະ ບານຈະເປັນຜູ້ກຳນົດລະອຽດ.        


ມາດຕາ 181.         ການເປີດກອງປະຊຸມສ້າງຕັ້ງບໍລິສັດມະຫາຊົນ

ກອງປະຊຸມສ້າງຕັ້ງບໍລິສັດມະຫາຊົນ ຕ້ອງເປີດຂຶ້ນພາຍໃນກຳນົດເກົ້າສິບວັນ ຫຼັງຈາກ ໄດ້ແຈ້ງສັນຍາສ້າງຕັ້ງບໍລິສັດມະຫາຊົນໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດຊາບ ແລະ ມີຄົນ ຈອງຊື້ຮຸ້ນຂອງບໍລິສັດມະຫາຊົນຄົບຖ້ວນແລ້ວ.

ໃນກໍລະນີທີ່ກອງປະຊຸມສ້າງຕັ້ງບໍລິສັດມະຫາຊົນ ບໍ່ສາມາດເປີດຂຶ້ນທັນຕາມເວລາທີ່ ກຳນົດໄວ້ໃນວັກໜຶ່ງຂອງມາດຕານີ້ ຜູ້ສ້າງຕັ້ງຕ້ອງແຈ້ງໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດທີ່ ກ່ຽວຂ້ອງຊາບ  ພາຍໃນກຳນົດສິບວັນລັດຖະການ ນັບແຕ່ວັນທີ່ໄດ້ຕົກລົງເລື່ອນກອງປະຊຸມ ເປັນຕົ້ນໄປ.

ກອງປະຊຸມຄັ້ງຕໍ່ມາ ຕ້ອງເປີດຂຶ້ນພາຍໃນກຳນົດສາມສິບວັນ ນັບແຕ່ວັນທີ່ໄດ້ແຈ້ງ ໃຫ້ເຈົ້າໜ້າທີ່ທະບຽນຊາບເປັນຕົ້ນໄປ. ຖ້າວ່າກອງປະຊຸມຄັ້ງຕໍ່ມານີ້ບໍ່ສາມາດເປີດຂຶ້ນໄດ້ ສັນ ຍາສ້າງຕັ້ງບໍລິສັດມະຫາຊົນກໍຈະຖືກຍົກເລີກ ແລະ ຜູ້ສ້າງຕັ້ງບໍລິສັດມະຫາຊົນຕ້ອງສົ່ງເງິນ ຮຸ້ນຄືນໃຫ້ຜູ້ຈອງຮຸ້ນທັງໝົດ.

ກອງປະຊຸມສ້າງຕັ້ງບໍລິສັດມະຫາຊົນ ຕ້ອງເປີດຂຶ້ນໃນເມືອງ ຫຼື ແຂວງ ບ່ອນທີ່ສຳ ນັກງານໃຫຍ່ຂອງບໍລິສັດມະຫາຊົນຕັ້ງຢູ່ ແລະ ຕ້ອງມີຜູ້ສ້າງຕັ້ງ, ຜູ້ຈອງຮຸ້ນເຂົ້າຮ່ວມ ແລະ ມີຮຸ້ນຢ່າງໜ້ອຍສອງສ່ວນສາມຂອງຈຳນວນຮຸ້ນທັງໝົດ.


ມາດຕາ 182.         ສັນຍາສ້າງຕັ້ງບໍລິສັດມະຫາຊົນ

ສັນຍາສ້າງຕັ້ງບໍລິສັດມະຫາຊົນ ຕ້ອງມີເນື້ອໃນຕາມທີ່ໄດ້ກຳນົດໄວ້ໃນມາດຕາ 81 ຂອງກົດໝາຍສະບັບນີ້ ນອກຈາກນີ້ ຍັງຕ້ອງບົ່ງຂໍ້ຄວາມທີ່ສະແດງເຖິງຈຸດປະສົງໃນການສະ ເໜີຂາຍຮຸ້ນຢ່າງເປີດເຜີຍຕໍ່ມວນຊົນທົ່ວໄປດ້ວຍ.

ການສະເໜີຂາຍຮຸ້ນຢ່າງເປີດເຜີຍ ຈະປະຕິບັດໄດ້ກໍຕໍ່ເມື່ອບໍລິສັດມະຫາຊົນໄດ້ຂຶ້ນທະບຽນ ວິສາຫະກິດແລ້ວ ແລະ ປະຕິບັດ ຢ່າງຖືກຕ້ອງຕາມລະບຽບກົດໝາຍກ່ຽວກັບການຊື້-ຂາຍຮຸ້ນ.

ລະບຽບການກ່ຽວກັບການຊື້-ຂາຍຮຸ້ນ ຈະໄດ້ກຳນົດໄວ້ຕ່າງຫາກ.


ຮຸ້ນ ແລະ ໃບຮຸ້ນກູ້ຂອງບໍລິສັດມະຫາຊົນ


ມາດຕາ 183.         ຮຸ້ນ ແລະ ການຖອກຮຸ້ນ

ຮຸ້ນໜຶ່ງຂອງບໍລິສັດມະຫາຊົນບໍ່ໃຫ້ສູງກວ່າໜຶ່ງແສນກີບ.

ຜູ້ຖືຮຸ້ນຂອງບໍລິສັດມະຫາຊົນ ຕ້ອງຖອກຮຸ້ນໃຫ້ຄົບຖ້ວນໃນວັນສ້າງຕັ້ງ ບໍ່ວ່າຈະແມ່ນ ຮຸ້ນທີ່ເປັນເງິນ ຫຼືເປັນວັດຖຸກໍຕາມ.

ຜູ້ຖືຮຸ້ນຈະຮ້ອງຂໍໃຫ້ສານສັ່ງຖອນຮຸ້ນບໍ່ໄດ້ ເມື່ອບໍລິສັດມະຫາຊົນໄດ້ຂຶ້ນທະບຽນວິສາ ຫະກິດແລ້ວ.


ມາດຕາ 184.         ໃບຮຸ້ນ

ໃບຮຸ້ນຂອງບໍລິສັດມະຫາຊົນມີເນື້ອໃນຕົ້ນຕໍ ດັ່ງນີ້:

  1. ເລກທີໃບຮຸ້ນ;
  2. ຊື່ ແລະ ເລກທີທະບຽນວິສາຫະກິດຂອງບໍລິສັດມະຫາຊົນ;
  3. ຊື່ ແລະ ສັນຊາດຂອງຜູ້ຖືຮຸ້ນ;
  4. ຈຳນວນຮຸ້ນ ທີ່ຜູ້ຖືຮຸ້ນຖືຢູ່;
  5. ມູນຄ່າຂອງຮຸ້ນໜຶ່ງ;
  6. ວັນ ເດືອນ ປີ ອອກໃບຮຸ້ນ;
  7. ຊື່ ແລະ ລາຍເຊັນຜູ້ອຳນວຍການ ພ້ອມດ້ວຍຕາປະທັບຂອງບໍລິສັດມະຫາຊົນ.

ໃບຮຸ້ນຂອງບໍລິສັດມະຫາຊົນ ສາມາດປ່ຽນມືໄດ້.  

  

ມາດຕາ 185.         ການໂອນຮຸ້ນ

ຮຸ້ນຂອງບໍລິສັດມະຫາຊົນສາມາດໂອນໃຫ້ພາຍໃນ ຫຼື ພາຍນອກໄດ້. ການໂອນໃບ ຮຸ້ນຖືວ່າສຳເລັດ ເມື່ອຜູ້ໂອນໄດ້ສະຫຼັກຫຼັງໃບຮຸ້ນ ໂດຍກຳນົດຊື່ຂອງຜູ້ຮັບໂອນ ພ້ອມດ້ວຍຊື່ ແລະ ລາຍເຊັນຂອງພວກກ່ຽວ ແລະ ຜູ້ໂອນໄດ້ມອບໃບຮຸ້ນໃຫ້ຜູ້ຮັບໂອນ.

ການໂອນຮຸ້ນຈະມີຜົນໃຊ້ໄດ້ຕໍ່:

  1. ບໍລິສັດມະຫາຊົນ ເມື່ອຕົນໄດ້ຮັບຄຳຮ້ອງຂໍໃຫ້ຂຶ້ນທະບຽນການໂອນ;
  2. ບຸກຄົນພາຍນອກ ເມື່ອບໍລິສັດມະຫາຊົນໄດ້ຂຶ້ນທະບຽນການໂອນໃຫ້ແລ້ວ.

ພາຍຫຼັງໄດ້ຮັບຄຳຮ້ອງ ຫາກເຫັນວ່າການໂອນຖືກຕ້ອງຕາມຂັ້ນຕອນແລ້ວ ບໍລິສັດ ມະຫາຊົນຕ້ອງຂຶ້ນທະບຽນການໂອນໃຫ້ ພາຍໃນກຳນົດຫ້າວັນລັດຖະການ ນັບແຕ່ວັນຮັບຄຳ ຮ້ອງເປັນຕົ້ນໄປ

ໃນກໍລະນີທີ່ການໂອນບໍ່ຖືກຕ້ອງ ບໍລິສັດມະຫາຊົນຕ້ອງແຈ້ງໃຫ້ຜູ້ຍື່ນຄຳຮ້ອງຊາບ ພາຍໃນກຳນົດຫ້າວັນລັດຖະການ ນັບແຕ່ວັນຮັບຄຳຮ້ອງເພື່ອນຳໄປແກ້ໄຂ.

ວິທີການ ແລະ ກຳນົດເວລາໃນການຂໍປ່ຽນໃບຮຸ້ນໃໝ່ ໃຫ້ບົ່ງໄວ້ໃນກົດລະບຽບຂອງບໍ ລິສັດມະຫາຊົນ.

ຜູ້ສ້າງຕັ້ງບໍລິສັດມະຫາຊົນບໍ່ໃຫ້ໂອນຮຸ້ນ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 4 ມາດຕາ 180  ຂອງກົດໝາຍສະບັບນີ້ ພາຍໃນກຳນົດສອງປີ ນັບແຕ່ວັນທີ່ບໍລິສັດມະຫາຊົນໄດ້ຂຶ້ນທະບຽນວິ ສາຫະກິດເປັນຕົ້ນໄປ.


ມາດຕາ 186.         ໃບຮຸ້ນກູ້

ບໍລິສັດມະຫາຊົນສາມາດກູ້ເງິນ ດ້ວຍການອອກໃບຮຸ້ນກູ້ ເພື່ອສະເໜີຂາຍຕໍ່ມວນຊົນ. ການອອກໃບຮຸ້ນກູ້ ແລະ ການສະເໜີຂາຍນັ້ນ ຕ້ອງດຳເນີນການຢ່າງຖືກຕ້ອງຕາມຂັ້ນຕອນ ແລະ ລະ ບຽບການ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍກ່ຽວກັບການຊື້-ຂາຍຮຸ້ນ.

ການກູ້ເງິນຂອງບໍລິສັດມະຫາຊົນໂດຍການອອກໃບຮຸ້ນກູ້ ເພື່ອສະເໜີຂາຍຕໍ່ມວນຊົນ ຈະປະຕິບັດໄດ້ກໍຕໍ່ເມື່ອໄດ້ຮັບຄະແນນສຽງດ້ວຍມະຕິສະເພາະ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 144  ຂອງກົດໝາຍສະບັບນີ້.


ການຄວບບໍລິສັດມະຫາຊົນ

ມາດຕາ 187.        ການຄວບບໍລິສັດມະຫາຊົນ

ບໍລິສັດມະຫາຊົນສາມາດຄວບກັບບໍລິສັດອື່ນກໍໄດ້ ເພື່ອກາຍເປັນບໍລິສັດມະຫາຊົນເດີມ ໃດໜຶ່ງ ຫຼື ກາຍເປັນບໍລິສັດໃໝ່.

ການຄວບບໍລິສັດມະຫາຊົນ ນອກຈາກທີ່ໄດ້ກຳນົດໄວ້ໃນຂໍ້ ນີ້ແລ້ວ ຍັງຕ້ອງປະຕິ ບັດການຄວບຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນມາດຕາ 159 ຂອງກົດໝາຍສະບັບນີ້ອີກດ້ວຍ


ມາດຕາ 188.         ການຄັດຄ້ານການຄວບຂອງຜູ້ຖືຮຸ້ນ

ບໍລິສັດມະຫາຊົນ ທີ່ມີຜູ້ຖືຮຸ້ນລົງມະຕິຄັດຄ້ານການຄວບນັ້ນ ຕ້ອງຊື້ຮຸ້ນຂອງຜູ້ຖືຮຸ້ນທີ່ ຄັດຄ້ານດັ່ງກ່າວ ຕາມລາຄາປາກົດຕົວໃນຕະຫຼາດຮຸ້ນ  ຫຼື ຕະຫຼາດຫຼັກຊັບໃນໄລຍະນັ້ນ.

ໃນກໍລະນີທີ່ບໍ່ມີລາຄາສົມທຽບໃນຕະຫຼາດຮຸ້ນ ຫຼື ຕະຫຼາດຫຼັກຊັບແລ້ວ ໃຫ້ເອົາລາຄາ ຕາມການປະເມີນຂອງຜູ້ຊ່ຽວຊານອິດສະຫຼະ ຊຶ່ງຖືກແຕ່ງຕັ້ງໂດຍມະຕິສະເພາະຂອງກອງປະ ຊຸມຜູ້ຖືຮຸ້ນ.   

ພາຍຫຼັງທີ່ມີການປະເມີນລາຄາຮຸ້ນຕາມວັກສອງຂອງມາດຕານີ້ ຖ້າຜູ້ຖືຮຸ້ນທີ່ຄັດຄ້ານ ການຄວບຍັງບໍ່ຍິນຍອມຂາຍຮຸ້ນຂອງຕົນຢູ່ ບໍລິສັດມະຫາຊົນທີ່ກ່ຽວຂ້ອງມີສິດດຳເນີນການຄວບ ໄດ້ ໂດຍບໍ່ຂຶ້ນກັບວ່າຜູ້ຖືຮຸ້ນທີ່ລົງມະຕິຄັດຄ້ານນັ້ນ ຈະເຫັນດີນຳລາຄາທີ່ປະເມີນ ຫຼື ບໍ່ກໍ ຕາມ ແລະ ຜູ້ກ່ຽວກໍກາຍເປັນຜູ້ຖືຮຸ້ນຂອງບໍລິສັດທີ່ຄວບໃໝ່ໄປໃນຕົວ.


ມາດຕາ 189.         ກຳນົດເວລາຄວບ ແລະ ການຂຶ້ນທະບຽນວິສາຫະກິດບໍລິສັດມະຫາຊົນທີ່ຄວບ

ການຄວບບໍລິສັດມະຫາຊົນ ຕ້ອງປະຕິບັດໃຫ້ສຳເລັດພາຍໃນຮ້ອຍຫ້າສິບວັນ ນັບແຕ່ ວັນທີ່ໄດ້ຮັບມະຕິການຄວບຈາກບໍລິສັດທີ່ຈະຄວບທັງໝົດ ແລະ ຕ້ອງຂຶ້ນທະບຽນວິສາຫະກິດ ໃຫ້ສຳເລັດພາຍໃນສິບວັນລັດຖະການ ນັບແຕ່ວັນທີ່ໄດ້ສຳເລັດການຄວບດັ່ງກ່າວເປັນຕົ້ນໄປ.


ມາດຕາ 190.         ການນຳໃຊ້ບົດບັນຍັດຂອງບໍລິສັດຈຳກັດ

ນອກຈາກ​ບົດ​ບັນຍັດ​ຕ່າງໆ ຕາມທີ່​ໄດ້ກຳນົດ​​ໄວ້ໃນ​ໝວດທີ ສາມ ພາກທີ V ຂອງ ກົດໝາຍສະບັບນີ້​ແລ້ວ ການຍື່ນຄຳຮ້ອງແຈ້ງຂຶ້ນທະບຽນວິສາຫະກິດ, ຄວາມຮັບຜິດຊອບ ຂອງຜູ້ສ້າງຕັ້ງ, ການເພີ່ມ ຫຼື ຫຼຸດທຶນຜູ້ອຳນວຍການ ແລະ ສະພາຜູ້ອຳນວຍການ, ກອງ ປະຊຸມ ຜູ້ຖືຮຸ້ນ, ການເງິນ, ການກວດສອບບັນຊີ ແລະ ການຊຳລະສະສາງ ​​ແມ່ນໃຫ້​ປະຕິບັດ​ຕາມທີ່ ໄດ້ກຳນົດໄວ້ໃນ​ບົດ​ບັນຍັດຂອງບໍລິສັດຈຳກັດ.


ພາກທີ VI

ບໍລິສັດລັດ


ໝວດທີ  1

ຫຼັກການທົ່ວໄປ ແລະ ການສ້າງຕັ້ງຂອງບໍລິສັດລັດ


ມາດຕາ 191.         ຫຼັກການທົ່ວໄປຂອງບໍລິສັດລັດ

ບໍລິສັດລັດ ສ້າງຕັ້ງຂຶ້ນເບື້ອງຕົ້ນດ້ວຍທຶນຂອງລັດຮ້ອຍສ່ວນຮ້ອຍ ແລະ ອາດຈະ ຂາຍຮຸ້ນຂອງຕົນຈຳນວນໜຶ່ງໃຫ້ຜູ້ຖືຮຸ້ນອື່ນ ພາຍຫຼັງຂຶ້ນທະບຽນວິສາຫະກິດ ຕາມການອະນຸ ຍາດຂອງລັດຖະບານ ຊຶ່ງສູງສຸດບໍ່ໃຫ້ເຖິງຫ້າສິບສ່ວນຮ້ອຍ ຂອງຈຳນວນຮຸ້ນທັງໝົດ

ຜູ້ຖືຮຸ້ນ ຮັບຜິດຊອບໜີ້ຈຳກັດເທົ່າກັບມູນຄ່າຮຸ້ນທີ່ຕົນຍັງບໍ່ທັນໄດ້ຖອກເຕັມເທົ່ານັ້ນ.

ບໍລິສັດລັດ ສາມາດເປັນຜູ້ຖືຮຸ້ນຂອງບໍລິສັດ ຫຼື ເປັນຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນ ອື່ນ.

ສຳລັບລັດສາມາດເປັນຜູ້ຖືຮຸ້ນຂອງບໍລິສັດ ຫຼື ຂາຮຸ້ນຂອງວິສາຫະກິດຮຸ້ນສ່ວນອື່ນ ແຕ່ຫ້າມ ບໍ່ໃຫ້ລັດເປັນຂາຮຸ້ນບໍ່ຈຳກັດໜີ້ສິນຂອງວິສາຫະກິດຮຸ້ນສ່ວນ.

ບໍລິສັດລັດ ຫຼືລັດຊື້ຮຸ